ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ເອກອັກຄະຣາຊະທູດ ຣາຊະອານາຈັກໄທ ເຂົ້າຢ້ຽມຂ່ຳນັບ


ທ່ານ ເຈດສະດາ ກະຕະເວທີ ເອກອັກຄະຣາຊະທູດ                  ທ່ານ ພົນເອກ ຈັນສະໝອນ ຈັນຍາລາດລັດຖະມົນຕີ
ແຫ່ງ ຣາຊະອານາຈັກໄທ                                     ກະຊວງປ້ອງກັນປະເທດລາວ

     ວັນທີ 16 ມີນາ ນີ້, ທີ່ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບ
ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເຈດສະດາ ກະຕະເວທີ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ ທ່ານມາດໍາລົງຕໍາ
ແໜ່ງເປັນເອກອັກຄະຣາຊະທູດຄົນໃໝ່ ປະຈໍາ ສປປ ລາວ.

     ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຕໍ່ການມາປະຕິບັດໜ້າທີ່ດໍາລົງຕໍາແໜ່ງເປັນ ເອກອັກຄະ
ຣາຊາທູດ ແຫ່ງ ຣາຊາອານາຈັກໄທ ຄົນໃໝ່ ປະຈໍາ ສປປ ລາວ ພ້ອມທັງຍົກ ໃຫ້ເຫັນສາຍພົວພັນຮ່ວມມືອັນດີ ງາມລະຫວ່າງສອງປະເທດ ລາວ-ໄທ ໃນ
ໄລຍະທີ່ຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ການມາ ປະຕິບັດໜ້າທີ່ໃນຄັ້ງນີ້ ຈະເປັນອີກບາດກ້າວໜຶ່ງໃນການເສີມຂະຫຍາຍມູນເຊື້ອການພົວພັນ ຮ່ວມມື ໂດຍ
ສະເພາະຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລະຫວ່າງສອງກອງທັບ ລາວ-ໄທ ໃຫ້ນັບມື້ນັບເຂັ້ມແຂງ.

     ທ່ານ ເຈດສະດາ ກະຕະເວທີ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງ
ອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະເປັນຂົວຕໍ່ທີ່ດີໃນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາຂອງສອງປະເທດ.