ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 11 ປິດການເຝິກອົບຮົມໄລຍະສັ້ນ
ກ່ຽວກັບການນຳໃຊ້ພາຫະນະອາວຸດໂທປະກອນ

     ໃນວັນທີ 13 ພະຈິກ 2018 ນີ້, ກອງພັນໃຫຍ່ 11 ໄດ້ຈັດຕັ້ງພິທີປິດການເຝິກອົບຮົມໄລຍະສັ້ນ, ກ່ຽວກັບການນຳໃຊ້ພາຫະນະ-ເຕັກນິກການທະຫານ ໂດຍ
ການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິ
ການກອງທັບ, ມີສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ຫລີໜິງຫົວ
ໜ້າຄະນະວິຊາການກອງທັບປະປົດປ່ອຍປະຊາຊົນຈີນ ພ້ອມຄະນະ ແລະ ແຂກຖືກເຊີນຈາກ 4 ກົມໃຫຍ່, ກົມນ້ອຍທີ່ກ່ຽວຂ້ອງພ້ອມດ້ວຍຄະນະພັກ-ຄະນະບັນຊາກອງ
ພັນໃຫຍ່ 11 ຕະຫຼອດພະນັກງານ ແລະ ນັກເຝິກອົບຮົມເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ທ່ຽວຊົມບັນດາພາຫະນະອາວຸດຍຸດໂທປະກອນຕ່າງໆ

     ໃນໂອກາດນີ້, ພັນໂທ ບົວເສັງ ອິນທະເກສອນ ຫົວໜ້າຂະແໜງອົບຮົມກອງພັນໃຫຍ່ 11 ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນຕະຫຼອດໄລຍະການເຝິກອົບຮົມໂດຍອີງ
ຕາມການຕົກລົງຂອງ 2 ກະຊວງປ້ອງກັນປະເທດລາວ-ຈີນ ວ່າດ້ວຍການຮ່ວມມືທາງດ້ານວຽກງານປ້ອງກັນປະເທດ ແລະ ອີງຕາມທິດຊີ້ນຳຂອງກົມໃຫຍ່ເສນາທິການ
ກອງທັບປະຊາຊົນລາວ ວ່າດ້ວຍການຕົກລົງເຝິກອົບຮົບໄລຍະສັ້ນ, ກ່ຽວກັບການນຳໃຊ້ອາວຸດຍຸດໂທປະ ກອນເຕັກນິກທາງດ້ານການທະຫານ ໂດຍໄດ້ຮັບການຊ່ວຍເຫືຼອ
ຈາກກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງການເປິດຊຸດອົບຮົມໄລຍະສັ້ນໃນຄັ້ງນີ້ມີຄວາມໝາຍສຳຄັນ ເຊິ່ງນັກເຝິກອົບຈະໄດ້ຮຽນຮູ້ເຖິງຄຸນຄ່າສະມັດຕະພາບ ແລະ ການປະ
ກອບສ້າງຂອງບັນດາພາຫະນະ-ອາວຸດ ແລະ ບັນດາອຸປະກອນທາງການທະຫານ, ເພື່ອຮັບປະກັນໃນເວລານຳໃຊ້ໃຫ້ມີຄວາມຊຳນິຊຳນານທາງດ້ານທິດສະດີ ແລະ ຫຼັກການ
ຮູ້ວິທີນຳໃຊ້ເຂົ້າໃນການປະຕິບັດວຽກງານໂຕຈິງໃນເວລາສູ້ຮົບ ແລະ ວິທີບົວລະບັດປົກປັກຮັກສາພາຫະນະອາວຸດຍຸດໂທປະກອນດັ່ງ ກ່າວທີ່ມີຄວາມທັນສະໄໝ ເຊິ່ງເນື້ອ
ໃນການເຝິກອົບໃນຄັ້ງນີ້ປະກອບມີ 7 ພາກຄື: ຮຽນຮູ້ວິທີການນຳໃຊ້ອຸປະກອນເຫຼົ່າຮົບຊ່າງແສງ, ເຫຼົ່າຮົບສື່ສານ, ອາວຸດຍິງດ່ຽວ, ກຳລັງໄຟແບກຮາບ, ລົດສູ້ຮົບ-ລົດບັນ
ທຸກ, ລົດລຳລຽງ, ລົດຍົກ, ລົດຊ່າງແສງ, ລົດຂຸດຂຸມຄອງ ເຊິ່ງມີຈຳນວນພົນເຂົ້າຮ່ວມອົບຮົມ 254 ສະຫາຍ ໂດຍເປີດເຝິກອົບຮົມມາແຕ່ວັນທີ 29 ຕຸລາ 2018-13 ພະ
ຈິກ 2018 ໃຊ້ເວລາທັງໝົດ 16 ວັນ ພາຍຫຼັງທີ່ສຳເລັດການເຝິກອົບຮົມ ທາງຝ່າຍຈີນໂດຍແມ່ນ ພັນເອກ ຫຼີໝິງ ຕາງໜ້າຄະນະກໍໄດ້ກ່າວມອບພາຫະນະອາວຸດ ແລະ ອຸ
ປະກອນການທະຫານທັງໝົດໃຫ້ແກ່ກອງທັບປະຊາຊົນລາວ ຕາງໜ້າກ່າວຮັບໂດຍ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ໂດຍພາຫະນະອາວຸດ ແລະ ອຸປະກອນການທະຫານ
ທັງໝົດນີ້ຈະປະກອບໃຫ້ແກ່ກອງພັນໃຫຍ່ 11. ຈາກນັ້ນກໍໄດ້ຮັບຟັງການໂອ້ລົມຂອງສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ວິຊາ
ການຈາກກອງທັບປົດປ່ອຍປະຊາຊົນຈີນທີ່ໄດ້ມາໃຫ້ການຊ່ວຍເຫຼືອໃນການເຝິກອົບຮົມຕະຫຼອດໃນໄລຍະການເຝິກອົບຮົມ ກໍຄືການຮ່ວມມືຂອງ 2 ກະຊວງປ້ອງກັນປະ
ເທດ ລາວ-ຈີນ ເປັນຕົ້ນແມ່ນທາງຝ່າຍຈີນ ທີ່ໄດ້ນຳເອົາເຕັກນິກທາງການທະຫານໃໝ່ໆມາອົບຮົມໃຫ້ແກ່ກອງທັບປະຊາຊົນລາວ ແລະ ບັນດານັກວິທະຍາກອນຜູ້ທີ່ມີປະ
ສົບການສູງທີ່ໄດ້ນຳເອົາຄວາມຮູ້ກໍຄືບົດຮຽນອັນມີຄຸນຄ່າສຳຄັນທີ່ສຸດມາອົບຮົມໃຫ້ນາຍ ແລະ ພົນທະຫານໃນກອງທັບປະຊາຊົນລາວ ເວົ້າສະເພາະກໍຄືກອງພັນໃຫຍ່ 11
ເຖິງແມ່ນວ່າເວລາຈະສັ້ນແຕ່ຄະນະຄູອາຈານກໍໄດ້ເນັ້ນໃສ່ພາກປະຕິບັດຕົວຈິງສົມທົບກັບທິດສະດີໄປຄຽງຄູ່ກັນເຂົ້າໃນການປະກອບສ່ວນສ້າງກົມກອງໃຫ້ເຂັ້ມແຂງ-ໜັກ
ແໜ້ນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ພ້ອມທັ້ງເນັ້ນໜັກໃຫ້ແຕ່ລະສະຫາຍກໍຄື: ນັກເຝິກອົບຮົມໃນຄັ້ງນີ້ຈົ່ງນຳເອົາບົດຮຽນດັ່ງກ່າວທີ່ອາຈານສິດສອນໄປໝູນໃຊ້ເຂົ້າໃນວຽກງານ
ຕົວຈິງກໍຄືໃນສະເພາະໜ້າ ແລະ ຍາວນານ. ຈາກນັ້ນຄະນະທັງສອງຝ່າຍກໍທ່ຽວຊົມບັນດາພາຫະນະອາວຸດຍຸດໂທປະກອນຕ່າງໆ ພ້ອມທັງຮັບຟັງການລາຍງານຈາກນັກວິ
ຊາການຕື່ມອີກ.