ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ມອບເງິນອຸດໜູນໃຫ້ຄອບຄົວພະນັກງານທີ່ເສຍຊີວິດ

     ວັນທີ 15 ພຶດສະພາ 2018 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບເງິນອຸດໜູນໃຫ້ຄອບຄົວ
ຂອງອະດີດການນຳ ແລະ ພະນັກງານຫຼັກແຫຼ່ງຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ ທີ່ເສຍຊີວິດໃນໄລຍະຜ່ານມາ ໂດຍເປັນກຽດກ່າວມອບ
ຂອງ ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະ ກ່າວຮັບໂດຍແມ່ນປ້າກັນລະຍາ ຈັນທະມາດ ພັນ
ລະຍາຂອງມື້ລາງ ທ່ານ ພົນຕີ ວິໄສ ຈັນທະມາດ ອະດີດຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະ ຄອບຄົວຂອງມື້ລາງ ພັນໂທ ບົວໃສ
ແພງສົມບັດ ອະດີດຮອງຫົວໜ້າພະ ແນກປະຫວັດສາດ ໂດຍມີອົງການຈັດຕັ້ງກ່ຽວຂ້ອງເຂົ້າຮ່ວມ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ມອບເງິນອຸດໜູນໃຫ້ຄອບຄົວພະນັກງານທີ່ເສຍຊີວິດ

     ການຈັດຕັ້ງປະຕິບັດນະໂຍບາຍຄັ້ງນີ້ ໂດຍປະຕິບັດຕາມມະຕິຄຳສັ່ງ ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດຕາມລະບອບປະກັນສັງຄົມ ໂດຍຄິດ
ໄລ່ຕາມເງິນເດືອນພື້ນຖານ ແລະ ເງິນອາຍຸການຂອງພະນັກງານທີ່ເສຍຊີວິດໃນນັ້ນອຸດໜູນມື້ລາງ ທ່ານ ພົນຕີ ວິໄສ ຈັນທະມາດ ລວມອາຍຸການ 54 ປີ
ໄດ້ຮັບເງິນນະໂຍບາຍອຸດໜູນ 190.590.000 ກີບ (ໜຶ່ງຮ້ອຍເກົ້າສິບລ້ານຫ້າແສນເກົ້າສິບພັນກີບ), ຄອບຄົວມື້ລາງ ພັນໂທ ບົວໃສ ແພງສົມບັດ ໄດ້
ຮັບເງິນອຸດໜູນ 146.948.000 ກີບ (ໜຶ່ງຮ້ອຍສີ່ສິບຫົກລ້ານເກົ້າແສນສີ່ສິບແປດພັນກີບ) ລວມອາຍຸການ 48 ປີ.

     ໃນໂອກາດນີ້ ທັງສອງຄອບຄົວໄດ້ສະແດງຄວາມຂອບອົກຂອບໃຈມາຍັງການຈັດຕັ້ງຂັ້ນເທິງ ໂດຍສະເພາະກົມວິທະຍາສາດ-ປະຫວັດສາດ ການທະ
ຫານ ຍາມໃດກໍເປັນຫ່ວງເປັນໃຍ ແລະ ໃຫ້ຄວາມຊ່ວຍເຫຼືອພະນັກງານ-ນັກຮົບຂອງກົມຕະຫຼອດມາ.