ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຕ້ອນຮັບ
ຫົວໜ້າກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ

     ວັນທີ 14 ມິຖຸນາ 2022 ນີ້, ຢູ່ທີ່ ກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ
ກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບສະຫາຍ ພົນຕີ ເຈິ່ນ ຢຸຍ ຢາງ ຫົວໜ້າກົມໃຫຍ່ພະລາທິການ ກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ,
ໃນ​ເນື່ອງໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 14-16 ມິຖຸນາ 2022.

     ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້
ເຊິ່ງໄດ້ນໍາເອົາຄວາມສາມັກຄີຮັກແພງໄມຕີຈິດມິດຕະພາບແບບພິເສດນໍາເອົາຄວາມອົບອຸ່ນມາສູ່ ກອງທັບປະຊາຊົນລາວ ທັງເປັນການປະກອບສ່ວນອັນ
ສໍາຄັນເຂົ້າໃນການ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານທີ່ເປັນມູນເຊື້ອລະຫວ່າງ ສອງ
ພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນ 2 ຊາດ ລາວ-ຫວຽດ ທີ່ມີມາແຕ່ດົນນານ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ. ເຊິ່ງພໍດີນອນຢູ່ໃນທ່າມ
ກາງບັນຍາກາດທີ່ສອງພັກ, ສອງລັດ, ສອງກອງທັບລາວ-ຫວຽດນາມ ກໍາລັງຫ້າງຫາກະກຽມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ
ຢ່າງເປັນຂະບວນການຟົດຟື້ນ ແລະ ເບີກບານມ່ວນຊື່ນ. ພ້ອມທັງສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້
ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການຕໍ່ ສປປ ລາວ ຕະຫຼອດມາບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ, ໄລຍະສ້າງສາພັດທະນາປະເທດຊາດ, ການປະສົບກັບໄພພິ
ບັດທາງທໍາມະຊາດ ແລະ ການລະບາດຂອງພະຍາດໂຄວິດ-19.

     ໂອກາດດັ່ງກ່າວ ສະຫາຍ ພົນຕີ ເຈິ່ນຢຸຍຢາງ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະ
ພາບແບບດູດດື່ມ ແລະ ມີມູນເຊື້ອແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ໃນໄລຍະຜ່ານມາການພົວພັນຮ່ວມມືລະຫວ່າງສອງ ກະຊວງປ້ອງ
ກັນປະເທດ ຫວຽດນາມ-ລາວ ແມ່ນມີການພົວພັນ ເຊິ່ງກັນ ແລະ ກັນຢ່າງສະໜິດແໜ້ນ ແລະ ໄດ້ຮັບໝາກຜົນຢ່າງ ເພິ່ງພໍໃຈ.

     ໃນມື້ດຽວກັນນີ້, ສະຫາຍ ພົນຕີ ເຈິ່ນ ຢຸຍ ຢາງ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍລະຫວ່າງ ກົມໃຫຍ່ພະລາທິການກອງ
ທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ພ້ອມດ້ວຍຄະນະ ແລະ ກົມໃຫຍ່ພະລາທິການ
ກອງທັບປະຊາຊົນ ຫວຽດນາມ, ເຊິ່ງທັງສອງຝ່າຍໄດ້ປຶກສາຫາລືເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ໂດຍສະເພາະແມ່ນການຮ່ວມມືລະຫວ່າງກອງທັບປະຊາ
ຊົນລາວ-ກອງທັບ ປະຊາຊົນຫວຽດນາມ ທາງດ້ານວຽກງານພະລາທິການ, ແລກ ປ່ຽນບົດຮຽນ ໃນດ້ານຕ່າງໆ, ການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ
ແລະ ກັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/06/2022