ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ເປີດການແຂ່ງຂັນກີລາມວນຊົນປະຈຳປີ 2017

     ກົມໃຫຍ່ເສນາທິການກອງທັບ ໄດ້ເປີດການແຂ່ງຂັນກີລາມວນຊົນ ປະຈຳປີ 2017 ຂຶ້ນ ທີ່ເດີ່ນກີລາຂອງກົມດັ່ງກ່າວໃນວັນທີ 14 ພະຈິກ 2017 ນີ້,
ໂດຍການເປັນປະທານຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ
ເຊິ່ງມີບັນດາ ຄະນະນຳກົມໃຫຍ່, ກົມນ້ອຍ, ຫ້ອງການ, ຄະນະພັກ-ຄະນະບັນຊາ ແລະ ບັນດານັກກີລາຈາກແຕ່ລະກົມກອງທີ່ ຂຶ້ນກັບກົມໃຫຍ່ເສນາທິການ
ກອງທັບເຂົ້າຮ່ວມ.


ບັນດານັກກີລາຈາກແຕ່ລະກົມກອງທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ ເຂົ້າຮ່ວມເປີດການແຂ່ງຂັນກີລາມວນຊົນປະຈຳປີ 2017

     ກີລາທີ່ນຳມາແຂ່ງຂັນໃນຄັ້ງນີ້ມີ 4 ປະເພດ ແລະ 7 ລາຍການ ຄື: ເປຕັງຊາວໜຸ່ມ ຮຸ່ນທົ່ວໄປ, ເປຕັງອາວຸໂສ, ບານສົ່ງຊາຍ, ບານສົ່ງຍິງ, ກະຕໍ້ຫວາຍ
ແລະ ກີລາການທະຫານ ເຊິ່ງມີນັກກີລາເຂົ້າຮ່ວມການແຂ່ງຂັນທີ່ມາຈາກ 16 ກົມນ້ອຍ, 3 ຫ້ອງການ ແລະ 34 ກອງຮາກຖານທີ່ຂຶ້ນກັບກົມໃຫຍ່ເສນາທິ
ການກອງທັບ.

     ຈຸດປະສົງຂອງການຈັດກິດຈະກຳແຂ່ງຂັນກີລາໃນຄ້ັງນີ້ ແມ່ນເປັນການສ້າງບັນຍາກາດຟົດຟື້ນມ່ວນຊື່ນ ຂໍ່ານັບຮັບຕ້ອນວັນປະຫວັດສາດຂອງຊາດ,
ຂອງພັກ ແລະ ຂອງກອງທັບ ໂດຍສະເພາະແມ່ນວັນຊາດທີ 2 ທັນ ວາ ຄົບຮອບ 42 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ
ແລະ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 69 ປີ ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີຄວາມໝາຍເລິກເຊິ່ງ ໂດຍການແຂ່ງຂັນຈະດຳເນີນໄປຈົນເຖິງ ວັນ
ທີ 4/12/2017 ຈຶ່ງຈະໄດ້ອັດລົງ.