ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ບົ່ງ​ຕົວ​ແຕ່ງ​ຕັ້ງ​ຄະນະ​ອຳນວຍ​ການ ​ໂຮງຮຽນກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ


     ວັນທີ 14 ສິງຫາ ນີ້,ໄດ້ມີພິທີປະກາດບົ່ງຕົວແຕ່ງຕັ້ງ ຫົວໜ້າ ການທະຫານ, ຫົວໜ້າ ການເມືອງ ແລະ ບັນດາຄະນະພັກ-ຄະນະອໍານວຍການ ໂຮງຮຽນ ກໍ່ສ້າງນາຍ
ສິບເລກ 2 ວຽງໄຊ ໂດຍການ ເປັນປະທານ ຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ
ກົມໃຫຍ່ການເມືອງ ກອງທັບ, ມີຄະນະ 4 ກົມທີ່ກ່ຽວຂ້ອງ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ ກໍ່ສ້າງນາຍສິບເລກ 2 ວຽງໄຊ, ມີ ບັນດາແຂກທີ່ຖືກເຊີນ 7 ກົມ
ກອງອ້ອມຂ້າງ, ຄະນະຫ້ອງ, ຄະນະພະແນກທີ່ກ່ຽວຂ້ອງ, ຄະນະກອງພັນນັກຮຽນເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນປັນ ຂຸນປັນຍາ ຮອງຫົວໜ້າ ກົມພະນັກງານ ແລະ ສະຫາຍ ພັນເອກ ທອງສີ ວິຈິດວົງສາ ຮອງຫົວໜ້າ ກົມຈັດຕັ້ງພັກ ຜັດປ່ຽນກັນຂຶ້ນຜ່ານຂໍ້
ຕົກລົງຂອງ ກະຊວງປ້ອງກັນປະເທດ, ເປັນຕົ້ນແມ່ນຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ສະບັບ ເລກທີ 3029/ກປທ, ວັນທີ 15 ກໍລະກົດ 2019 ແລະ ຂອງ ຄະນະພັກ
ກະຊວງປ້ອງກັນປະເທດ ສະບັບ ເລກທີ 3182/ຄພກປທ, ລົງວັນທີ 26 ກໍລະ ກົດ 2019 ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນເລຂາ, ຮອງເລຂາ, ຄະນະປະຈໍາພັກ, ປະ
ທານ ກວດກາພັກ, ຄະນະກໍາມະການພັກ. ຄະນະພັກ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ພູເວີນ ວົງຄໍາຊາວ ເປັນເລຂາຄະນະພັກ ໂຮງຮຽນ-ຫົວໜ້າ
ການເມືອງໂຮງຮຽນ, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ເປັນຮອງເລຂາຄະນະພັກ ໂຮງຮຽນ-ຫົວໜ້າ ການທະຫານໂຮງຮຽນ, ສະຫາຍ ພັນໂທ ແສງເດືອນ ອິນທິ
ສອນ ຄະນະປະຈໍາພັກໂຮງຮຽນ-ປະທານ ກວດກາພັກ ໂຮງຮຽນ, ທັງເປັນ ຫົວໜ້າ ຫ້ອງການເມືອງ, ສະຫາຍ ພັນໂທ ເຂັມພອນ ຈັນທະມາລາ ເປັນກໍາມະການ ຄະນະພັກ,
ຮອງຫົວໜ້າ ການທະຫານໂຮງຮຽນ, ທັງເປັນ ຫົວໜ້າຫ້ອງອົບຮົມ, ສະຫາຍ ພັນໂທ ກິແກ້ວ ລິດແສນຫວັງ ເປັນ ກໍາມະການຄະນະພັກ-ຮອງອໍານວຍ ໂຮງຮຽນ, ທັງເປັນ
ຫົວໜ້າ ຫ້ອງພະລາທິການ, ສະຫາຍ ພັນໂທ ຄູຂັນ ແກ້ວບຸນມີ ເປັນກໍາມະການ ຄະນະພັກ-ຮອງ ອໍານວຍການໂຮງຮຽນ ທັງເປັນ ຫົວໜ້າ ຫ້ອງສຶກສາ, ສະຫາຍ ພັນໂທ
ບຸນເພັງ ໝື່ນນະລາດ ເປັນກໍາມະການ ຄະນະພັກ, ສະຫາຍ ພັນໂທ ຄໍາສອນ ວິລະກໍາ ເປັນ ກໍາມະການຄະນະພັກ, ສະຫາຍ ພັນໂທ ບຸນມີ ໄຕໄຊຍະວົງ ເປັນກໍາມະການຄະ
ນະພັກ. ສ່ວນສະຫາຍ ພັນເອກ ອິນຫວນ ວໍລະສານ ເລຂາຄະນະພັກ ຫົວໜ້າ ການທະຫານ ໂຮງຮຽນ ແລະ ສະຫາຍ ພັນເອກ ທອງພັນ ແກ້ວມະນີຈັນ ຮອງເລຂາຄະນະ
ພັກ ຫົວໜ້າ ການເມືອງໂຮງຮຽນ ແລະ ສະຫາຍ ພັນໂທ ບົວພັນ ທົງກະວີພອນ ຄະນະປະຈໍາພັກ ໂຮງຮຽນ, ປະທານກວດກາພັກ ທັງແມ່ນ ຫົວໜ້າ ຫ້ອງການເມືອງ ຜູ້ເກົ່າ
ໃນ 3 ສະຫາຍ ຮອດອາຍຸກະສຽນພັກການລໍຖ້າເຂົ້າຮັບ ເບ້ຍບໍານານ.

     ໂອກາດນີ້ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ໂອ້ລົມ ແລະ ເນັ້ນໜັກຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ຄັ້ງນີ້ຫຼາຍບັນຫາ, ເປັນຕົ້ນແມ່ນຈັດຕັ້ງຜັນ
ຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກ ໃຫ້ແທດເໝາະກັບສະພາບຕົວຈິງຂອງກົມກອງ, ຮູ້ໄດ້ແບບແຜນວິທີເຮັດວຽກ, ວິ
ທີນໍາພາບັນຊາໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດຂອງກອງທັບ, ນໍາພາທຸກວຽກງານຂອງກົມກອງ ກໍຄື ຂອງ ໂຮງຮຽນດ້ວຍຄວາມຮັບຜິດ
ຊອບສູງ, ກ່ອນຈະເຮັດໄດ້ຄືແນວນັ້ນກ່ອນອື່ນໝົດ ຕ້ອງສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານສະມາຊິກພັກ ຕະຫຼອດເຖິງພະນັກງານ-ນັກຮົບ ມີແນວຄິດ
ການເມືອງໜັກແໜ້ນ, ມີຄວາມສາມັກຄີອັນຜ່ອງໃສ, ພ້ອມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນເຂົ້າໃນການເຝິກຝົນຫຼໍ່ຫຼອມ ຕົນເອງໃຫ້ເປັນພະນັກ
ງານຂັ້ນ ນໍາພາ-ບັນຊາ ທີ່ດີມີຄຸນນະພາບເວົ້າລວມ, ເວົ້າສະເພາະກໍຄືຢູ່ ໃນໂຮງຮຽນ ໃຫ້ມີບາດກ້າວໃໝ່ ແລະ ມີຜົນສຳເລັດນໍາພາກົມກອງ ກາຍເປັນກົມກອງ ໜ່ວຍພັກ
ປອດໃສ ເຂັ້ມແຂງ ໜັກແໜ້ນ.