ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ
6 ເດືອນຕົ້ນປີ ແລະ ຜ່ານທິດທາງ 6 ເດືອນທ້າຍປີ


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ
ວຽກງານຮອບດ້ານ 6 ເດືອນຕົ້ນປີແລະຜ່ານທິດທາງ 6 ເດືອນທ້າຍປີ 2019

     ກົມໃຫຍ່ເສນາທິການກອງທັບໄດ້ຈັດກອງປະຊຸມສະຫຼຸບຕີລາຄາຄືນຜ່ານການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະ ກຳນົດທິດທາງວຽກງານ
ຈຸດສຸມ 6 ເດືອນທ້າຍປີ 2019 ຂຶ້ນ ໃນວັນທີ 14 ມິຖຸນາ 2019 ນີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຫົວໜ້າກົມ, ຮອງກົມ, ຫ້ອງການ, ພະແນກການອ້ອມຂ້າງກົມໃຫຍ່ເສນາທິການ
ເຂົ້າຮ່ວມ.

     ສະຫາຍ ພັນເອກ ອຸ່ນທອງ ບຸດສຸວັນ ຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ໄດ້ຍົກໃຫ້ເຫັນສະພາບການ, ຜົນງານທີ່ພົ້ນເດັ່ນ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ
ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີຜ່ານມາ, ເຊິ່ງກົມໃຫຍ່ເສນາທິການກອງທັບໄດ້ຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ
ທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານດ້ວຍຜົນສຳເລັດຫຼາຍປະການ, ອັນພົ້ນເດັ່ນໃນຕົ້ນປີນີ້ແມ່ນໄດ້ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ
70 ປີ ຢ່າງຍິ່ງໃຫຍ່ ແລະ ສົມກຽດ, ມີຜົນສຳເລັດຢ່າງຈົບງາມ ເຊິ່ງໄດ້ຮັບການຍ້ອງຍໍຈາກ ພັກ-ລັດ, ເອກະຊົນ ແລະ ຕ່າງປະເທດ, ຮັບປະກັນໄດ້ຄວາມສະຫງົບປອດໄພ
100%, ພ້ອມກັນນັ້ນກໍໄດ້ຕັ້ງໜ້າຊີ້ນຳບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນໃນທົ່ວປະເທດ ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ
ໃນການຈັດຕັ້ງປະຕິ ບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານມີຜົນສຳເລັດຕາມລະດັບຄາດໝາຍເຮັດໃຫ້ສະພາບຢູ່ບໍລິເວນຊາຍແດນມີ
ຄວາມສະຫງົບປອດໄພ, ປະຊາຊົນຍູ່ທາງທຳມາຫາກິນ ແລະ ພັດທະນາທ້ອງຖິ່ນຂອງຕົນ, ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ນອກນັ້ນການຈັດຕັ້ງປະຕິບັດ
ບັນດາໂຄງການພັດທະນາພື້ນຖານໂຄງລ່າງຕ່າງໆກໍໄດ້ສືບຕໍ່ດຳເນີນໄປຕາມແຜນການທີ່ວາງໄວ້, ວຽກງານປັບປຸງກໍ່ສ້າງກຳລັງ ກໍໄດ້ພ້ອມກັນເຮັດຢ່າງຕັ້ງໜ້າ ຫຼາຍກົມ
ກອງມີໃບໜ້າໃໝ່, ຫຼາຍກົມກອງເປັນກອງຕົວແບບ, ກອງ 3 ປອດ, ໂດຍສະເພາະແມ່ນບັນດາກົມກອງຈຸດສຸມຕ່າງໆທີ່ຂຶ້ນກັບກົມໃຫຍ່ ແລະ ກົມກອງທ້ອງຖິ່ນຈຳນວນ
ໜຶ່ງດີຂຶ້ນກວ່າເກົ່າ, ວຽກງານແກ້ໄຂຊີວິດການເປັນຢູ່ຫຼາຍກົມກອງໄດ້ສູ້ຊົນເພີ່ມພູນຜະລິດຜົນເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເຮັດໃຫ້ກົມ
ກອງໄດ້ກິນເຂົ້າມື້ໜຶ່ງ 3 ຄາບ, ບົວລະບັດຮັກສາພາຫະນະ, ອາວຸດຍຸດໂທປະກອນທີ່ຂັ້ນເທິງປະກອບໃຫ້ມີຄວາມຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບ, ນອກນັ້ນກໍໄດ້
ປັບປຸງບູລະນະສະຖານທີ່ຄ້າຍຄູໃຫ້ມີຄວາມສວຍງາມ ແລະ ດີຂຶ້ນ, ເພີ່ມທະວີວຽກງານພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດໃຫ້ເປັນປົກກະຕິ ແລະ ດີ
ຂຶ້ນເທື່ອລະກ້າວ.

     ໂອກາດເຂົ້າຮ່ວມເປັນປະທານກອງປະຊຸມ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນຕອນສຸມໃສ່ເຮັດໃຫ້ສະພາບມີຄວາມສະ
ຫງົບ, ປ້ອງກັນບັນດາເປົ້າໝາຍທີ່ສຳຄັນຕ່າງໆໃຫ້ມີຄວາມສະຫງົບປອດໄພ 100%, ເອົາໃຈໃສ່ວຽກງານກໍ່ສ້າງພັກ-ພະນັກງານດ້ານການເມືອງແນວຄິດ ແລະ ການຈັດ
ຕັ້ງ ໂດຍຖືເອົາວຽກງານພັກ-ພະນັກງານເປັນໃຈກາງ ແລະ ວຽກງານຍົກລະດັບດ້ານວຽກງານວິຊາສະ ເພາະໃຫ້ພະນັກງານ-ນັກຮົບເປັນບັນຫາສຳຄັນ, ເອົາໃຈໃສ່ປະຕິບັດ
ນະໂຍບາຍຕໍ່ພະນັກງານ-ນັກຮົບເປັນຢ່າງດີເຮັດໃຫ້ເຂົາເຈົ້າມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງຂັ້ນເທິງ ແລະ ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບ
ໝາຍຢ່າງສະເໝີຕົ້ນສະເໝີປາຍ ແລະ ມີຜົນສຳເລັດເປັນຢ່າງດີ.