ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຊີ້ນຳລວມຫັດແອບປ້ອງກັນ ແລະ ຄວບຄຸມໄພພິບັດລົງຕິດຕາມການຫັດແອບຕົວຈິງ

     ໃນວັນທີ 15 ສິງຫາ 2017 ນີ້, ຄະນະຊີ້ນຳລວມຫັດແອບປ້ອງກັນ ແລະ ຄວບຄຸມໄພພິບັດທາງທຳມະຊາດໄດ້ເຂົ້າຊົມການເຝິກຊ້ອມຕົວຈິງຢູ່ທີ່ບ້ານ
ຕົ້ນແຫນ, ເມືອງໄຊບູລີ, ແຂວງສະຫວັນນະເຂດ ໂດຍມີ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມທັງເປັນຫົວໜ້າຄະນະຊີ້ນຳລວມຫັດແອບປ້ອງກັນ ແລະ ຄວບຄຸມໄພພິບັດ ທາງທຳມະຊາດ, ມີທ່ານ
ຮອງເຈົ້າແຂວງແຂວງສະຫວັນນະເຂດ ມີບັນດາຄະນະນຳກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງ, ກົມໃຫຍ່ພາລະທິການ, ກົມໃຫຍ່ເຕັກນິກກອງທັບ
ມີກອງບັນຊາການທະຫານແຂວງ, ປກສ ແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກຽ່ວຂ້ອງຕະຫຼອດຮອດພໍ່ແມ່ປະຊາຊົນບ້ານໃກ້ຄຽງເຂົ້າຮ່ວມຮັບຊົມ.


ພົນໂທ ສຸວອນ ເລືອງບຸນມີ ເຂົ້າຊົມການເຝິກຊ້ອມຫັດແອບປ້ອງກັນແລະຄວບຄຸມໄພພິບັດທາງທຳມະຊາດ

     ໂດຍການເຝິກຊ້ອມຕົວຈິງໃນຄັ້ງນີ້ປະກອບມີຄື: ເຫຼົ່າຮົບທະຫານອາກາດນໍາໃຊ້ຍົນມີ-17 ຈໍານວນ 1 ລໍາ ນໍາໃຊ້ເຂົ້າໃນການຊອກຄົ້ນທາງອາກາດ,
ເຫຼົ່າຮົບຊ່າງແສງນໍາໃຊ້ເຮືຶອລາດຕາເວນຈໍານວນ 3 ລໍາ, ເຮືອ ທ້ອງພຽງຈໍານວນ 2 ລໍາ, ເຮືອສູບລົມ 2 ລໍາ, ເຮືອ PJS 2 ລໍາ, ຂົວຟູ ຈຳນວນ 2 ລຳ ນໍາ
ໃຊ້ເຂົ້າໃນການຊອກຄົນເທິງໜ້ານໍ້າ ແລະ ຂົນສົ່ງປະຊາຊົນທີ່ໄດ້ຮັບຜົນກະພົບໄພນໍ້າຖ້ວມ, ເຫຼົ່າຮົບເຄມີນຳໃຊ້ຈຳນວນ 1 ໜ່ວຍ ວິໄຈເຄມີ-ເຊື້ອພະຍາດ
ແລະ 1 ໜ່ວຍ ກັນຕອງນ້ຳສະອາດ, ເຫຼົ່າເສນາຮັກ ແລະ ໜ່ວຍແພດສາທາລະນະສຸກຈັດຕັ້ງສູນແພດສຸກເສີນ, ໂຮງໝໍພາກສະໜາມປະກອບມີອຸປະກອນ
ການແພດຄົບຊຸດ ແລະ ລົດສຸກເສີນຈໍານວນ 4 ຄັນ ເພື່ອຊ່ວຍເຫຼືອຄົນບາດເຈັບສຸກເສີນຢູ່ໜ້າສະໜາມ ແລະ ນຳສົ່ງໂຮງໝໍ, ກຳລັງກະຊວງປ້ອງກັນປະ
ເທດ ຈັດຕັ້ງໜ່ວຍຄຸ້ມຄອງສຳມະໂນຄົວ, ໜ່ວຍພິສູດຫຼັກຖານໜ່ວຍດັບເພີງ, ໜ່ວຍປ້ອງກັນຄວາມສະຫງົບຂອບເຂດທີ່ພັກເຊົາຊົ່ວຄາວຂອງຜູ້ປະສົບ
ໄພ, ກອງພົນທີ 4 ແລະ ກອງບັນຊາການທະຫານແຂວງສະຫວັນນະເຂດນຳໃຊ້ກໍາລັງທະຫານຮາບຈໍານວນ 50 ສະຫາຍ ສ້າງຄູກັນນໍ້າ, ພາກສ່ວນຮັບປະ
ກັນປະກອບມີໜ່ວຍງານສື່ສານ, ພະລາທິການ ແລະ ພາກສະໜາມ ຜ່ານການສະແດງເຝິກຊ້ອມຕົວຈິງແມ່ນຮັບປະກັນດ້ວຍຄວາມປອດໄພ 100%.