ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ​ໃຫ່ຍ 11​​ ເປີດ​ຊຸດອົບຮົມ-ຫັດ​ແອບ​ການ​ທະຫານ, ການ​ເມືອງ, ພະລາທິການ
​ແລະ ​ເຕັກນິກ ປະຈຳ​ປີ 2021


ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການ ຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວຫນ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ໃນວັນທີ 16 ກຸມພາ 2021 ນີ້, ກອງພັນໃຫຍ່ 11 ໄດ້ຈັດຕັ້ງເປີດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ
ປະຈໍາປີ 2021 ຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການ ຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວຫນ້າ
ກົມໃຫຍ່ເສນາທິການກອງທັບ ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ກອງພັນນ້ອຍ, ມີບັນດາແຂກກົມກອງອ້ອມຂ້າງພ້ອມດ້ວຍພະນັກງານ-ນັກຮົບ
ແລະ ທະຫານໃໝ່ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນຕີ ອະນຸສິດ ຊູວົງສະຫວັດ ຫົວໜ້າຂະແໜງອົບຮົມ ກອງພັນໃຫຍ່ 11 ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບ ການທະຫານ,
ການເມືອງ, ພະລາທິການ ແລະ ເຕັກນິກປະຈໍາປີ 2021 ໂດຍປະຕິບັດຕາມຄໍາສັ່ງແນະນໍາຂອງ ກົມອົບຮົມກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການ
ອົບຮົບ-ຫັດແອບ, ປັບປຸງລະບຽບແບບແຜນ, ເຝິກຝົນກໍາລັງແຮງກາຍໃຫ້ນາຍ ແລະ ພົນທະຫານໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄວາມ ຮູ້ຄວາມ
ສາມາດດ້ານການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໃນລະດັບທີ່ແນ່ ນອນໂດຍຖືເອົາຄຸນນະພາບເປັນຕົ້ນຕໍໃນນີ້ອົບຮົມ-ຫັດແອບ ພາກ
ການເມືອງ 10 ວັນ, ການທະຫານ 130 ວັນ, ພະລາທິການ ແລະ ເຕັກນິກ 10 ວັນ, ອົບຮົມວິຊາ ສະເພາະເຫຼົ່າຮົບຕ່າງໆ 10 ວັນ ການອົບຮົມ-ຫັດແອບ
ແມ່ນຈະໄດ້ດໍາເນີນເປັນເວລາ 160 ວັນ, ເຊິ່ງໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ເລີ່ມແຕ່ເດືອນ ກຸມພາ ຫາ ເດືອນ ພຶດສະພາ ປີ 2021, ໄລຍະ
ທີ 2 ແມ່ນເລີ່ມແຕ່ເດືອນ ກໍລະກົດ ຫາເດືອນ ຕຸລາ ປີ 2021 ພ້ອມນີ້ກໍເພື່ອເປັນການເຝິກຝົນຫຼໍ່ຫຼອມທະຫານໃໝ່ໃຫ້ ມີລະບຽບວິໄນ, ມີຄວາມອົດທົນ
ຜ່ານຜ່າທຸກອຸປະສັກຂໍ້ຫຍຸ້ງຍາກ ນາໆປະການ, ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດມີແນວຄິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ
ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ການອົບຮົມ-ຫັດແອບທະຫານໃໝ່ໃນຄັ້ງນີ້ແມ່ນ ເພື່ອໃຫ້ມີຄວາມຊໍານິຊໍານານດ້ານ ສິລະປະຍຸດ-ຍຸດທະວິທີທະຫານ
ຮາບຂັ້ນພື້ນຖານ, ຄ່ອງແຄ້ວບັນດາຈັງຫວະລະບຽບບຸກຄົນ, ລະບຽບຮູບແຖວ, ກີລາການທະຫານ ແລະ ມີຄວາມຮູ້ພື້ນຖານທາງດ້ານ 5 ເຕັກນິກການ
ແພດ ກໍາໄດ້ທິດສະດີຫຼັກການຄຸ້ມຄອງອາວຸດກະສຸນ ແລະ ສາມາດນໍາໃຊ້ໄດ້ໃນເວລາເຮັດໜ້າທີ່ຢູ່ໃນກົມກອງ.

     ໂອກາດນີ້, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍໄດ້ໃຫ້ກຽດໂອ້ລົມກ່ອນອື່ນ ສະຫາຍ ກໍໄດ້ກ່າວຍ້ອງຍໍຜົນສໍາເລັດທີ່ຄະນະພັກ-ຄະນະບັນຊາ ແຕ່
ລະຂັ້ນຕໍ່ກັບຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ຕ້ອງເອົາໃຈໃສ່ ວຽກງານອົບຮົມ-ຫັດ
ແອບເປັນບັນຫາສໍາຄັນລົງໃກ້ສິດຕິດແທດ ກັບພະແນກການກົມກອງ ໃນການຈັດຕັ້ງຫັດແອບ, ເປັນເຈົ້າການເຕົ້າໂຮມ ຄວາມສາມັກຄີ ໃຫ້ແໜ້ນແຟ້ນ,
ພະນັກງານສະມາຊິກພັກ-ນັກຮົບ ແຕ່ລະສະຫາຍ ຕ້ອງຕື່ນຕົວເຂົ້າຮ່ວມການຫັດແອບໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄຸນນະພາບສູງພ້ອມທັງຮັບປະ
ກັນ ໃຫ້ໄດ້ຄວາມປອດໄພ 100%.