ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບເຜີຍແຜ່ກົດໝາຍສໍ້ລາດບັງຫຼວງ


ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ

     ວັນທີ 11 ມິຖຸນາ 2020 ນີ້, ກົມໃຫຍ່ເຕັກນິກກອງທັບ ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ( ສະບັບປັບປຸງ ), ກົດໝາຍວ່າດ້ວຍການ
ກວດກາລັດ, ກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ກົດໝາຍວ່າດ້ວຍສະຫະພັນນັກຮົບເກົ່າ ແລະ ດຳ
ລັດວ່າດ້ວຍຍຸດທະສາດຕ້ານການສໍ້ລາດບັງຫຼວງ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີ
ຄະນະຈາກກົມກວດກາ ກະຊວງປ້ອງກັນປະເທດ, ສະຫະພັນນັກຮົບເກົ່າ, ມີຄະນະພັກ-ຄະນະບັນຊາ ກົມກອງຮາກຖານຕະຫຼອດຮອດພະນັກງານອົງການກົມໃຫຍ່ເຕັກ
ນິກເຂົ້າຮ່ວມ.

     ກອງປະຊຸມໄດ້ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການກວດກາລັດ, ເພື່ອເຮັດໃຫ້ພະນັກງານ-ນັກຮົບ
ທົ່ວກອງທັບເວົ້າລວມ, ເວົ້າສະເພາະກໍແມ່ນນາຍທະຫານທົ່ວກົມໃຫຍ່ເຕັກນິກກອງທັບໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງສະບັບ
ປັບປຸງໃໝ່ ແລະ ກົດໝາຍວ່າດ້ວຍການກວດກາລັດ ເພື່ອເປັນບ່ອນອີງໃຫ້ແກ່ການປະຕິບັດໜ້າທີ່, ການດໍາລົງຊີວິດຢ່າງປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກົດໝາຍວ່າ
ດ້ວຍການຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ ປີ 2018) ປະກອບມີ 10 ໝວດ ແລະ 64 ມາດຕາ ກົດໝາຍສະບັບນີ້ໄດ້ຖືກຮັບຮອງ ໂດຍກອງປະຊຸມສະໄໝສາ
ມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VII ເຊິ່ງກົດໝາຍສະບັບນີ້ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການສະກັດກັ້ນຕ້ານການສໍ້ລາດບັງຫຼວງ,
ເພື່ອບໍ່ໃຫ້ຊັບສິນຂອງລັດ, ລວມໝູ່, ສັງຄົມ ຫຼື ສິດຜົນປະໂຫຍດອັນຊອບທຳຂອງພົນລະເມືືອງຖືກເສຍຫາຍ, ຖືກຍັກຢອກ ຫຼື ສໍ້ໂກງ, ນຳເອົາຜູ້ກະທຳຜິດມາດຳເນີນຄະ
ດີ ແລະ ປົກປ້ອງຜູ້ບໍລິສຸດແນໃສ່ເຮັດໃຫ້ອົງການລັດມີຄວາມໂປ່ງໃສ, ເຂັ້ມແຂງ ແລະ ສາມາດກວດກາໄດ້ທຸກເວລາປະກອບສ່ວນ ເຮັດໃຫ້ມີສະຖຽນລະພາບທາງດ້ານ
ການເມືອງ, ເສດຖະກິດມີການຂະຫຍາຍຕົວ ແລະ ໝັ້ນຄົງ, ສັງຄົມມີຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ, ທັງນີ້ກໍເພື່ອຮັບປະກັນການກໍ່ສ້າງຊີ້
ນຳ-ນຳພາ, ບັນຊາ, ຄຸ້ມຄອງ ແລະ ກວດກາການເຄື່ອນໄຫວວຽກງານຂອງພະນັກງານ, ແນໃສ່ເຮັດໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການ
ຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ເປັນກຳລັງຫຼັກແຫຼ່ງ, ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

     ໃນກອງປະຊຸມກົມກົດໝາຍໄດ້ນຳເອົາປຶ້ມກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ຈຳນວນ 120 ຫົວມາມອບໃຫ້ກົມໃຫຍ່ເຕັກນິກກອງທັບ
ເພື່ອນຳໄປສຶກສາຄົ້ນຄວ້າ ແລະ ເຜີຍແຜ່ໃນກົມກອງຂອງຕົນປະຕິບັດຢ່າງເຂັ້ມງວດ. ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ໄດ້ຮຽກຮ້ອງໃຫ້ພະ
ນັກງານຢູ່ໃນອົງການກົມໃຫຍ່ເຕັກນິກ ຈົ່ງພ້ອມກັນເອົາໃຈໃສປະຕິບັດບັນດາຂໍ້ກຳນົດກົດລະບຽບ, ກົດໝາຍໃຫ້ລະອຽດເລິກເຊິ່ງເຖິງຖອງ, ນໍາເອົາໄປສຶກສາຄົ້ນຄວ້າ,ເຜີຍ
ແຜ່ ແລະ ເຊື່ອມຊຶມຕໍ່ພາລະບົດບາດຢ່າງຕັ້ງໜ້າ ແລະ ເຜີຍແຜ່ໃຫ້ພະນັກງານ-ນັກຮົບໃນທົ່ວອົງການກົມໃຫຍ່ເຕັກນິກ ແລະ ກົມກອງຮາກຖານໃຫ້ທົ່ວເຖິງ ພ້ອມກັນຈັດ
ຕັ້ງປະຕິບັດຜັນຂະຫຍາຍກົມກອງຂອງຕົນໃຫ້ເກີດດອກອອກຜົນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງຕາມການມອບໝາຍຂອງຂັ້ນເທິງໃຫ້ປາກົດຜົນເປັນຈິງ.