ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບສື່ສານຄົບຮອບ 65 ປີ


     ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ເຫຼົ່າຮົບສື່ສານ ຄົບຮອບ 65 ປີ (15/12/1954-15/12/ 2019) ໄດ້ຈັດຂຶ້ນໃນ ວັນທີ 13 ທັນວານີ້, ທີ່ໂຮງງານສ້ອມແປງສື່ສານ
209, ໃຫ້ກຽດເຂົ້າຮ່ວມເປັນ ປະທານ ຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສ
ນາທິການກອງທັບ, ມີບັນດາຄະນະນຳ ກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານປະຕິວັດອາວຸໂສບໍານານ, ບັນດາກົມກອງເຫຼົ່າຮົບ
ແລະ ແຂກຮັບເຊີນເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ຄະນະພັກອົງການ ກົມໃຫຍ່ເສນາທິການກອງທັບ ຫົວໜ້າ ກົມສື່ສານໄດ້ຫວນຄືນມູນເຊື້ອແຫ່ງກຳເນີິດ, ການ
ປັບປຸງກໍ່ສ້າງເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງທີ່ເຫຼົ່າຮົບສື່ສານ ຍາດມາໄດ້ຕະຫຼອດໄລຍະ 65 ປີ ຜ່ານມາ, ເຫຼົ່າຮົບສື່ສານ ກໍແມ່ນ
ເຫຼົ່າຮົບໜຶ່ງທີ່ໄດ້ຄຽງບ່າຄຽງໄຫຼ່ ກັບເຫຼົ່າຮົບອື່ນປະກອບສ່ວນເຂົ້າໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືຂອງພວກເຂົາ, ທັງສູ້ຮົບທັງເຮັດໜ້າ
ທີ່ຮັບປະກັນ ວິຊາສະເພາະຕິດຕໍ່ສື່ສານ, ທັງປັບປຸງກໍ່ສ້າງກຳລັງຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການ
ກໍຄືໜ້າທີ່ການເມືອງຂອງ ພັກ-ລັດ ແລະ ໜ້າທີ່ບັນຊາການສູ້ຮົບຂອງກອງທັບ ໃນແຕ່ລະໄລຍະໄດ້ຢ່າງທັນການ. ເຫຼົ່າຮົບສື່ສານກອງທັບປະຊາຊົນລາວ ໄດ້ຮັບການປະກາດ
ສ້າງຕັ້ງຂຶ້ນໃນ ວັນທີ15 ທັນວາ 1954 ໃນເບື້ອງຕົ້ນໃສ່ຊື່ວ່າ: ກອງຮ້ອຍ 200 ປະກອບມີ 2 ໝວດຄື: ຕິດຕໍ່ທາງຕີນ ແລະ ໂທລະສັບ ມີໜ້າທີ່ຮັບປະກັນການຕິດຕໍ່ສື່ສານ
ຮັບໃຊ້ໃຫ້ແກ່ການບັນຊາການສູ້ຮົບຢູ່ພື້ນທີ່ຕ່າງໆ ໃນຂອບເຂດທົ່ວປະເທດ, ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ເຫຼົ່າຮົບສື່ສານກໍໄດ້ເອົາໃຈໃສ່ປັບປຸງ ກໍ່ສ້າງເຫຼົ່າຮົບ
ກ້າວເຂົ້າສູ່ບາດລ້ຽວອັນໃໝ່ໃນນັ້ນ, ໄດ້ປະກາດສ້າງຕັ້ງກອງພັນສື່ສານ 221 ຂຶ້ນ ເຊິ່ງເປັນກອງພັນສື່ສານ ກອງທໍາອິດຂອງກອງທັບປະຊາຊົນລາວ ແລະ ໄດ້ປ່ຽນຊື່ມາເປັນ
ກອງພັນ 224, ປີ 1976  ພະແນກສື່ສານ ກອງບັນຊາການທະຫານສູງສຸດ ໄດ້ປ່ຽນຊື່ມາເປັນຫ້ອງການສື່ສານ ທີ່ຂຶ້ນກັບກົມໃຫຍ່ເສນາທິ ການກອງທັບ ແລະ ໄດ້ປ່ຽນຊື່
ມາເປັນກົມສື່ສານຈົນເຖິງປັດຈຸບັນ. ທົ່ວກຳລັງຫຼວງໄດ້ປະກາດສ້າງ ຕັ້ງກອງພັນສື່ສານຂຶ້ນຕື່ມ 14 ກອງພັນ, ກອງຮ້ອຍເອກະລາດ 28 ກອງຮ້ອຍ ແລະ ຢູ່ຂັ້ນທ້ອງຖິ່ນ ໄດ້
ສ້າງຕັ້ງເປັນ ພະແນກ, ຂະແໜງສື່ສານລວມໄປເຖິງກົມກອງທະຫານຮາບ ໄດ້ຈັດຕັ້ງເປັນໝູ່ສື່ສານຢ່າງເປັນລະບົບ ພ້ອມທັງໄດ້ປະກອບພາຫະນະສື່ສານ ຄົບຖ້ວນສາມາດ
ຮັບປະກັນການຕິດຕໍ່ສື່ສານ ໃຫ້ແກ່ວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບໄດ້ຮັບໄຊຊະນະ, ໃນນັ້ນເດັ່ນກວ່າໝູ່ແມ່ນບັ້ນຮົບສາມໝູ່ບ້ານ ແລະ ບັ້ນຮົບບໍ່ແຕນແຂວງໄຊຍະ
ບູລີ ປີ 1987-1988 ເຊິ່ງວຽກງານຕິດຕໍ່ສື່ສານ ໄດ້ຮັບປະກັນໃຫ້ແກ່ການສູ້ຮົບຕີເອົາຊະນະສັດຕູ ທີ່ຫວັງ ບຽດຍຶດດິນແດນໃຫ້ປະລາໄຊລົງຢ່າງເຈັບແສບ.

     ໄປພ້ອມກັບການຂະຫຍາຍຕົວທາງດ້ານເຕັກໂນ​ໂລຊີຂໍ້ມູນຂ່າວສານຂອງໂລກ, ວຽກງານຮັບປະກັນຕິດຕໍ່ສື່ສານໃນກອງທັບເຮົາ ກໍໄດ້ຮັບການປັບປຸງໃຫ້ເຂັ້ມແຂງ
ຂຶ້ນ, ໂດຍລັດຖະບານກໍຄື ກະຊວງປ້ອງກັນປະເທດ ໄດ້ຕົກລົງສ້າງຕັ້ງ ໂຄງການສື່ສານຮັບໃຊ້ການນໍາ ແລະ ວຽກງານ ປກຊ-ປກສ ເພື່ອນໍາເອົາລະບົບສື່ສານທີ່ທັນສະໄໝ
ເປັນຕົ້ນ ລະບົບໂທລະສັບຕັ້ງໂຕະແບບໂອໂຕມາຕິກ, ໂທລະສັບມືຖື, ອິນເຕີເນັດ ແລະ ລະບົບໄອທີຕ່າງໆ ເຂົ້າມານໍາໃຊ້ເພື່ອຮັບປະກັນວຽກງານຕິດຕໍ່ສື່ສານໃຫ້ແກ່ການນໍາ
ພັກ-ລັດ ກໍຄື ກະຊວງປ້ອງກັນປະເທດດ້ວຍຄວາມວ່ອງໄວ, ຖືກຕ້ອງຊັດເຈນ, ປິດລັບ ແລະ ປອດໄພ.

     ບົນຍ່ານທາງ 65 ປີ ແຫ່ງການກຳເນີດ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງເຫຼົ່າຮົບສື່ສານ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆ ປະການສາມາດຍາດໄດ້ຜົນ
ງານ, ວີລະກຳອັນໂດດເດັ່ນ ແລະ ໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ ແລະ ລັດຖະບານຄື: ກົມກອງວີລະຊົນ 2 ກົມກອງ, ນັກຮົບວີລະຊົນແຫ່ງຊາດ 2 ສະຫາຍ, ນັກຮົບ
ແຂ່ງຂັນ 3 ສະຫາຍ, ນັກຮົບ 3 ເກັ່ງທົ່ວເຫຼົ່າຮົບ 16 ສະຫາຍ, ໄດ້ຮັບທຸງໄຊ 5 ຜືນ, ສ້າງໄດ້ ກອງຮາກຖານເຂັ້ມແຂງ-ໜ່ວຍພັກ ຮູ້ນໍາພາຮອບດ້ານ 25 ກົມກອງ, ກົມ
ກອງລວມໝູ່ ແລະ ບຸກຄົນໄດ້ຮັບການຍ້ອງຍໍປະເພດຕ່າງໆ ໃນຫຼາຍລະດັບ.

     ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕະຫຼອດຮອດພະນັກງານ-ນັກຮົບແຕ່ລະ ສະຫາຍ ໃນເຫຼົ່າຮົບ
ຈົ່ງສືບຕໍ່ເສີມຂະຫຍາຍ ມູນເຊື້ອດັ່ງກ່າວເຂົ້າສູ່ພຶດຕິກຳຕົວຈິງ, ອອກແຮງປັບປຸງກໍ່ສ້າງກຳລັງໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານຕາມທິດກໍ່ສ້າງກອງທັບ ປະຕິວັດ, ມີແບບ
ແຜນທັນສະໄໝ, ຍົກລະດັບຄວາມສາມາດນໍາພາ-ບັນຊາ, ການກຽມພ້ອມ ສູ້ຮົບກ້າວສູ່ລະດັບສູງ, ເອົາໃຈໃສ່ພັດທະນາທາງດ້ານສິລະປະຍຸດ-ຍຸດທະວິທີ, ນໍາໃຊ້ຄ່ອງ
ແຄ້ວ, ຊໍານານໃນທຸກກໍລະນີຂອງການສູ້ຮົບ, ເພີ່ມທະວີການຄົ້ນຄວ້າທາງດ້ານວິທະຍາສາດ, ການຜະລິດ ແລະ ນໍາໃຊ້ເຕັກນິກໃໝ່ເປັນ ກ້າວໆ, ພ້ອມກັນນັ້ນກໍຕ້ອງ​ໃຫ້
ບັນລຸເປົ້າໝາຍເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍການສ້າງພະລາທິການກັບທີ່, ເປັນເຈົ້າການຍົກລະດັບຊີວິດການເປັນຢູ່ຂອງ ພະນັກ
ງານ-ນັກຮົບ ໃຫ້ນັບມື້ດີຂຶ້ນ.