ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ເນັ້ນໃຫ້ຄະນະໜ່ວຍພັກຫ້ອງການເມືອງຫ້ອງວ່າການ
ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງນຳພາແນວຄິດ


ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຫ້ອງການເມືອງຫ້ອງວ່າການກະຊວງປ້ອງກັນປະເທດຊຸດໃໝ່

     ໃນໂອກາດເຂົ້າຮ່ວມເປັນປະທານຊີ້ນຳກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຫ້ອງການເມືອງຫ້ອງວ່າການກະຊວງປ້ອງກັນປະເທດ ເມື່ອວັນທີ 13 ມິຖຸນາ 2019
ນີ້, ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ເນັ້ນໜັກໃຫ້
ຄະນະໜ່ວຍພັກຫ້ອງການເມືອງຫ້ອງວ່າການກະຊວງຊຸດໃໝ່ສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ, ແນວຄິດໃຫ້ພະນັກງານ, ສະມາຊິກພັກໃຫ້ມີຄຸນທາດການເມືອງ
ໜັກແໜ້ນ, ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກົມກອງ, ມີຄວາມຕັ້ງໜ້າຫ້າວຫັນໃນການປະ
ຕິບັດມະຕິຄຳສັ່ງ ກໍຄືໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ພະນັກງານສະມາຊິກພັກຕ້ອງມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ຍອມເສຍສະຫຼະຜົນປະໂຫຍດສ່ວນ
ຕົວເພື່ອຜົນປະໂຫຍດສ່ວນລວມເຮັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບ, ສຸມໃສ່ນຳພາຈັດຕັ້ງປະຕິບັດໜ້າທີ່ ແລະ ເປັນເສນາທິການ ໃຫ້ແກ່ຄະນະພັກອົງການຫ້ອງ
ວ່າການກະຊວງປ້ອງກັນປະເທດ, ຖືເອົາວຽກງານວິຊາສະເພາະເປັນວຽກງານໃຈກາງຂອງກົມກອງ, ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

     ໃນໂອກາດດຳເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຫ້ອງການເມືອງຫ້ອງວ່າການກະຊວງປ້ອງກັນປະເທດຄັ້ງນີ້ ສະຫາຍ ພັນເອກ ສີສະຫວາດ ວັນເພັງ ເລຂາ
ໜ່ວຍພັກຫ້ອງການເມືອງຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຕີລາຄາຄືນບົດບາດການນໍາພາຂອງຄະນະພັກຕໍ່ຂົງເຂດວຽກງານຕ່າງໆ ໂດຍໄດ້ຍົກໃຫັເຫັນຜົນງານ
ທີ່ເປັນພື້ນຖານຫຼາຍດ້ານທີ່ພ້ອມກັນຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນຄະນະໜ່ວຍພັກໄດ້ຖືສຳຄັນຕໍ່ວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ພະ
ນັກງານສະມາຊິກພັກພາຍໃນກົມກອງມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະປະກອບສ່ວນເຮັດໜ້າທີ່ການເມືອງຂອງກົມກອງໂດຍປີ່ນອ້ອມ
4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກຕິດພັນກັບການປັບປຸງກໍ່ສ້າງພັກໃຫັມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 5 ຫຼັກການ
3 ທິດນຳຂອງພັກ ເຊິ່ງສາມາດຕີລາຄາຄຸນນະພາບການເມືອງພາຍໃນໜ່ວຍພັກໄດ້ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕີລາຄາສະມາຊິກພັກແຂງຮອບດ້ານ
100% ສາມາດສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ 9 ສະໄໝຕິດຕໍ່ກັນ. ອັດຕາສ່ວນການນຳພາ 94%, ປີ 2018 ມີສະມາຊິກແຂງຮອບດ້ານ 28 ສະ
ຫາຍ, ແຂງ 2 ສະຫາຍ, ບໍ່ໄດ້ແບ່ງປະເພດ 3 ສະຫາຍ, ໄດ້ເອົາໃຈໃສ່ກໍ່ສ້າງຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກອີກ 4 ສະຫາຍ, ສະມາຊິກພັກໄດ້ເສຍ
ເງິນບຳລຸງເປັນປົກກະຕິ, ສາມາດສ້າງລາຍຮັບເຂົ້າຄັງຂອງໜ່ວຍນັບແຕ່ ປີ 2015-6/2019 ໄດ້ຮັບທັງໝົດຈຳນວນ 8.492.000 ກີບ, ສົ່ງໃຫ້ຄະນະພັກຂັ້ນເທິງຈຳນວນ
3.391.000 ກີບ, ຫັກໄວ້ຄັງຂອງໜ່ວຍພັກ ຈຳນວນ 5.101.000 ກີບ, ຈ່າຍເຂົ້າໃນວຽກງານລວມຂອງໜ່ວຍ ຈຳນວນ 4.136.000 ກີບ, ເຫຼືອເງິນຕົວຈິງ ຈຳນວນ
965.000 ກີບ, ເງິນຄັງຍົກຍ້າຍມາຈາກປີ2014 ຈຳນວນ 2.467.000 ກີບ, ປັດຈຸບັນຍັງເຫຼືອເງິນສະຕິພັກໃນໜ່ວຍ 3.432.000 ກີບ. ນອກນັ້ນ ໜ່ວຍພັກພວກເຮົາ
ໄດ້ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມເງື່ອນໄຂຂອງກົມກອງ, ຈາກການປູກຝັງ-ລ້ຽງ ສັດມີງົວ 15 ໂຕ, ຂາຍອອກແລ້ວມູນຄ່າ 30.000.000 ກີບ, ມີລາຍໄດ້ເຂົ້າ
ກົມກອງຈຳນວນ 100 ລ້ານ ກວ່າກີບ, ພະນັກງານສະມາຊິກພັກມີຄວາມບຸກບືນສ້າງເສດຖະກິດຄອບຄົວເພິ່ງຕົນເອງ, ກຸ້ມຕົນເອງ ແລະ ຮັບປະກັນຕໍ່ການປະຕິບັດໜ້າທີ່
ໄດ້ເປັນຢ່າງດີ. ຈາກນັ້ນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ໄດ້ຕາມຄາດໝາຍ.