ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂວງຜົ້ງສາລີ ໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ


ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ແຂວງຜົ້ງສາລີ

     ແຂວງຜົ້ງສາລີຈັດພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/1/1949-20/1/2019) ເພື່ອເປັນການຫວນຄືນ
ມູນເຊື້ອ ແລະ ຜົນງານອັນໃຫຍ່ຫຼວງຂອງກຳລັງປະກອບອາວຸດຂຶ້ນ ໃນວັນທີ 16 ມັງກອນ 2019 ນີ້, ທີ່ສະໜາມກີລາແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳ
ເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ມີທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະພັກກະຊວງປ້ອງກັນປະ
ເທດ, ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ ຕາງໜ້າຄະນະນຳກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຜົ້ງສາລີ,
ອະດີດການນຳແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານປະຕິວັດອາວຸໂສບຳນານຕະຫຼອດເຖິງພໍ່-ແມ່ປະຊາຊົນຊາວແຂວງຜົ້ງສາລີເຂົ້າຮ່ວມ
ຢ່າງຫຼວງຫຼາຍ.

     ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ຂຶ້ນກ່າວປາໄສຕໍ່ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ວ່າ: ກ່ອນໜ້ານີ້ 70 ປີ ຄືວັນທີ 20 ມັງກອນ
1949 ກອງລາດຊະວົງ ເຊິ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວ ໃນປັດຈຸບັນໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນ ໂດຍແມ່ນປະທານ
ໄກສອນ ພົມວິຫານ ທີ່ເຄົາລົບຮັກເປັນຜູ້ກໍ່ຕັ້ງ ແລະ ຊີ້ນຳ-ນຳພາໂດຍກົງ ນັບເປັນວັນແຫ່ງການເຕົ້າໂຮມບັນດາກົມກອງກຳລັງປະກອບອາວຸດທີ່ໄດ້ສ້າງຕັ້ງຂຶ້ນໃນບໍລິເວນ
ຕ່າງໆທົ່ວປະເທດເຂົ້າເປັນກອງທັບອິດສະຫຼະ ເຊິ່ງແມ່ນເຫດການທີ່ມີຄວາມໝາຍສຳຄັນໃຫຍ່ຫຼວງທີ່ສຸດທາງດ້ານການເມືອງໃນປະຫວັດສາດຂອງຊາດລາວເຮົາແມ່ນບາດ
ລ້ຽວປະຫວັດສາດໜ້າໃໝ່ແຫ່ງການຕໍ່ສູ້ກູ້ຊາດໂດຍກອງທັບທີ່ເປັນກຳລັງຫຼັກແຫຼ່ງ, ເປັນທີ່ເພິ່ງອີງຂອງປະຊາຊົນລາວບັນດາເຜົ່າໃນການດຳເນີນການຕໍ່ສູ້ຕີຕ້ານກັບຈັກກະ
ພັດຕ່າງດ້າວຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືຂາຍຊາດ, ເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດລາວກ້າວສູ່ລະດັບສູງ.

     ຜ່ານການເຝິກຝົນ ແລະ ທົດສອບໃນແປວໄຟແຫ່ງການຕ່ໍສູ້ເພື່ອຄວາມເປັນເອກະລາດຂອງຊາດ, ໃນສະພາບ ແລະ ເງື່ອນໄຂຫຍຸ້ງຍາກລຳບາກນັ້ນ, ກອງທັບເຮົາໄດ້
ສ້າງວີລະກຳລຳ້ເລີດຫຼາຍປະການ ເຊິ່ງໄດ້ຈາລຶກໄວ້ໜ້າປະຫວັດສາດຂອງຊາດລາວເຮົາໄວ້ຕະຫຼອດການ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ປີ 1975
ແລະ ໄດ້ສະຖາປະນາລະບອບໃໝ່-ລະບອບສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ, ກອງທັບປະຊາຊົນລາວ ໄດ້ສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະ
ຫງ່າງາມຂອງຕົນ, ຍາມໃດກໍເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກຳລັງຫຼັກແຫຼ່ງເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກທົ່ວປວງຊົນຮອບດ້ານຂອງ
ພັກ, ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງ
ໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດຂອງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ.

     ໃນບົດປາໄສ ທ່ານເຈົ້າແຂວງໆຜົ້ງສາລີ ກ່າວຢໍ້າວ່າ: ໄລຍະປະຫວັດສາດຂອງແຂວງຜົ້ງສາລີແມ່ນຕິດພັນຢ່າງສະໜິດແໜ້ນກັບໄລຍະປະຫວັດສາດຂອງຊາດລາວເຮົາ
ໃນຕະຫຼອດໄລຍະທີ່ຜ່ານມາດ້ວຍທີ່ຕັ້ງພູມສັນຖານ ແລະ ຈຸດພິເສດຂອງແຂວງຜົ້ງສາລີຕິດພັນກັບປະເທດເພື່ອນບ້ານມີຫຼາຍຊົນເຜົ່າທີ່ຮ່ວມກັນດຳລົງຊີວິດຢ່າງເປັນປຶກ
ແຜ່ນ. ສະນັ້ນ, ໃນຕະຫຼອດໄລຍະທີ່ຜ່ານມາຈັກກະພັດຕ່າງດ້າວໄດ້ສຸມທຸກຄວາມພະຍາຍາມເຂົ້າມາບຽດຢຶດ, ຮຸກຮານ ແລະ ປະຕິບັດກົນອຸບາຍຂອງພວກເຂົາດ້ວຍຮູບ
ການຕ່າງໆ, ແຕ່ພາຍໃຕ້ການຊີ້ນຳ-ນຳພາຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ແລະ ຂອງພັກປະຊາຊົນປະຕິວັດລາວໃນໄລຍະຕໍ່ມາ, ໂດຍສະເພາະແມ່ນພາຍຫຼັງການ
ສ້າງຕັ້ງກອງທັບປະຊາຊົນລາວ ໃນວັນທີ 20 ມັງກອນ 1949 ເປັນຕົ້ນມາ ກຳລັງປະກອບອາວຸດທ້ອງຖິ່ນ ແລະ ປະຊາຊົນລາວບັນດາເຜົ່າຜູ້ຮັກຊາດໃນແຂວງຜົ້ງສາລີ ກໍໄດ້
ພ້ອມກັນລຸກຂຶ້ນຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວ ແລະ ລູກແຫຼ້ງຕີນມືດ້ວຍການຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ທໍລະຫົດອົດທົນ, ລະອິດລະອ້ຽວ ແລະ
ພິລະອາດຫານແຕ່ກໍຍາດໄດ້ໄຊຊະນະເປັນກ້າວໆມາ.

     ຂ່າວຈາກແຂວງຜົ້ງສາລີຍັງໄດ້ແຈ້ງຕື່ມວ່າ: ໃນໂອກາດໄປຮ່ວມງານສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບ ຄົບຮອບ 70 ປີ ຂອງຄະນະນຳກະຊວງປ້ອງກັນປະເທດ ເຊິ່ງ
ນຳໂດຍສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບພ້ອມດ້ວຍຄະ
ນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມແຂວງ ແລະ ວາງກະຕ່າດອກໄມ້ຢູ່ອະນຸສາວະລີປະ
ທານ ໄກສອນ ພົມວິຫານແຂວງໃນວັນທີ 15 ມັງກອນ 2019 ນີ້, ເຊິ່ງເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ້ຮູ້ບຸນຄຸນເຖິງຄຸນງາມ ຄວາມດີ ແລະ ນ້ຳ
ໃຈຕໍ່ສູ້ພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ລວມໄປເຖິງພໍ່ແມ່ປະຊາຊົນລາວບັນດາເຜົ່າແຂວງຜົ້ງສາລີ ຜູ້ທີ່ໄດ້ເສຍສະຫຼະ
ຊີວິດ ແລະ ເລືອດເນື້ອໃນຂະບວນການຕໍ່ສູ້ກູ້ຊາດຜ່ານມາ ເຊິ່ງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງດັ່ງກ່າວໄດ້ຖືກຈາລຶກໄວ້ໃນຊີວິດຈິດ ໃຈຂອງທົ່ວປວງຊົນ
ລາວທັງຊາດຕະຫຼອດໄປ.