ກວດກາການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ໂຮງຮຽນ 307
ວັນທີ 14 ສິງຫາ 2018 ນີ້, ຄະນະກວດກາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງກົມໃຫຍ່ເສນາທິການກອງທັບ ເຊິ່ງນໍາໂດຍ
ສະຫາຍ ພົນຈັດຕະວາ ພອນໃຈ ພັນທະວົງ ຄະນະພັກກົມໃຫຍ່ເສນາທິການ ຫົວໜ້າກົມກົດລັບ ພ້ອມດ້ວຍຄະນະໄດ້ລົງກວດກາການກໍ່ສ້າງກອງປອດ
ໃສ ເຂັ້ມແຂງ ໜັກແໜ້ນຢູ່ໂຮງຮຽນ 307 ໂດຍມີຄະນະພັກ-ຄະນະອໍານວຍການ ພ້ອມດ້ວຍພະນັກງານພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ພົນຈັດຕະວາ ພອນໃຈ ພັນທະວົງ ລົງກວດກາການກໍ່ສ້າງກອງປອດໃສເຂັ້ມແຂງໜັກແໜ້ນຢູ່ໂຮງຮຽນ 307
ພັນໂທ ແພງທອງ ແພງສຸຫວັນ ຫົວໜ້າການເມືອງໂຮງຮຽນ 307 ໄດ້ຕາງໜ້າຄະນະພັກຄະນະອໍານວຍການໂຮງຮຽນລາຍງານການຈັດຕັ້ງເຄື່ອນໄຫວ
ກໍ່ສ້າງກອງປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 1 ປີ ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ພົ້ນເດັ່ນໃນແຕ່ລະດ້ານທີ່ກົມກອງຍາດມາໄດ້ ໃນນີ້
ຄະນະພັກ-ຄະນະອໍານວຍການໂຮງຮຽນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສຶກສາອົບຮົມການເມືອງ, ນໍາພາແນວຄິດພະນັກງານສະມາຊິກພັກຢູ່ໃນກົມກອງໄດ້ເຊື່ອມ
ຊຶມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ກໍຄືທິດທາງແຜນການປັບປຸງກໍ່ສ້າງກົມໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂອງຄະນະພັກຮາກຖານໂຮງ
ຮຽນວາງອອກເຮັດໃຫ້ພະນັກງານ-ນັກຮົບມີຄວາມຕື່ນຕົວປະກອບສ່ວນເຂົ້າໃນທຸກວຽກງານຂອງກົມກອງ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບ ກົດ
ໝາຍ, ຕື່ນຕົວປະຕິບັດມະຕິຄໍາສັ່ງ, ມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ, ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຢູ່ພາຍໃນໄດ້ 100%, ເອົາໃຈໃສ່ສືບ
ຕໍ່ເຮັດໜ້າທີ່ການເມືອງຂອງກົມກອງໃນການກໍ່ສ້າງນັກວິຊາສະເພາະກົດລັບລະບົບຕໍ່ເນື່ອງຊຸດທີ 3 ແລະ ກໍ່ສ້າງຊັ້ນກາງຊຸດທີ່ 6 ແລະ ນໍາພາບັນດາພະແນກ
ການ, ກອງພັນ 302 ເຮັດໜ້າທີ່ວິຊາສະເພາະປະສົບຜົນສໍາເລັດ ນອກນີ້ຄະນະພັກ-ຄະນະອໍານວຍການຍັງໄດ້ເອົາໃຈໃສ່ຄຸ້ມຄອງລາຍຮັບ, ລາຍຈ່າຍງົບປະ
ມານຂອງກົມກອງຢ່າງຖືກຕ້ອງ ແລະ ເຂັ້ມງວດ, ຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນ, ຊອກຫາແຫຼ່ງລາຍຮັບເຂົ້າກົມກອງ
ຕາມເງື່ອນໄຂ ແລະ ຄວາມສາມາດໃນສົກປີ 2017-2018 ສາມາດສ້າງລາຍຮັບເຂົ້າກົມກອງຈາກການປູກຝັງ-ລ້ຽງສັດ, ການບໍລິການ ແລະ ອື່ນໆໄດ້
353.558.000 ກີບ ສະເລ່ຍໃສ່ຫົວຄົນໄດ້ 1.473.159 ກີບຕໍ່ຄົນຕໍ່ປີ, ປັບປຸງກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງຄື: ກໍ່ສ້າງເຮືອນນອນໂສດ 1 ຫຼັງສໍາ
ເລັດ 60%, ສ້າງປ້າຍປາໂນຄໍາຂວັນ ໄດ້ 5 ປ້າຍ, ສ້າງຫໍຂ່າວນັກຮຽນ 3 ຫຼັງ ແລະ ປັບປຸງປົວແປງສະຖານທີ່ຕ່າງໆຢູ່ພາຍໃນຄ້າຍຄູໃຫ້ມີຄວາມສວຍງາມ.