ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານມະຫາກຳກີລາແຫ່ງຊາດຄັ້ງທີ XI ກອງປະຊຸມກະກຽມປ້ອງກັນ
ໃຫ້ມີຄວາມສະຫງົບປອດໄພ 100%

     ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເນັ້ນ
ໜັກ ໃຫ້ຄະນະຮັບຜິດຊອບຊີ້ນຳປ້ອງກັນງານມະຫາກຳກີລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ເຊິ່ງຈະໄດ້ຈັດຂຶ້ນໃນທ້າຍປີ 2018 ນີ້
ຕ້ອງເອົາໃຈໃສ່ເຮັດວຽກງານປ້ອງກັນໃຫ້ມີຄວາມສະຫງົບປອດໄພ 100%.


ທ່ານ ພົນໂທ ສຸວອນ ເລືອງບຸນມີ  ເປັນປະທານງານມະຫາກຳກີລາແຫ່ງຊາດຄັ້ງທີ XI ມີຄວາມສະຫງົບປອດໄພ 100%

     ໃນກອງປະຊຸມທີ່ຈັດຂຶ້ນເມື່ອ ວັນທີ 13 ກໍລະກົດຜ່ານມານີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ຄະນະຮັບຜິດຊອບ,
ອະນຸກຳມະການຈົ່ງນຳເອົາເນື້ອໃນຈິດໃຈ ການກະກຽມປ້ອງກັນງານມະຫະກຳກີລາດັ່ງກ່າວ ເພຶ່ອໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມໃນທຸກດ້ານ ແລະ ພ້ອມກັນ
ສຸມໃສ່ຫ້າງຫາກະກຽມໃຫ້ ສຳເລັດບໍ່ວ່າຈະເປັນທາງດ້ານວັດຖຸ, ສະຖານທີ່, ເນື້ອໃນເອກະສານ ແລະ ອື່ນໆ. ນອກນັ້ນຕ້ອງໄດ້ສົມທົບແໜ້ນກັບບັນດາ
ພາກສ່ວນທີ່ກ່ຽວຂ້ອງຕິດຕາມແກ້ໄຂ ສະກັດກັ້ນບໍ່ໃຫ້ເກີດສະພາບຄວາມບໍ່ສະຫງົບ, ຕ້ອງເປັນເຈົ້າການປຸກລະດົມຂົນຂວາຍກຳລັງແຮງຢູ່ຂັ້ນທ້ອງຖິ່ນ
ແລະ ຮາກຖານມີຄວາມຮັບຜິດຊອບເປັນເຈົ້າຕົນເອງ, ຢ່າງເປັນເຈົ້າການ, ແຕ່ງຕັ້ງພະນັກງານ-ນັກຮົບລົງເຄື່ອນໄຫວ ໃກ້ຊິດຕິດແທດກັບພໍ່ແມ່ປະຊາຊົນ
ຢູ່ທຸກທິດ-ທຸກພາກ ເພື່ອເກັບກຳສະພາບກຸ່ມຄົນບໍ່ຫວັງດີທີ່ຈະເຂົ້າມາມ້າງເພທຳລາຍ ແລະ ສ້າງຄວາມບໍ່ສະຫງົບຢູ່ໃນງານ, ສຸມໃສ່ວຽກງານສຶກສາອົບ
ຮົມການເມືອງ, ນຳພາແນວຄິດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ຂະບວນການຕ່າງໆເພື່ອເຮັດໃຫ້ພະນັກງານ-ນັກຮົບທຸກສະຫາຍມີແນວຄິດອຸ່ນ
ອຽນທຸ່ນທ່ຽງເຊື່ອມໝັ້ນຕໍ່ການນຳພາຂອງພັກ-ລັດ, ມີສະຕິ ຕື່ນຕົວສູງເຂົ້າໃນວຽກງານປ້ອງກັນງານມະຫະກຳກີລາແຫ່ງຊາດຄັ້ງທີ XI ຮັບປະກັນໃຫ້ດຳ
ເນີນຕາມຈຸດປະສົງ ແລະ ຮັບປະກັນໃຫ້ໄດ້ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100%.