ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 45 ປີ


ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບຄົບຮອບ 45 ປີ ( 12 ສິງຫາ 1976-12 ສິງຫາ 2021 )

     ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 45 ປີ ( 12 ສິງຫາ 1976-12 ສິງຫາ 2021 ) ໄດ້ຈັດຂຶ້ນໃນວັນທີ 12
ສິງຫາ 2021, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ມີຄະນະນໍາບັນດາກົມໃຫຍ່ ແລະ ຄະນະພັກ-ຄະນະອຳນວຍການ, ແຂກຖືກເຊີນ ແລະ ພະນັກງານ-ແພດໝໍ ເຂົ້າຮ່ວມ.

     ສະຫາຍ ພັນເອກ ດຣ ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບ ໄດ້ຫວນຄືນປະຫວັດຕົ້ນກໍາເນີດ ແລະ ການເຕີບ
ໃຫຍ່ຂະຫຍາຍຕົວຂອງໂຮງໝໍສູນກາງ 103 ກອງທັບ ບາງຕອນສະຫາຍ ກ່າວວ່າ: ໃນໄລຍະຕໍ່ສູ້ກູ້ຊາດໂຮງໝໍຂອງ ກອງບັນຊາການທະຫານລາວອິດສະ
ຫຼະ ໄດ້ຮັບການສ້າງຕັ້ງຢູ່ເຂດ ບ້ານ ນາສ້ານ ຕາແສງ ຊຽງແມນ ເມືອງຊຳເໜືອ ແຂວງ ຫົວພັນ ໂດຍແມ່ນ ສະຫາຍ ອຸ່ນ ເຮືອນ ເປັນຫົວໜ້າໂຮງໝໍ, ປະ
ກອບມີພະນັກງານແພດໝໍທັງໝົດ 50 ສະຫາຍ ບັນຈຸ 50 ຕຽງ, ຕໍ່ມາປີ 1957 ໂຮງໝໍດັ່ງກ່າວໄດ້ຍາ້ຍໄປຕັ້ງຢູ່ ບ້ານນາແມວ, ມີພະນັກງານແພດໝໍ 60
ສະຫາຍ ແລະ ຂະຫຍາຍຕຽງນອນຄົນເຈັບເປັນ 100 ຕຽງ ໂດຍແມ່ນ ສະຫາຍ ບຸນເຮັ່ງ ບັນຊາລິດ ເປັນຫົວໜ້າ. ການປິ່ນປົວຄົນເຈັບໃນເວລານັ້ນ ແມ່ນ
ອາໄສຢາທີ່ບັນດາປະເທດ ເພື່ອນມິດສະໜອງໃຫ້ສົມທົບກັບຢາພື້ນເມືອງ.

     ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໃນ ປີ 1975 ບັນດາແພດໝໍໃນທົ່ວທຸກພາກຂອງປະເທດລາວ ໄດ້ທ້ອນໂຮມກັນແລ້ວເຂົ້າຢຶດເອົາ ໂຮງໝໍ
ສີສະຫ່ວາງວົງ ແລະ ໄດ້ແຕ່ງຕັ້ງ ຄະນະອຳນວຍການໂຮງໝໍຄືນໃໝ່ ໂດຍແມ່ນສະຫາຍ ຄຳເພັດ ເປັນຫົວໜ້າການທະຫານ ແລະ ສະຫາຍ ເຄນ ເປັນຫົວ
ໜ້າການເມືອງ, ໃນໄລຍະນັ້ນມີແພດໝໍ ລວມກັນ ທັງ 2 ຝ່າຍ ມີທັງໝົດ 268 ສະຫາຍ, ມີຕຽງນອນຄົນ ເຈັບ 250 ຕຽງ. ຈົນມາຮອດວັນທີ 12 ສິງ
ຫາ 1976 ຈຶ່ງໄດ້ປະກາດປ່ຽນຊື່ມາເປັນໂຮງໝໍ 103 ກອງທັບປົດປອຍປະຊາຊົນລາວ ຢ່າງເປັນທາງການ.

     ມາຮອດປັດຈຸບັນອີງໃສ່ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ແລະ ການພັດທະນາຂອງໂຮງໝໍພັກ-ລັດຖະບານກໍຄື ກະຊວງປ້ອງກັນປະເທດ ຈຶ່ງ
ຍົກລະດັບໃຫ້ເປັນໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ທີ່ມີອຸປະກອນເຕັກນິກນໍາໃຊ້ເຂົ້າໃນການປີ່ນປົວຄົນເຈັບທີ່ທັນສະໄໝທຽບເທົ່າກັບໂຮງ
ໝໍຂັັ້ນສູນກາງແຫ່ງອື່ນໆ. ປັດຈຸບັນນີ້, ໂຮງໝໍສູນກາງ 103 ກອງທັບ ມີຄະນະອຳນວຍການ 7 ສະຫາຍ, ແບ່ງອອກເປັນ 5 ຫ້ອງ, ມີ 102 ພະແນກການ,
ມີແພດໝໍທັງໝົດ 1.312 ສະຫາຍ, ມີ ຕຽງນອນຄົນເຈັບ 870 ຕຽງ, ລະດັບວິຊາສະເພາະ ແມ່ນນັບແຕ່ແພດຊັ້ນຕົ້ນ ຈົນເຖິງ ປະລິນຍາເອກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/08/2021