ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 2


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະ ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງກອງພັນ ທີ2 ວີລະຊົນ

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍຜູ້ຕາງໜ້າ ກົມໃຫຍ່ການ
ເມືອງກອງທັບ, ກົມໃຫຍ່ເສນາທິການກອງທັບ, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມໃຫຍ່ພະລາທິການກອງທັບ ແລະ ກົມໃຫຍ່ເຕັກນິກ ກອງທັບ
ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 2 ໃນລະຫວ່າງວັນທີ 15-16 ມິຖຸນາ 2022 ນີ້, ໂດຍມີ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸ
ລາດ ຫົວໜ້າການເມືອງກອງພົນ ທີ 2 ພ້ອມຄະນະ ໃຫ້ການຕ້ອນຮັບ.

     ໃນໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ພົບປະໂອ້ລົມການນໍາ ຂອງ ແຂວງໄຊຍະບູລີ, ຄະນະພັກ-ຄະນະບັນຊາ ກອງພົນ,
ກອງບັນຊາການທະຫານ-ຕໍາຫຼວດແຂວງ, ຄະນະພັກ-ຄະນະບັນຊາ ບັນດາກົມກອງ ແລະ ພະນັກງານຫຼັກແຫຼ່ງ ທົ່ວກອງພົນ ທີ 2 ເຊິ່ງສະຫາຍໄດ້ສະແດງ
ຄວາມຍ້ອງຍໍ ຊົມເຊີຍທີ່ບັນດາກົມກອງ ໄດ້ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກອງທັບ ແລະ ຂອງກົມກອງ ພ້ອມກັນແຂ່ງຂັນປະຕິບັດໜ້າທີ່ ຢ່າງເປັນ
ຂະບວນຟົດຟື້ນ, ປະກອບສ່ວນອັນຕັ້ງໜ້າ ເຂົ້າໃນຜົນງານລວມຂອງກອງທັບ ແລະ ສ້າງກົມກອງ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ມີຫຼາຍກົມກອງ ໄດ້ຮັບ
ຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ; ກົມກອງ 3 ປອດ ແລະ ກົມກອງ ຕົວແບບດ້ານຕ່າງໆ ຫຼາຍສະໄໝຕິດຕໍ່ກັນ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງ ຕ້ອງການ ໜ້າທີ່ການເມືອງ ຂອງພັກໃນໄລຍະໃໝ່,
ພວກເຮົາຕ້ອງຕັ້ງໜ້າປະຕິບັດເນື້ອໃນມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 ແນໃສ່ເຮັດ
ໃຫ້ປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ກ້າວຂຶ້ນເປັນປະເທດ ອຸດສາຫະກຳ ແລະ ທັນສະໄໝ ເທື່ອລະກ້າວ. ພ້ອມກັນນີ້, ພວກ
ເຮົາຕ້ອງສືບຕໍ່ເຊື່ອມຊຶມ ແລະ ຈັດ ຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ພັດ
ທະນາ ຊົນນະບົດຮອບດ້ານຂອງພັກ. ທິດທາງໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງປະເທດເຮົາໃນຕໍ່ໜ້າ ແມ່ນສຸມໃສ່ຈັດຕັ້ງຜັນຂະ
ຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ວາງອອກ, ຕັ້ງໜ້າ ປັບປຸງ 3 ປະ
ເພດ ກໍາລັງໄປພ້ອມກັນ ໃຫ້ເປັນລະບົບຕໍ່ເນື່ອງ ມີຄຸນນະພາບ ຕາມທິດກໍ່ສ້າງກໍາລັງປະກອບອາວຸດປະຕິວັດ ທີ່ມີແບບແຜນ ແລະ ທັນສະໄໝ. ການຈັດ
ຕັ້ງປະຕິບັດແນວທາງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຂອງພັກ ຕ້ອງຕິດພັນກັບການ ພັດທະນາເສດຖະກິດ-ສັງຄົມ
ແລະ ພັດທະນາຊົນນະບົດຮອບດ້ານ, ປະຕິບັດທິດນຳຫັນກຳລັງ ລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນ ກັບວຽກງານ 3 ສ້າງແນ
ໃສ່ເຮັດ ໃຫ້ປະເທດຊາດມີຄວາມສະຫງົບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ.

     ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງ ໃຫ້ແຕ່ລະກົມກອງສືບຕໍ່ສຶກສາ ອົບຮົມພະນັກງານ-ນັກຮົບ ດ້ວຍຫຼາຍຮູບການ, ເສີມຂະ
ຫຍາຍ ທາດແທ້ມູນເຊື້ອອັນສະຫງ່າ ອົງອາດ ຂອງຊາດ ແລະ ຂອງກອງທັບເຮົາ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນ ກຳແໜ້ນແນວທາງປ່ຽນແປງໃໝ່ ຂອງພັກ, ກົດ
ໝາຍຂອງລັດ, ເຊື່ອມຊຶມ ແລະ ກຳແໜ້ນທິດທາງ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນ ຮອບດ້ານ ຂອງພັກ, ຍົກສູງສະຕິ ລະວັງ
ຕົວກຽມພ້ອມສູ້ຮົບ ແລະ ອອກແຮງເຄື່ອນໄຫວທັບມ້າງ ທຸກກົນອຸບາຍ ຫຼ່ຽມລາຍຂອງ ອິດທິກໍາລັງປໍລະປັກ, ຮັບປະກັນ ໃຫ້ປະເທດຊາດມີສະຖຽນລະ
ພາບທາງການເມືອງ ແລະ ສັງຄົມ ມີຄວາມສະຫງົບປອດໄພ. ເສີມຂະຫຍາຍມູນເຊື້ອສາມັກຄີກອງທັບ ກັບປະຊາຊົນ ຄືປາກັບນໍ້າສະໜິດຕິດພັນກັນຄືອ້າຍ
ນ້ອງ ໃນຄອບຄົວດຽວ, ຊ່ວຍເຫຼືອປະຊາຊົນ ທຳການຜະລິດຍົກສູງຊີວິດ ການເປັນຢູ່ດ້ານວັດຖຸ ແລະ ວັດທະນະທຳ ໃຫ້ນັບມື້ມີຄວາມກ້າວໜ້າ, ຮູ້ອີງໃສ່
ປະຊາຊົນ ເພື່ອປັບປຸງກໍ່ສ້າງກົມກອງ, ຫັນກຳລັງລົງ ກໍ່ສ້າງຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ, ປັບປຸງລະບົບອຳນາດ ປະ
ຊາທິປະໄຕປະຊາຊົນ ຢູ່ ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ. ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງ ຕົນ, ຕັ້ງໜ້າປັບປຸງກຳລັງ ໃນ
ທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ, ໃນນັ້ນຖືເອົາຄຸນນະພາບທາງ ດ້ານການເມືອງ-ແນວຄິດ ເປັນກົກ, ເອົາຄວາມສາມາດ
ດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງ ສຳຄັນ; ເສີມຂະຫຍາຍມູນເຊື້ອ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ
ແຂງດ້ວຍຕົນເອງ, ດຸໝັ່ນປະຢັດມັດທະຍັດ, ເອົາໃຈໃສ່ປົກປັກຮັກສາອາວຸດ, ພາຫະນະເຕັກນິກ ຂອງກົມກອງ ໃຫ້ຮັບປະກັນຄຸນນະພາບ, ຍູ້ແຮງການເພີ່ມ
ພູນປູກຝັງລ້ຽງ ສັດ, ຫັດຖະກໍາ ແລະ ບໍລິການ, ສ້າງໃຫ້ກົມກອງມີລາຍຮັບ ເທື່ອລະກ້າວ ເພື່ອນໍາໃຊ້ເຂົ້າໃນການຍົກສູງລະດັບຊີວິດການ ເປັນຢູ່ ດ້ານວັດຖຸ
ແລະ ວັດທະນະທໍາ ຂອງກົມກອງ ໃຫ້ນັບມື້ດີຂຶ້ນ, ຫັນເອົາເນື້ອໃນຈິດໃຈ 4 ໜ້າທີ່ ໃຫຍ່ 26 ແຜນງານຂອງຄະນະພັກ ກະຊວງປ້ອງກັນປະເທດ ໃຫ້ເປັນ
ອັນລະອຽດ ແລະ ແທດເໝາະກັບ ໜ້າທີ່ການເມືອງຂອງກົມກອງຕົນ ເພື່ອສ້າງເປັນບາດກ້າວບຸກທະລຸໃນແຕ່ລະດ້ານ, ແຕ່ລະໄລຍະ ໃຫ້ມີການຫັນປ່ຽນ
ຢ່າງຈະແຈ້ງ ຕິດພັນກັບກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກົມກອງ 3 ປອດ, ສ້າງກົມກອງນັກຮົບວັດທະນະທຳ, ສາມາດ ຕ້ານ ແລະ
ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວກອງທັບ ໃຫ້ໝົດໄປ; ສືບຕໍ່ພົວພັນສາມັກຄີສາກົນຕາມແນວທາງການຕ່າງປະເທດ ຂອງພັກ ເພີ່ມ
ທະວີການພົວພັນຮ່ວມມືກັບ ເພື່ອນມິດຍຸດທະສາດ, ເອົາໃຈໃສ່ ຮັກສາ ແລະ ເພີ່ມພູນຄູນສ້າງມູນເຊື້ອ ຮ່ວມສຳພັນສູ້ຮົບກັບກອງທັບປະຊາຊົນຫວຽດ
ນາມ ໃນເງື່ອນໄຂໃໝ່. ໂດຍສະເພາະການ ແລກປ່ຽນສະພາບ, ເຝິກອົບຮົມ, ສ້ອມແປງພາຫະນະ-ເຕັກນິກ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ.

     ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 2 ຄັ້ງນີ້, ສະຫາຍ ພົນເອກ ຈັນ ສະໝອນ ຈັນຍາລາດ ພ້ອມຄະນະ ຍັງໄດ້ເຂົ້າຮ່ວມພິ
ທີເປີດນໍາໃຊ້ສະໂມສອນຫຼັງໃໝ່ ຂອງກອງພົນທີ່ ສ້າງສໍາເລັດຫວ່າງບໍດົນມານີ້ ລວມມູນຄ່າການກໍ່ສ້າງທັງໝົດ 2.150.000.000 ກີບ. ໃນນີ້ ມີທຶນຂອງ
ກະຊວງປ້ອງກັນປະເທດ 1,6 ຕື້ກີບ, ທຶນຂອງແຂວງ 57 ລ້ານກີບ ແລະ ທຶນຂອງກອງພົນ 550 ລ້ານກີບ, ເຂົ້າຮ່ວມການປູກຕົ້ນໄມ້ ແລະ ລົງຢ້ຽມຢາມ
ແລະ ກວດກາຄວາມຄືບໜ້າໂຄງການກໍ່ສ້າງກອງພັນໃຫຍ່ 202, ກອງພັນ 413, ກອງພັນທີ 2 ວີລະຊົນ ແລະ ກອງພັນ 409 ວີລະຊົນ ເຊິ່ງຢູ່ແຕ່ລະກອງ
ສະຫາຍ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງຍາດມາໄດ້ ໃນໄລຍະຜ່ານມາ ແລະ ຍົກໃຫ້ເຫັນສະພາບການຂອງ ໂລກ ແລະ ພາກພື້ນ
ທີ່ພວມຜັນແປ ໄປຢ່າງສະຫຼັບສັບຊ້ອນ ມີທັງ ສິ່ງທີ່ເອື້ອອຳນວຍ, ທ້າທາຍ ແລະ ທົດສອບຫຼາຍປະການທີ່ສົ່ງຜົນກະທົບຕໍ່ ສປປ ລາວເຮົາ, ພວກອິດທິກຳ
ລັງປໍລະປັກ ຍັງສືບຕໍ່ ຫວັງທໍາລາຍແນວທາງນະໂຍບາຍ ຂອງພັກ-ລັດ ເຮົາດ້ວຍ ຫຼາຍວິທີ, ຫຼາຍຮູບການທີ່ເລິກແລບ ໂດຍການຫັນປຽ່ນໂດຍສັນຕິ. ດັ່ງ
ນັ້ນ ຈຶ່ງຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ເພີ່ມທະວີບົດບາດການນໍາພາ-ຊີ້ນໍາສຶກສາ ອົບຮົມການເມືອງ-ນໍາພາແນວຄິດ ໃຫ້ນາຍ
ແລະ ພົນທະຫານ ເຮັດໃຫ້ເຂົາເຈົ້າມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຕັ້ງຕໍ່ ບໍລິສຸດ, ຈົງຮັກພັກດີຕໍ່ພັກ-ລັດ, ມີ
ຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ການເມືອງ, ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມ ຂອງກົມກອງ, ເອົາໃຈໃສ່ປັບປຸງ ກໍ່ສ້າງກໍາລັງໃຫ້ໜັກແໜ້ນ
ເຂັ້ມແຂງຮອບດ້ານ ໂດຍຖືເອົາຄຸນນະພາບທາງດ້ານການເມືອງແນວຄິດເປັນກົກ, ເອົາຄວາມສາມາດດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ເອົາການ
ຈັດຕັ້ງບັນຊາເປັນສໍາຄັນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ປະຕິບັດຫຼັກການນຳພາ ຂອງພັກເຮັດວຽກແບບລວມສູນປະຊາທິປະໄຕ ນໍາ
ພາເປັນໝູ່ຄະນະແບ່ງວຽກບຸກຄົນຮັບຜິດຊອບ, ເອົາໃຈໃສ່ປັບປຸງຄ້າຍຄູ ແລະ ສູ້ຊົນແກ້ໄຂຊີວິດການເປັນຢູ່ ບົນຈິດໃຈ “ເພິ່ງຕົນເອງ ກຸ້ມຕົນເອງ ແລະ
ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ” ຊອກຄົ້ນນໍາໃຊ້ ໝົດທ່າແຮງທີ່ບົ່ມຊ້ອນໃນກົມກອງ ເພື່ອປະຕິບັດໃຫ້ໄດ້ຄາດໝາຍ, ແຜນການກໍ່ສ້າງເສດຖະກິດ:
ປູກຝັງ-ລ້ຽງສັດ, ຫັດຖະກໍາ ແລະ ການບໍລິການ ທີ່ກະຊວງປ້ອງກັນປະເທດວາງອອກ. ນອກນັ້ນ, ຍັງໄດ້ມອບເງິນຈໍານວນ 30 ລ້ານກີບ ໃຫ້ກອງພັນໃຫຍ່
202 ແລະ ມອບເງິນ 20 ລ້ານກີບ ໃຫ້ ກອງພັນ 409 ວີລະຊົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/06/2022