ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງໄຊຍະບູລີລົງຊ່ວຍປະຊາຊົນທີ່ຖືກໄພພິບັດນ້ຳຖ້ວມຢ່າງຮີບດ່ວນ


     ໃນວັນທີ 13-14 ມີຖຸນາ 2021 ນີ້, ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ໄດ້ເຮັດໃຫ້ແມ່ນໍ້າຮຸ່ງບວກກັບນໍ້າຫ້ວຍຮ່ອງຄອງບຶງ ແລະ ສາຍ
ນໍ້າຕ່າງໆໄຫຼເຂົ້າຖ້ວມຕົວເມືອງໄຊຍະບູລີ, ເປັນຕົ້ນແມ່ນເຂົ້າຖ້ວມບ້ານເຮືອນ, ຮ້ານຄ້າ-ຂາຍເຄື່ອງ, ຕະຫຼາດ, ໂຮງຮຽນ, ຮ້າຍຂາຍເຄື່ອງຍ່ອຍ ແລະ ພື້ນ
ທີ່ທຳການຜະລິດ ຂອງພໍ່ແມ່ປະຊາ ຊົນທົ່ວເມືອງໄຊຍະບູລີ, ຕໍ່ກັບສະພາບການນໍ້າຖ້ວມ ໃນຄັ້ງນີ້ທາງກອງບັນຊາການທະຫານແຂວງໄຊຍະບູລີກໍ່ໄດ້ນໍາເອົາ
ກຳລັງອ້ານນ້ອງຂອງຕົນຈຳນວນ 400 ສະຫາຍ, ກອງພົນທະຫານຮາບທີ 2 ຈໍານວນ300 ສະຫາຍ, ກອງບັນຊາການ ປກສ ແຂວງ 350 ສະຫາຍ, ຊາວ
ໝຸ່ມອົງການອ້ອມຂ້າງແຂວງ 360 ສະຫາຍ, ລົງໃຫ້ ການຊ່ວຍເຫຼືອພໍ່ແມ່ປະຊາຊົນແຕ່ລະບ້ານທີ່ຖືກຜົນກະໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຢ່າງຮີບດ່ວນ,
ດ້ວຍການຂົນເຄື່ອງຂອງຕ່າງໆອອກຈາກເຮືອນໄປໄວ້ທີ່ສູງ, ໂດຍສະເພາະແມ່ນລົດລາງພາຫະນະ, ເຄື່ອງໃຊ້ໄພຟ້າ, ສັດລ້ຽງ ແລະ ອື່ນໆທີ່ມີຄວາມຈໍາເປັນ,
ນອກນັ້ນຍັງຊ່ວຍພໍ່ແມ່ປະຊາ ຊົນຂົນດິນ, ຊາຍໃສ່ເປົາລຽນໃສ່ໜ້າບ້ານເພື່ອປ້ອງກັນບໍ່ໃຫ້ນໍ້າໄຫຼເຂົ້າຖ້ວມເຮືອນ, ມາຮອດວັນທີ 15 ມີຖຸນາ 2021 ກໍາ
ລັງຂອງ ປກຊ-ປກສ ແລະ ພາກສ່ວນຕ່າງໆກໍ່ຍັງໄດ້ສືບຕໍ່ຊ່ວຍເຫຼື່ອຄອບຄົວຂອງພໍ່ແມ່ປະຊາຊົນ ໂດຍການມ້ຽນມັດເຄື່ອງຂອງອານາໄມເຮືອນຊານບ້ານ
ຊອງສະຖານທີ່ຕ່າງໆເພື່ອໃຫ້ກັບເຂົ້າສູ່ພາວະເດີມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/06/2021