ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມປຶກສາຫາລື ການແກ້ໄຂບັນຫາແຮງງານທີ່ໄດ້ຮັບຜົນກະທົບ
ຈາກການແຜ່ລະບາດໂຄວິດ-19

     ວັນທີ 14 ກັນຍາ 2021 ນີ້, ຢູ່ທີກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມປຶກສາຫາລື ການແກ້ໄຂບັນຫາແຮງງານ ທີ່ໄດ້ຮັບຜົນກະທົບ ຈາກການ
ແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງ
ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີລັດຖະມົນຕີ ,ຮອງລັດຖະມົນຕີ, ເຈົ້າແຂວງ, ບັນດາອະນຸກໍາມະການ ພ້ອມດ້ວຍພາກສ່ວນ
ກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືກ່ຽວກັບແນວທາງ ທີ່ເປັນໄປໄດ້ ໃນການແກ້ໄຂບັນຫາແຮງງານ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຂື້ອ
ພະຍາດ ໂຄວິດ-19 ເວົ້າລວມ, ເວົ້າສະເພາະແມ່ນຢູ່ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ດ້ວຍຄວາມເປັນຫ່ວງເປັນໄຍ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ຖືກຕ້ອງສອດ
ຄ່ອງກັບແນວທາງແຜນນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ແຮງງານທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ເມືອງຕົ້ນເຜິ້ງ ໂດຍ
ໄດ້ປຶກສາຫາລືແລະປະສານສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງ ໂດຍສະເພາະແມ່ນອໍານາດການປົກຄອງແຂວງ ເພື່ອຊອກຫາວິທີ່ແກ້ໄຂ ໃຫ້ຖືກຕ້ອງຢ່າງ
ພາວະວິໃສ ຕາມເງື່ອນໄຂ ແລະ ສະພາບຄວາມເປັນຈິງ ບົ້ນພື້ນຖານແມ່ນແນ່ໃສ່ເຮັດໃຫ້ປະຊາຊົນແລະແຮງງານທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ມີສູນຈໍາກັດ
ບໍລິເວນ ແລະ ໂຮງໝໍປິ່ນປົວ ໃຫ້ພຽງພໍ ພ້ອມທັງປັບປຸງມີຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເປັນກ້າວໆ ແລະ ມີວຽກເຮັດງານທໍາ ພາຍຫຼັງການແຜ່ລະ
ບາດຂອງພະຍາດໂຄວິດ-19 ຫຼຸດລົງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/09/2021