ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວພກ ຈັດຕັ້ງສອບເສັງຈົບຊັ້ນລະດັບຊາດວິຊາການເມືອງ-ການທະຫານ
ແລະ ວິຊາສະເພາະປະຈຳສົກປີ 2016-2017

     ໃນວັນທີ 5 ແລະ ວັນທີ 12 ມິຖຸນາ 2017, ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ຈັດຕັ້ງສອບເສັງຈົບຊັ້ນລະດັບຊາດວິຊາການເມືອງ-ການ
ທະຫານ ແລະ ວິຊາສະເພາະຂອງສົກສຶກສາ 2016-2017 ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະ
ການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ມີພັນເອກ ແສງຈັນ ແກ້ວປັນຍາ ເລຂາຄະນະພັກ ຫົວໜ້າການເມືອງ (ວພກ), ພັນ
ເອກ ປອ ບົວເຮືອງ ສົມຟອງບຸດຕາຂັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ (ວພກ) ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ, ຄະນະຮັບຜິດຊອບ
ຕະຫຼອດຮອດຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.


ພົນຈັດຕະວາ ຄຳເພັດ ສີຊານົນ ເປັນປະທານຈັດຕັ້ງສອບເສັງຈົບຊັ້ນລະດັບຊາດ ວິຊາການເມືອງ-ການທະຫານແລະວິຊາສະເພາະຂອງສົກສຶກສາ 2016-2017

     ຜ່ານການສອບເສັງສາມາດບັນລຸຄາດໝາຍໄດ້ 100% ໃນນັ້ນມີຫ້ອງສອບເສັງ 3 ຂະແໜງການຄື: ຫ້ອງສອບເສັງກໍ່ສ້າງຊັ້ນກາງປຸງແຕ່ງ, ມີນັກສຶກ
ສາສອບເສັງເຂົ້າຮ່ວມສອບເສັງວິຊາການເມືອງຈຳນວນ 15 ສະຫາຍ, ສາມາດສອບເສັງໄດ້ຄະແນນດີເລີດ 8 ສະຫາຍ ເທົ່າກັບ 53,33%, ດີຫຼາຍ 7 ສະ
ຫາຍ ເທົ່າກັບ 46,67%, ຫ້ອງສອບເສັງກໍ່ສ້າງຊັ້ນກາງຂົນສົ່ງ, ມີນັກສອບເສັງເຂົ້າຮ່ວມສອບເສັງວິຊາການທະຫານຈຳນວນ 13 ສະຫາຍ, ສາມາດສອບ
ເສັງໄດ້ຄະແນນດີເລີດ 2 ສະຫາຍ ເທົ່າກັບ 15,38%, ດີຫຼາຍ 8 ສະຫາຍ ເທົ່າກັບ 61,53% ແລະ ດີ 1 ສະຫາຍ ເທົ່າກັບ 7,69% ແລະ ດີພໍໃຊ້ 2 ສະ
ຫາຍ ເທົ່າກັບ 15,40% ແລະ ຫ້ອງສອບເສັງກໍ່ສ້າງຊັ້ນກາງເຄຫະ-ສະຖານມີນັກສອບເສັງເຂົ້າຮ່ວມສອບເສັງວິຊາສະເພາະຈຳນວນ 14 ສະຫາຍ, ສາມາດ
ສອບເສັງໄດ້ຄະແນນດີເລີດ 5 ສະຫາຍ ເທົ່າກັບ 35,71%, ດີຫຼາຍ 6 ສະຫາຍ ເທົ່າກັບ 42,55% ແລະ ດີ 3 ສະຫາຍ ເທົ່າກັບ 21,44%.

     ຕອນທ້າຍກໍໄດ້ຈັດຕັ້ງເປີດກອງປະຊຸມສະຫຼຸບຕີລາຄາຖອດຖອນບົດຮຽນ ແລະ ປະກອບຄຳຄິດ-ຄຳເຫັນ ເພື່ອສັງເກດຕີລາຄືນເຖິງຈຸດດີ-ຈຸດອ່ອນ
ຜ່ານການສອບເສັງວິຊາການເມືອງ-ການທະຫານ ແລະ ວິຊາສະເພາະຈົບຊັ້ນຂັ້ນວິທະຍາຄານແມ່ນເຫັນວ່າມີຄວາມສະຫງົບປອດໄພສາມາດບັນລຸຄາດ
ໝາຍ 100% ນັກສຶກສາແຕ່ລະສະຫາຍໄດ້ເອົາໃຈໃສ່ ແລະ ເປັນເຈົ້າການປະຕິບັດຂໍ້ກຳນົດ-ກົດລະບຽບຢ່າງເຂັ້ມງວດຕະຫຼອດຮອດການນຸ່ງຖືກໍຖືກຕ້ອງ
ຕາມລະບຽບການທີ່ກຳນົດ.