ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມທາງໄກລະຫວ່າງວິທະຍາຄານການແພດກອງທັບລາວ-ຫວຽດນາມ


     ໃນວັນທີ 11 ພະຈິກ 2021 ວິທະຍາຄານການແພດ ກອງທັບ ໄດ້ຈັດກອງປະຊຸມສໍາມະນາ ວິທະຍາສາດການແພດ ທາງໄກລະຫ່ວາງ ວິທະຍາຄານ
ການແພດ ກອງທັບລາວ ແລະ ວິທະຍາຄານການແພດ ກອງທັບຫວຽດນາມ ຄັ້ງທີ II, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ບົວສິງ
ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ສະຫາຍ ພັນເອກ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານ , ສະຫາຍ ພັນເອກ ສຸລິວົງ ລັດ
ວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ, ມີບັນດາກົມ, ໂຮງໝໍສູນກາງ 103 ກອງທັບ, ສະຖາບັນອະນາໄມກັນພະຍາດກອງທັບ, ກອງ
ສາງຢາ ແລະ ອຸປະກອນການແພດ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ສະຖາບັນການຢາ-ການແພດພື້ນເມືອງກອງທັບ, ຊ່ຽວຊານຫວຽດນາມ
ແລະ ພະນັກງານ-ຄູອາຈານ ເຂົ້າຮ່ວມ.

     ອີງຕາມຂໍ້ຕົກລົງຂອງກົມໃຫຍ່ພະລາທິການ ກອງທັບ ສະບັບເລກທີ790/ກພລ, ລົງວັນທີ 01/11/ 2021 ວ່າດ້ວຍອະນຸມັດເປີດກອງປະຊຸມສໍາມະ
ນາວິທະຍາສາດການແພດແບບທາງໄກລະຫວ່າງ ວິທະ ຍາຄານການແພດກອງທັບລາວ ແລະ ວິທະຍາຄານການແພດກອງທັບຫວຽດນາມ ປີ 2021 ໂດຍ
ຜ່ານທາງອອນລາຍ, ໃນກອງປະຊຸມ ສະຫາຍ ພົນຕີ ສຈ ປອ ໂດ ກວຽດ ຫົວໜ້າວິທະຍາຄານການແພດກອງທັບຫວຽດນາມ ໄດ້ກ່າວເປີດ ແລະ ຈຸດປະ
ສົງຂອງກອງປະຊຸມໃນຄັ້ງນີ້ ໂດຍປະຕິບັດຕາມແຜນການຮ່ວມມືຮອບດ້ານລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ແລະ ສອງກົມໃຫຍ່
ພະລາທິການກອງທັບ,ກໍ່ຄືສອງວິທະຍາຄານການແພດກອງທັບ.

     ໃນທ່າມກາງການລະບາດຂອງພະຍາດໂຄວິດ-19, ແຕ່ເຖີງແນວໃດກໍ່ຕາມຄະນະນໍາທັງສອງພວກເຮົາກໍ່ໄດ້ມີຄວາມພະຍາຍາມຊ່ວຍເຫຼື່ອເຊີ່ງກັນ ແລະ
ກັນຕະຫຼອດມາບໍ່ວ່າຈະເປັນການປະກອບສ່ວນຊຸກຍູ້ຊ່ວຍເຫຼື່ອໃນການຕ້ານພະຍາດໂຄວິດ-19, ການບໍາລຸງກໍ່ສ້າງຂະແໜງເສນາຮັກການແພດ, ກໍ່ສ້າງພະ
ນັກງານວິຊາການວິຊາສະເພາະອື່ນໆ ທີ່ທັງສອງກະຊວງພວກເຮົາເຫັນດີຮ່ວມກັນ,ເປັນຕົ້ນແມ່ນຂະແໜງການແພດແມ່ນໄດ້ຮັບການບໍາລຸງກໍ່ສ້າງຂຶ້ນເປັນ
ກ້າວໆສາມາດຕອບສະໜອງໄດ້ກັບໜ້າທີ່ການເມືອງໃນໄລຍະໃໝ່.

     ໂອກາດນີ້, ລັດຖະບານກໍ່ຄືກະຊວງປ້ອງກັນປະເທດຫວຽດນາມ ຍັງໄດ້ມອບຫຼຽນໄຊແຮງງານຊັ້ນ II ໃຫ້ວິທະຍາຄານການແພດກອງທັບລາວ, ມອບ
ຫຼຽນໄຊແຮງງານຊັ້ນ II ໃຫ້ໂຮງໝໍສູນກາງ 103 ກອງທັບ,ມອບໃບຍ້ອງຍໍໃຫ້ພະນັກງານ-ຄູອາຈານຜູ້ດີເດັ່ນຝ່າຍລາວ, ມອບຫຼຽນໄຊແຮງງານຊັ້ນ II ໃຫ້
ຄະນະອໍານວຍການ ວິທະຍາຄານການແພດກອງທັບ ແລະ ມອບຫຼຽນໄຊແຮງງານຊັ້ນ II ໃຫ້ຄະນະອໍານວຍການໂຮງໝໍສູນກາງ 103 ກອງທັບ; ຈາກນັ້ນ
ນັກສໍາມະນາກອນຮ່ວມທັງສອງຝ່າຍກໍໄດ້ປ່ຽນກັນລາຍງານບົດວິທະຍາສາດການແພດ ຊຶ່ງຝ່າຍຫວຽດນາມມີ: 15 ບົດ, ຝ່າຍລາວມີ: 15 ບົດ ແລະ ພາກ
ສັງລວມມີ: 4 ພາກໃຫຍ່ ພາກວິຊາການແພດພື້ນຖານ, ພາກຄະລິນິກ, ພາກການທະຫານ ແລະ ພາກສົງຄາມ, ຈຸດປະສົງ ເພື່ອເປັນການແລກປ່ຽນບົດວິ
ທະຍາສາດ ທາງດ້ານການແພດຮ່ວມກັນ, ຕໍາລາການຮຽນ-ການສອນ, ສ້າງບຸກຄະນະກອນທາງດ້ານການແພດ ໃນກອງທັບໃຫ້ກ້າວສູ່ແບບແຜນທັນສະ
ໄໝ, ບົນພື້ນຖານຄວາມສາມັກຄີແບບພິເສດລາວ-ຫວຽດນາມອ້າຍນ້ອງຂອງສອງຊາດເຮົາໂດຍສະເພາະແມ່ນຄວາມສໍາພັນລະຫວ່າງວິທະຍາຄານການ
ແພດກອງທັບລາວ ແລະ ວິທະຍາຄານການແພດກອງທັບຫວຽດນາມ ຊຶ່ງຍາມໃດກໍໄດ້ໃຫ້ການຊ່ວຍເຫຼືອເຊີ່ງກັນ ແລະ ກັນຕະຫຼອດມາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/11/2021