ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ຮ່ວມກັບບັນດາໂຮງໝໍບໍລິເວນພາຍໃນກອງທັບ ຈັດກອງປະຊຸມທາງໄກ

     ກະຊວງປ້ອງກັນປະເທດ ຮ່ວມກັບບັນດາໂຮງໝໍບໍລິເວນ ພາຍໃນກອງທັບ ໄດ້ຈັດກອງປະຊຸມທາງໄກໂດຍຜ່ານວີດີໂອ ເພື່ອລາຍງານສະພາບການລະ
ບາດ ແລະ ມາດຕະການໃນການປ້ອງກັນ, ຄວບຄຸມພະຍາດໂຄວິດ-19, ຈັດຂຶ້ນໃນວັນທີ 14 ພຶດສະພາ 2021 ນີ້, ຢູ່ທີ່ສູນບັນຊາການ ຄະນະສະເພາະກິດ
ຄວບຄຸມ ໂຄວິດ-19 ກະຊວງປ້ອງກັນປະເທດ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ ຫົວໜ້າຄະນະສະເພາະກິດຄວບຄຸມຕອບຕ້ານການແຜ່ລະບາດພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດ, ມີຕ່າງໜ້າບັນດາຄະນະອະນຸກໍາມະ
ການເຂົ້າຮ່ວມ.

     ສະຫາຍ ພັນໂທ ໂນສັກ ພັນທະລາດ ຫົວໜ້າພະແນກບໍລິຫານແຜນການກົມເສນາຮັກ, ຄະນະກອງເລຂາ ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂ
ການລະບາດພະຍາດໂຄວິດ-19 ລາຍງານສະພາບການເກີດລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂລນາ ໂຄວິດ-19 ໃຫ້ຮູ້ວ່າ: ຜ່ານມາ
ຄະນະສະເພາະກິດກະຊວງກໍຄືບັນດາໂຮງໝໍບໍລິເວນ ກໍໄດ້ເອົາໃຈໃສ່ເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມລະບຽບ ແລະ ຫຼັກການ ຄໍາສັ່ງຂອງນາຍົກ
ລັດຖະມົນຕີ ໄດ້ຈັດຕັ້ງຜັນຂະຫຍາຍ ແລະ ຫັນເອົາບັນດາຄໍາສັ່ງ, ຄໍາຊີ້ນໍາຂອງກະຊວງປ້ອງກັນປະເທດ ຄະນະສະເພາະກິດໄດ້ລົງໄປປະຕິບັດຢູ່ກົມກອງ ເຫັນ
ວ່າຫຼາຍກົມກອງມີຄວາມສະຫງົບ, ມີຄວາມຮັບປະກັນໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ຂອງແຕ່ລະກົມກອງ, ຮັບປະກັນ ແລະ ສະກັດກັ້ນຕ້ານໄດ້
ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນກອງທັບ, ນອກຈາກນັ້ນບັນດາໂຮງໝໍຂອງກອງທັບ ຄະນະສະເພາະກິດຂອງແຕ່ລະກົມກອງກໍໄດ້ເອົາໃຈໃສ່
ເປັນເຈົ້າການເຄື່ອນໄຫວວຽກງານເຮັດຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ.

     ໃນນັ້ນແມ່ນໄດ້ປັບປຸງ ແລະ ປະກອບເຄື່ອງສື່ສານຢູ່ສູນບັນຊາການ ຄະນະສະເພາະກິດໄດ້ແຕ່ງຕັ້ງຄະນະປະຈໍາການໃນແຕ່ລະວັນ, ສໍາເລັດການມອບ-ຮັບ
ການອຸປະຖໍາຊ່ວຍເຫຼືອຈາກ ສສ ຫວຽດນາມ-ທະຫານເຂດ 4, ແມ່ທັບທີ່11, ໄດ້ແຈກຢາຍອຸປະກອນກັນພະຍາດ ແລະ ເຈວຂ້າເຊື້ອໃຫ້ກອງບັນຊາການທະ
ຫານແຂວງພາກເໜືອ ລວມທັງກອງພົນ ທີ2, ກອງພົນທີ3 ແລະ 19 ກົມກອງ ມາຮອດປະຈຸບັນ ມີພະນັກງານ-ນັກຮົບ ແລະ ແພດໝໍໃນກອງທັບສັກວັກ
ຊົນໄປແລ້ວຈຳນວນ 13.491 ຄົນ ລວມທັງ ເຂັມທີ 1 ແລະ ເຂັມທີ 2 ສະຫາຍ ປອ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນກະຊວງປ້ອງກັນປະເທດ
ໄດ້ມີຄໍາເຫັນເນັ້ນໜັກບາງບັນຫາ ເປັນຕົ້ນແມ່ນໃຫ້ເອົາໃຈໃສ່ເຮັດວຽກງານຄຸມຄອງຈໍານວນພົນ ຄົນເຂົ້າ-ອອກ ການປະຕິບັດລະບຽບວິໄນ ໃຫ້ເຂັ້ມງວດ
ຕ້ອງມີການຄຸມຄອງໃຫ້ແໜ້ນ, ນອກຈາກນັ້ນເພີ່ມທະວີວຽກງານປະຈໍາການກຽມພ້ອມສູ້ຮົບປະຕິບັດໜ້າທີ່ການເມືອງເປັນປົກກະຕິ, ວຽກງານປ້ອງກັນ ຄະ
ນະສະເພາະກິດແຕ່ລະຂັ້ນຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ຄຽງຄູ່ກັນນັ້ນໃຫ້ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ ໂດຍສະເພາະແມ່ນການປະ
ຕິບັດນະໂຍບາຍຕໍ່ບັນດາແພດໝໍທີ່ເຮັດໜ້າທີ່ປະເຊີນໜ້າໂດຍກົງ ເກັບກໍາຜົນງານການເຄື່ອນໄຫວຢ່າງລະອຽດ ເປັນຕົ້ນແມ່ນເຮັດວຽກງານການເມືອງປຸກ
ລະດົມນໍ້າໃຈເສຍສະຫຼະຂອງແພດໝໍໃນການປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/05/2021