ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ
ຂອງທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສສ ມຽນມາ ປະຈຳ ສປປ ລາວ

     ໃນຕອນແລງວັນທີ 16 ພຶດສະພາ 2017 ນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້
ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພັນເອກ ຕິນ ຕັນ ອ໋ອງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສສ ມຽນມາ ຄົນເກົ່າ ເພື່ອອຳລາກັບຄືນປະ ເທດ ພາຍຫຼັງສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ແລະ ສະຫາຍ ພັນເອກ ຈ ໍ ຈໍ ມິນ ທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສສ ມຽນມາ ຄົນໃໝ່ ປະຈຳ ລາວ ເນື່ອງໃນໂອກາດເດີນທາງມາປະຕິບັດໜ້າທີ່ເປັນທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສສ ມຽນມາ ຄົນໃໝ່ປະຈຳລາວ.


ສະຫາຍ ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສສ ມຽນມາ ປະຈຳ ສປປ ລາວ

     ໃນໂອກາດດັ່ງກ່າວນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ກໍໄດ້ກ່າວສະແດງຄວາມຕ້ອນຮັບທ່ານທູດຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ທ່ານທີ່ປຶກສາ
ທູດຝ່າຍທະຫານ ສສ ມຽນມາ ປະຈຳ ສປປ ລາວ ຄົນເກົ່າ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ສຳເລັດ ເຊິ່ງໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການຊ່ວຍເຫຼືອກະ
ຊວງປ້ອງກັນປະເທດ ເນື່ອງຈາກປີ 2016 ທີ່ຜ່ານມາໃນນາມກະຊວງປ້ອງກັນປະເທດ ກໍຄື ສປປ ລາວ ແມ່ນໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານ
ກອງປະຊຸມຜູ້ນຳສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ ເຊິ່ງທ່ານທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສສ ມຽນມາ ກໍໄດ້ໃຫ້ການສະໜັບສະ
ໜູນ ແລະ ຊ່ວຍເຫຼືອທາງດ້ານຕ່າງໆເຮັດໃຫ້ກະຊວງປ້ອງກັນປະເທດສາມາດຈັດກອງປະຊຸມສຳເລັດຜົນຢ່າງສະຫງ່າງາມ. ພ້ອມກັນນີ້ກໍໄດ້ອວຍພອນໃຫ້
ທ່ານທີ່ປຶກສາທູດຝ່າຍທະຫານຄົນເກົ່າຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານໃໝ່ຂອງທ່ານ. ໂອກາດນີ້,
ສະຫາຍພົນຕີ ອ່ອນສີ ແສນສຸກ ກໍໄດ້ສະແດງຄວາມຍິນດີຕ້ອນຮັບທີ່ປຶກສາທູດຝ່າຍປ້ອງກັນຊາດຄົນໃໝ່ ສສ ມຽນມາ ປະຈຳ ສປປ ລາວ ແລະ ຫວັງ
ວ່າທ່ານຈະປະກອບສ່ວນເຮັດໃຫ້ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ລາວ-ມຽນມາ ໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນ
ແຟ້ນຍິ່ງໆຂຶ້ນ.

     ສະຫາຍ ພັນເອກ ຕິນ ຕັນ ອ໋ອງ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ສະເໜີບັນຫາປຶກສາຫາລືກ່ຽວກັບການເສີມຂະຫຍາຍ ແລະ ຮັດແໜ້ນການຮ່ວມມືຮອບດ້ານຂອງສອງກອງທັບ
ໃນຕໍ່ໜ້າ.