ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ
ກຳລັງ ປກຊ-ປກສ ແຂວງ ຜົ້ງສາລີ


     ວັນທີ 13 ກັນຍາ 2020 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະ
ເທດ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ, ມີຫົວໜ້າ ຫ້ອງ
ວ່າການປົກຄອງ ແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ 2 ກໍາລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດຮອດນາຍ ແລະ ພົນ ທະຫານ, ນາຍ
ແລະ ພົນຕໍາ ຫຼວດເຂົ້າຮ່ວມຮັບຟັງ.

     ສະຫາຍ ພັນເອກ ຄໍາຈັນ ແສງລາວົງ ເລຂາພັກ ຫົວໜ້າ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ ຕາງໜ້າໃຫ້ 2 ກໍາລັງປ້ອງກັນຊາດ-
ປ້ອງກັນຄວາມສະຫງົບໄດ້ຂຶ້ນລາຍງານສະພາບລວມ ຂອງແຂວງຜົ້ງສາລີ ໂດຍຫຍໍ້ເຊິ່ງ ສະຫາຍ ໄດ້ຍົກໃຫ້ເຫັນບາງບັນຫາທີ່ສໍາຄັນ ແຂວງຜົ້ງສາລີ ເປັນ
ແຂວງໜຶ່ງທີ່ ຕັ້ງຢູ່ເໜືອສຸດຂອງປະເທດລາວ ປະກອບມີ 7 ເມືອງ, ມີ 59 ກຸ່ມບ້ານ ແລະ 1 ກຸ່ມບ້ານໃຫຍ່, ມີ 532 ບ້ານ, ມີພົນລະເມືອງທັງໝົດ
189.777 ຄົນ, ຍິງ 93.667 ຄົນ, ມີ 15 ຊົນເຜົ່າ, ມີເນື້ອທີທັງໝົດ 16,315 ກິໂລຕາແມັດ, ມີເສັ້ນຊາຍແດນຕິດກັບ ສສ ຫວຽດນາມ ແລະ ສປ ຈີນ,
ເປັນພູດອຍກວມ 99%, ເສັ້ນທາງຄົມມະນາຄົມມີຄວາມຫຍຸ້ງຍາກ, ການຕັ້ງພູມລຳເນົາ ຂອງປະຊາຊົນບັນດາເຜົ່າຍັງກະແຈກກະຈາຍ, ຊີວິດການເປັນຢູ່
ຍັງຂາດເຂີນຫຼາຍດ້ານ ແລະ ອາຊີບຍັງມີລັກສະນະເຄິ່ງທຳມະຊາດ ,ໃນນີ້ ແຂວງຜົ້ງສາລີ ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນວຽກ
ງານໜື່ງ ທີ່ສໍາຄັນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍ່ຄື ແຂວງຜົ້ງສາລີ ໂດຍຍຶດໝັ້ນຫຼັກການນໍາພາຂອງ ພັກປະຊາຊົນປະຕິວັດ
ລາວ, ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ 2 ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກ
ງານ-ນັກຮົບທັງ 2 ກໍາລັງເປັນກົກ, ໂດຍຖືເອົາແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ ບັນດາມະຕິ, ຄໍາສັ່ງ ແລະ ຂໍ້ກຳນົດຕ່າງໆ ມາຈັດຕັ້ງປະ
ຕິບັດເຂົ້າ ໃນໜ້າທີ່ວຽກງານ, ຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກອິດທິກໍາລັງປໍລະປັກ, ສ້າງພະລາທິການກັບທີ່ດ້ວຍການເພີ່ມພູນຜະລິດ
ຜົນ, ເຄື່ອນໄຫວເຜີຍແຜ່ແນວທາງນະໂຍບາຍຂອງພັກ, ສຶກສາອົບຮົມໃຫ້ຊາວໜຸ່ມ-ແມ່ຍິງຮັກສາໄດ້ມູນເຊື້ອການຕໍ່ສູ້ກູ້ຊາດຂອງປະຊາຊົນບັນດາເຜົ່າໄວ້
ໃຫ້ໝັ້ນຄົງ ແລະ ຮັດແໜ້ນຄວາມສາມັກຄີທັງພາຍໃນ ແລະ ພາຍນອກ ໂດຍສະເພາະການພົວພັນຮ່ວມມືກັບເພື່ອນມິດເປັນຕົ້ນແມ່ນ ສສ ຫວຽດນາມ
ແລະ ສປ ຈີນ ໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງທັງ 2 ກໍາລັງ, ກ່ອນອື່ນສະຫາຍ ໄດ້ສະແດງຄວາມຊົມເຊີຍຕໍ່ 2 ກໍາລັງ
ທີ່ມີຜົນງານຫຼາຍດ້ານໃນການເຮັດສໍາເລັດໜ້າທີ່ ທີ່ຜ່ານມາ ແລະ ຮຽກຮ້ອງໃຫ້ສືບຕໍ່ຮັກສາຄວາມສະຫງົບ, ຄວາມມີສະຖຽນລະພາບທາງດ້ານການເມືອງ
ຢ່າງໜັກແໜ້ນ, ພ້ອມກັນຂະຫຍາຍເສດຖະກິດຂອງແຂວງ ໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ, ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນທີ່ໄດ້ຮັບການມອບໝາຍ
ໃຫ້ສໍາເລັດ, ກໍາແໜ້ນ ສະພາບການ, ຈໍາແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ຕ້ານ ແລະ ສະກັດກັ້ນພວກອິດທິກໍາລັງປໍລະປັກ ແລະ ພວກກຸ່ມຄົນທີ່ບໍ່
ຫວັງດີທີ່ຈະມ້າງເພທໍາລາຍລະບອບໃໝ່ຂອງພວກເຮົາ ໃຫ້ໝົດໄປເທື່ອລະກ້າວ, ຕ້ານແນວຄິດອະຄະຕິ, ໃນຕົວ, ອິດສາ, ບຽດບຽນ, ເຜົ່າເພດ, ສວຍໃຊ້
ໜ້າທີ່ຕໍາແໜ່ງ ແລະ ຈຸ່ມເຈື່ອເຊື້ອສາຍ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ທັງ 2 ກໍາລັງ ແລະ ພະນັກງານ ຫຼັກແຫຼ່ງຈົ່ງພ້ອມກັນເອົາໃຈ
ໃສ່ຫັນມະຕິແຜນການຂອງແຂວງ, ຂອງ 2 ກອງບັນຊາການມາຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ, ຮັດແໜ້ນຄວາມສາມັກຄີທັງພາຍໃນ
ແລະ ພາຍນອກໃຫ້ແໜ້ນແຟ້ນກວ່າເກົ່າ, ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກງານພື້ນຖານໃນການລະດົມຮາກຖານຊ່ວຍເຫຼື່ອ
ປະຊາຊົນ, ແກ້ໄຂບັນຫາສໍາມະໂນຄົວ, ແກ້ໄຂຄົນເຂົ້າ-ອອກເມືອງ ທີ່ຜິດຕໍ່ລະບຽບກົດໝາຍຂອງບ້ານເມືອງ, ຕ້ອງມີມາດຕະການຕ້ານບັນຫາຢາເສບຕິດ
ແລະ ການຄ້າຂາຍເຖື່ອນ, ສຶກສາອົບຮົມໃຫ້ລູກຫຼານເປັນພົນລະເມືອງດີ, ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານທັງ 2 ກໍາລັງ ໂດຍການ
ຊອກຮຽນຮູ້ມູນເຊື້ອປະຫວັດສາດ ແລະ ຊອກຮູ້ຮໍ່າຮຽນບັນດາກົດໝາຍຕ່າງໆ, ປັບປຸງຊີວິດການເປັນຢູ່ໂດຍປະຕິບັດຕາມຄໍາຂັວນທີ່ວ່າ: ກຸ່ມຕົນເອງ ເພິ່ງ
ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄື ແຂວງຜົ້ງສາລີ ໃຫ້ມີຄວາມກ້າວ
ໜ້າຂຶ້ນໄປເລື້ອຍໆ.