ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ


     ວັນທີ 11 ພຶດສະພາ 2022 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການກໍ່ສ້າງ
ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2021-2022 ແລະ ທິດທາງແຜນການ ປີ 2022-2023 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ
ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ. ມີຄະນະພັກ-ຄະ ນະບັນຊາ, ເລຂາ, ຮອງເລຂາ, ກຳມະການ
ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ ໄດ້ຍົກໃຫ້ເຫັນວ່າ: ຜ່ານມາຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວ
ຄິດເປັນກົກ, ຖືເອົາການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຢ່າງແຂງແຮງ. ຄະນະພັກ ວປກ ຍາມໃດກໍເອົາໃຈໃສ່ຊີ້ນຳ-ນຳພາ ແລະ ໃຫ້ຄວາມສໍາ
ຄັນຕໍ່ການຈັດຕັ້ງພັກແຕ່ລະຂັ້ນໃນການຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ ແລະ ຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ, ກົມ
ໃຫຍ່ການເມືອງກອງທັບ ວາງອອກ ເພື່ອຍູ້ແຮງຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແຕ່ລະໜວ່ຍພັກ ໃນກົມກອງ ຢ່າງຕໍ່ເນື່ອງ.
ຍາມໃດບັນດາການຈັດຕັ້ງຮາກຖານພັກ ທົ່ວຄະນະພັກ ວປກ ກໍເຫັນໄດ້ທີ່ຕັ້ງ, ພາລະບົດບາດຂອງວຽກງານພັກ-ວຽກງານການເມືອງ, ໄດ້ຈັດຕັ້ງຜັນຂະ
ຫຍາຍມະຕິຄໍາສັ່ງ ຂອງຂັ້ນເທິງ ຫັນເປັນແຜນການປະຕິບັດຂໍ້ແຂ່ງຂັນ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ຮັບປະກັນທາງດ້ານຈໍານວນ
ແລະ ຄຸນນະພາບ. ທົ່ວອົງຄະນະພັກ ວປກ ມີການຈັດຕັ້ງພັກທັງໝົດ 56 ຮາກຖານພັກ, ໃນນີ້ມີ 7 ຄະນະພັກຮາກຖານ, ມີ 12 ຮາກຖານພັກຂຶ້ນກັບ ຄະ
ນະພັກ ວປກ ແລະ 37 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ມີໜ່ວຍພັກນັກສຶກສາ 21 ໜ່ວຍພັກ; ມີສະມາຊິກພັກທັງໝົດ 1.036 ສະຫາຍ, ຍິງ 251
ສະຫາຍ, ສຳຮອງ 120 ສະຫາຍ, ຍິງ 34 ສະຫາຍ. ປີ 2021 ທົ່ວ ອົງຄະນະພັກ ວປກ ໄດ້ຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນຈຳນວນ
21 ໜ່ວຍພັກ ເທົ່າກັບ 75%.

     ໂອກາດນີ້, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ທຸກຂັ້ນເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນບັນດາມະຕິ,
ຄຳສັ່ງ, ຂໍ້ກຳນົດ ແລະ ຄໍາສັ່ງແນະນໍາ ຂອງກະຊວງປ້ອງກັນປະເທດມາຈັດຕັ້ງຜັນຂະຫຍາຍ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກ ກະ
ຊວງປ້ອງກັນປະເທດວາງອອກ, ພ້ອມກັນນັ້ນກໍຕ້ອງເອົາໃຈໃສ່ຕິດຕາມກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດລະບອບສ່ອງແສງລາຍງານສຳຫຼວດກວດກາ,
ຕິຊົມກໍ່ສ້າງເຊິ່ງກັນ ແລະ ກັນໃຫ້ເປັນປົກກະຕິ ເພື່ອເປັນບ່ອນອີງໃຫ້ແກ່ຄະນະ ພັກແຕ່ລະຂັ້ນນຳໄປຈັກຕັ້ງປະຕິບັດເຮັດໃຫ້ວຽກງານກໍ່ສ້າງໜ່ວຍ ພັກປອດ
ໃສ ເຂັ້ມແຂງ ໜັກແໜ້ນ ຢູ່ ວປກ ໃນຊຸມປີຕໍ່ໜ້າຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບສູງກວ່າເກົ່າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/05/2022