ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍກົມກອງສືບຕໍ່ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

     ຫຼາຍກົມກອງໄດ້ສືບຕໍ່ເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກຂຶ້ນ ໃນລະຫວ່າງຕົ້ນເດືອນມິຖຸນາ ເຖິງປັດຈຸບັນ, ໃນນັ້ນມີກົມໃຫຍ່
ການເມືອງກອງທັບ ກໍໄດ້ເປີດບັ້ນດຳເນີນຊີວິດການເມືອງຊຸດທີ II ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກໍາມະການຄະນະ
ພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ນອກຈາກນັ້ນ ກໍຍັງມີກອງບັນຊາການທະຫານແຂວງ ສະຫວັນນະເຂດ, ກອງບັນ
ຊາການທະຫານແຂວງ ໄຊສົມບູນ, ວິທະຍາຄານການແພດກອງທັບ, ກອງພັນໃຫຍ່ 645, ກອງພັນໃຫຍ່ 641, ບັນດາກົມກອງຕ່າງໆທີ່ຂຶ້ນກັບກອງພົນ
ທີ I, ໂຮງງານ ອ 674, ໜ່ວຍພັກ ໂຮງງານເກີບທັນວາ ໂດຍມີຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກແຕ່ລະກົມກອງຂຶ້ນກັບເຂົ້າຮ່ວມ.


ພົນຈັດຕະວາ ວັນທອງ ກອງມະນີ ເປັນປະທານເປີດບັ້ນດຳເນີນຊີວິດການເມືອງຊຸດທີ II

     ບັ້ນດຳເນີນຊີວິການເມືອງປັບປຸງປົວແປງພາຍໃນພັກ ຂອງແຕ່ລະກົມກອງທັງກຳລັງຫຼວງ-ກຳລັງທ້ອງ ຖິ່ນໃນຄັ້ງນີ້ແມ່ນມີຄວາມຈໍາເປັນພາວະວິໄສ
ເພື່ອປັບປຸງເຊີດຊູຄວາມຮັບຜິດຊອບການເມືອງຂອງຄະນະພັກ-ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດຫຼັກການກໍ່ສ້າງພັກ, ຫຼັກການລວມສູນປະຊາ
ທິປະໄຕ ແກ້ໄຂສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນພັກ ເຊັ່ນ: ປາກົດການເຊື່ອມຄຸນປ່ຽນທາດ, ພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ການ
ຝ່າຝືນລ່ວງລະເມີດລະບຽບຂອງພັກ, ບັນດາຂໍ້ຫ້າມຕ່າງໆຂອງບັນດາສະມາຊິກພັກ, ຕິດພັນກັບວຽກງານ 3 ສ້າງ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີ
ຄວາມໂປ່ງໃສ, ຈັດຕັ້ງສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ, ສະມາຊິກພັກໃນໄລຍະຜ່ານມານັບທັງຄຸນສົມບັດ, ສິນທໍາປະຕິວັດຂອງ
ຄະນະພັກແຕ່ລະຂັ້ນ ອີງຕາມບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກໃນຄັ້ງນີ້ໄດ້ເຜີຍແຜ່ເອກະສານຕ່າງໆຄື: ເອກະສານກ່ຽວກັບການປັບ
ປຸງປົວແປງພາຍໃນພັກ, ບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະ
ຊວງປ້ອງກັນປະເທດ, ມະຕິວ່າດ້ວຍການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ເນື້ອໃນຂໍ້ເຈາະຈິ້ມໃນການຂຽນ
ໃບສໍາຫຼວດຕົນເອງ ເພື່ອຕີລາຄາຄືນດ້ານດີ, ດ້ານຄົງຄ້າງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃນໄລຍະຜ່ານມາ ເປັນການປັບປຸງແກ້ໄຂທາງ
ດ້ານຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງຕົນເອງໃນໄລຍະຜ່ານມາໃຫ້ໝົດໄປ.