ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເຊັນສັນຍາໂຄງການກໍ່ສ້າງເຮືອນນອນ 2 ກອງພັນຢູ່ກອງພົນທີ 5

     ພິທີເຊັນສັນຍາໂຄງການກໍ່ສ້າງເຮືອນນອນຢູ່ກອງພັນ 611 ແລະ ກອງພັນ 618 ໄດ້ຈັດຂຶ້ນໃນວັນທີ 16 ພຶດສະພາ 2018, ໂດຍການເຂົ້າຮ່ວມ
ເປັນປະທານຂອງ ທ່ານ ພົນຈັດຕະວາ ລຳພອນ ນົນຈັນທະວົງ ຫົວໜ້າກົມກໍ່ສ້າງຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການກອງທັບ ພ້ອມຄະນະມີ ພັນໂທ
ສີປະເສີດ ເຜີຍຄຳສີງ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງກອງພົນທີ 5, ທ່ານ ອະນຸສິດ ແກ່ນທະວົງ ປະທານບໍລິສັດພຣາຍ ທີ່ປຶກ ສາຈຳກັດຜູ້ດຽວ
ພ້ອມດ້ວຍພະແນກການວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.


ພົນຈັດຕະວາ ລຳພອນ ນົນຈັນທະວົງ ເປັນປະທານພິທີເຊັນສັນຍາໂຄງການກໍ່ສ້າງເຮືອນນອນ 2 ກອງພັນຢູ່ກອງພົນທີ 5

     ອີງຕາມແຜນການປັບປຸງກໍ່ສ້າງກົມກອງໃນກຳລັງປະກອບອາວຸດໃຫ້ມີຄວາມແໜ້ນໜາຖາວອນຮັບປະກັນຮັບໃຊ້ໄດ້ຍາວນານ ແລະ ທັງເປັນການປັບ
ປຸງພື້ນຖານໂຄງລ່າງຂອງບັນດາກົມກອງໃຫ້ມີການພັດທະນາ ກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໜ ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດສະບັບເລກທີ1641/ກປທ ລົງວັນທີ 25 ເມສາ 2018 ວ່າດ້ວຍການຮັບຮອງເອົາບໍລິສັດພຣາຍ ທີ່ປຶກສາຈຳກັດຜູ້ດຽວ ເປັນຜູ້ຮັບເໜົາກໍ່ສ້າງເຮືອນ
ນອນສອງຫຼັງໃຫ້ກອງພັນ 611 ແລະ ກອງພັນ 618 ທີ່ຂຶ້ນກັບກອງພົນທີ 5 ໂຄງການກໍ່ສ້າງເຮືອນນອນດັ່ງກ່າວແມ່ນມີຂະໜາດ 53 x 12 ແມັດ ເປັນ
ເຮືອນຊັ້ນດຽວກໍ່ດ້ວຍດິນຈີ່, ໂຄງຫຼັງຄາເຮັດດ້ວຍເຫຼັກ, ມຸງດ້ວຍກະເບື້ອງ, ເປັນເຮືອນນອນແບບຖາວອນທີ່ມີມູນຄ່າການກໍ່ສ້າງ 2 ຕື້ 600 ລ້ານກີບ
ໂດຍແມ່ນບໍລິສັດພຣາຍເປັນຜູ້ຮັບເໜົາກໍ່ສ້າງ ໄລຍະເວລາ 18 ເດືອນ ເຊິ່ງນັບແຕ່ເດືອນ ພຶດສະພາ 2018 ຫາ ເດືອນ ກັນຍາ 2019 ຈາກນັ້ນກໍໄດ້ລົງ
ນາມເຊັນບົດບັນທຶກໂຄງການກໍ່ສ້າງດັ່ງກ່າວລະຫວ່າງ ທ່ານ ພົນຈັດຕະ ວາ ລຳພອນ ນົນຈັນທະວົງ ຫົວໜ້າກົມກໍ່ສ້າງຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິ
ການກອງທັບ, ພັນໂທ ສີປະເສີດ ເຜີຍຄຳສີງ ຄະນະປະຈຳພັກ, ຫົວໜ້າຫ້ອງການເມືອງກອງພົນທີ 5 ແລະ ທ່ານ ອານຸສິດ ແກ່ນທະວົງ ປະທານບໍລິສັດ
ພຣາຍ ຈຳກັດຜູ້ດຽວ ຜູ້ຮັບເອົາໂຄງການກໍ່ສ້າງດັ່ງກ່າວ ໂດຍຊ້ອງໜ້າພະນັກງານວິຊາການທີ່ກ່ຽວຂ້ອງເປັນສັກຂີພະຍານ.