ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດເພີ່ມ 21 ກໍລະນີ

     ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ຮສ ດຣ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູ
ໜ້າທີ່ການ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19
ໄດ້ຖະແຫຼງຂ່າວກ່ຽວກັບສະພາບການ ການລະບາດຂອງພະຍາດ COVID-19 ໃນໂລກ ແລະ ສປປ ລາວ ໃນວັນທີ 16 ພຶດສະພາ 2021 ນີ້ວ່າ: ປັດຈຸ
ບັນ ໃນທົ່ວໂລກມີການລາຍງານຕົວເລກຜູ້ຕິດເຊື້ອສະສົມທັງໝົດ 163.158.860 ຄົນ, ເສຍຊິວິດສະສົມ 3.382.910 ຄົນ ແລະ ປີ່ນປົວຫາຍດີ
142.563.799 ຄົນ. ປະເທດທີ່ຍັງມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ແມ່ນ ສະຫະລັດ ອາເມລິກາ, ອິນເດຍ, ບຣາຊິວ ແລະ ຝຣັ່ງ ຕາມລໍາດັບ;
ສຳລັບ ສປປ ລາວ ໃນວັນທີ 15 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.427 ຕົວຢ່າງ.

     ໃນນັ້ນ ນະຄອນຫຼວງວຽງຈັນ 941 ຕົວຢ່າງ ແລະ ຕ່າງແຂວງ 486 ຕົວຢາງ, ພົບຜູ້ຕິດເຊື້ອໃໝ່ 21 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ ເປັນ
1.591 ຄົນ, ເສຍຊີວີດໃໝ່ບໍ່ມີ , ເສຍຊິວິດສະສົມທັງໝົດ 2 ຄົນ, ກ່ຽວກັບກໍລິນີຕິດເຊື້ອໃໝ່ 21 ຄົນ ແມ່ນຢູ່ນະຄອນຫຼວງວຽງຈັນ 11 ຄົນ ເຊີ່ງແມ່ນ
ການຕິດເຊື້ອໃນຊຸມຊົນ, ສໍາລັບແຂວງຈໍາປາສັກ 07 ຄົນ ແລະ ແຂວງສະຫວັນນະເຂດ 03 ຄົນ ແມ່ນກໍລະນີກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະ
ເທດຖືກກົດໝາຍ. ສໍາລັບນະຄອນຫຼວງວຽງຈັນທີ່ກໍລະນີຕິດເຊື້ອໃໝ່ 11 ຄົນ ແມ່ນຕິດມາຈາກຸ່ມຄົນເຈັບທີ່ເສຍຊິວິດຜູ້ທີ 2, ກຸ່ມບໍລິສັດສັນຕິພາບສັງ
ກະສີລາວ, ກຸ່ມພະນັກງານສະພາການຄ້າ, ກຸ່ມໃກ້ຊິດກັບພະນັກງານ T-Plus (Lao telecom company) ທີ່ອາໄສຢູ່ຫ້ອງແຖວບ້ານຫວ້ຍຫົງ, ກຸ່ມພະ
ນັກງານອາສາສະໝັກ UNDP ແລະ ກຸ່ມພະນັກງານບຳນານກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ.

     ປັດຈຸບັນມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 1.015 ຄົນ ໃນນັ້ນໄດ້ຮັບການປິ່ນປົວດີ ທັງໝົດ 574 ຄົນ (ໃໝ່ 19 ຄົນ) ແລະ ພວກກ່ຽວ
ຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນ ສໍາລັບຜູ້ທີ່ບໍ່ມີເງື່ອນໄຂ, ຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັງຄັດ, ແຍກຕົນ
ເອງອອກຈາກຄົນໃນຄອບຄົວ, ບໍ່ໃຊ້ສິ່ງຂອງຮ່ວມກັນ ແລະ ມອບໃຫ້ອໍານາດການປົກຄອງເມືອງ/ບ້ານ ແລະ ເຈົ້າໜ້າທີ່ສູນ ລົງໄປຕິດຕາມກວດກາສຸຂະ
ພາບຂອງພາກສ່ວນດັ່ງກ່າວ ເຊັ່ນ: ວັດແທກອຸນຫະພູມ, ສອບຖາມອາການ ຖ້າພົບເຫັນເປັນໄຂ້, ມີໄອ ແລະ ຈາມ ຕ້ອງຮີບຮ້ອນໄປພົບແພດຢູ່ ສະຖານ
ທີ່ບໍລິການໃກ້ບ້ານທ່ານ. ທັງໝົດນີ້ ແມ່ນສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມວ່າ ຄົນເຈັບທີ່ອອກຈາກໂຮງໝໍແມ່ນປະຕິບັດຕາມຄໍາແນະນໍາຢ່າງເຄັງຄັດ ແລະ
ບໍ່ອອກຈາກບ້ານຈົນໝົດກໍານົດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/05/2021