ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ ສະຫາຍ ຫົວໜ້າ
ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນ ຫວຽດນາມ


     ວັນທີ 12 ກັນຍາ 2019 ນີ້, ຢູ່ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດລາວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກ,
ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ພົນຕີ ຮວ່າງ ຊັວນ ຈ໋ຽນ, ກຳມະການສູນກາງພັກ, ຫົວ
ໜ້າ ກອງບັນຊາການ ທະຫານຊາຍແດນ ກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງ
ເປັນທາງການໃນລະຫວ່າງ ວັນທີ 11-13 ກັນຍາ 2019 ນີ້.

     ໃນໂອກາດດັ່ງກ່າວນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍີນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສະໜິດສະໜົມ
ພ້ອມທັງຕີລາຄາສູງຕໍ່ການຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນທະຫານຊາຍແດນ ກອງທັບ ປະຊາຊົນ ຫວຽດນາມ ໃນຄັ້ງນີ້ ເຊິ່ງໄດ້ປະກອບສ່ວນ ຢ່າງ
ຕັ້ງໜ້າເຂົ້າໃນວຽກງານ ຄຸ້ມຄອງຄວາມເປັນລະບຽບຮຽບ ຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງສອງປະເທດ, ທັງເປັນການປະກອບສ່ວນເຂົ້າໃນການເພີ່ມທະວີສາຍ
ພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ສອງກອງທັບ ລາວ- ຫວຽດນາມ ປະກອບສ່ວນເຂົ້າໃນ
ການປົກປັກຮັກສາເສັ້ນຊາຍແດນຂອງສອງປະເທດ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງຕະຫຼອດກາລະນານ.

     ສະຫາຍ ພົນຕີ ຮວ່າງ ຊັວນ ຈ໋ຽນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ
ແລະ ໄດ້ສະແດງຄວາມເຫັນໃຈຕໍ່ເຫດການໄພພິບັດນ້ຳຖ້ວມໃນ 6 ແຂວງພາກກາງ-ພາກໃຕ້ຂອງລາວ ແລະ ໄດ້ນຳເອົາວັດຖຸປັດໄຈຈຳນວນໜຶ່ງລວມມູນຄ່າ 90 ລ້ານ
ກີບ ມອບຊ່ວຍເຫຼືອແກ່ຜູ້ປະສົບໄພໃນຄັ້ງນີ້, ພ້ອມທັງລາຍງານຜົນຂອງການພົບປະສອງຝ່າຍລະຫວ່າງ ກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ກອງທັບປະຊາຊົນ
ລາວ ແລະ ກອງບັນຊາການ ທະຫານຊາຍແດນ ກອງທັບປະຊາຊົນ ຫວຽດນາມ ກ່ຽວກັບແຜນການ ແລະ ຮ່ວມມືໃນຕໍ່ໜ້າໂດຍສະເພາະວຽກງານການຄຸ້ມຄອງຊາຍແດນ
ລະຫວ່າງສອງປະເທດ, ໂດຍຈະສຸມໃສ່ວຽກງານໂຄສະນາເຜີຍແຜ່ ລະບຽບການຄຸ້ມຄອງຊາຍແດນ, ການປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນລະຫວ່າງ
ປະເທດ ໃຫ້ປະຊາຊົນ ຢູ່ຕາມບໍລິເວນຊາຍແດນເຂົ້າໃຈແຈ້ງກ່ຽວກັບເຂດອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໃຫ້ ສະຫາຍ ລັດຖະມົນຕີ ຮັບຊາບ.