ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບຈັດກິດຈະກຳປ່ອຍປາ

     ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດຄົບຮອບ 21 ປີ (ວັນທີ 13 ກໍລະກົດ 1997 - 13 ກໍລະກົດ 2018) ແລະ ວັນຄ້າຍວັນເກີດ
ຂອງທ່ານ ປະທານສຸພານຸວົງ ຄົບຮອບ 109 ປີ ຜູ້ນໍາອັນແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ, ໃນຕອນເຊົ້າວັນທີ 13 ກໍລະກົດ 2018 ນີ້, ກົມ
ໃຫຍ່ພະລາທິການກອງທັບ ຮ່ວມກັບ ກອງພັນໃຫຍ່ 497 ໄດ້ຈັດຕັ້ງພິທີປ່ອຍປາຂຶ້ນຢູ່ທີ່ອ່າງນໍ້າປອດ ເຂດ ບ້ານນາຫວ້າ ເມືອງທຸລະຄົມ ແຂວງວຽງຈັນ,
ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ
ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ, ມີຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາ ກົມນ້ອຍ, ຄະນະນໍາຫ້ອງການ, ຄະນະພັກຄະນະ
ບັນຊາ, ກອງບັນຊາການທະຫານແຂວງ, ແຂກຖືກເຊີນຈາກການນໍາຂັ້ນສູງແຂວງວຽງຈັນ, ເຈົ້າເມືອງ, ກະສິກໍາ-ປ່າໄມ້ເມືອງ, ແຂວງ ແລະ ຜູ້ອໍານວຍການ
ເຄື່ອນໄຟຟ້ານໍ້າມັງ 3 ພ້ອມດ້ວຍພະນັກງານພາຍໃນກົມກອງເຂົ້າຮ່ວມ.


ກົມໃຫຍ່ພະລາທິການກອງທັບຈັດກິດຈະກຳປ່ອຍປາ

     ພັນເອກ ອຸດອນ ອ້ວນສັກດາ ຫົວໜ້າການທະຫານກອງພັນໃຫຍ່ 497 ກ່າວວ່າ: ຕະຫຼອດໄລຍະທີ່ຜ່ານມາພັກ ແລະ ລັດຖະບານເຮົາໄດ້ເຫັນຄວາມ
ສໍາຄັນຂອງວຽກງານຄຸ້ມຄອງປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະການປົກປັກຮັກສາປ່າໄມ້ ແລະ ອະນຸລັກສັດນໍ້າສັດ
ປ່າ ເຊິ່ງສະແດງອອກໃນການກໍານົດຖິ່ນທີ່ຢູ່ອາໄສຂອງສັດນໍ້າ-ສັດປ່າ, ລະບຽບການ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງໃນການຄຸ້ມຄອງ, ການຈັດຕັ້ງປະຕິບັດ
ຕົວຈິງທາງດ້ານກົດໝາຍ, ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ໃນສັງຄົມຈົ່ງພ້ອມໃຈກັນເປັນເຈົ້າການໃນການໂຄສະນາປູກຈິດສໍານຶກໃຫ້ແກ່ພະນັກ
ງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃຫ້ເຂົ້າມາມີສ່ວນຮ່ວມໃນການປົກປັກຮັກສາຊັບພະຍາກອນທໍາມະຊາດສັດນໍ້າ-ສັດປ່າທີ່ຫາຍາກ ແລະ
ມີຄວາມສ່ຽງໃກ້ຈະສູນພັນໃຫ້ໄວ້ຢູ່ຄູ່ກັບ ສປປ ລາວ ກໍຄືປະຊາຊົນລາວ ແລະ ລູກຫຼານລາວຕະຫຼອດໄປ ແລະ ປະກອບສ່ວນແກ້ໄຂຊີວິດ ການເປັນຢູ່ຂອງ
ປະຊາຊົນ ກໍຄືພະນັກງານໃນຖັນແຖວຂອງ ກອງທັບພວກເຮົາໃຫ້ນັບມື້ນັບດີຂຶ້ນ.

     ປາທີ່ນໍາມາປ່ອຍໃນຄັ້ງນີ້ມີ ລູກປາປະສົມລວມທັງໝົດຈໍານວນ 200.000 ກ່ວາໂຕ ໂດຍແມ່ນກອງຜະລິດກະສິກໍາເລກ 2 ກອງທັບເປັນຜູ້ສະໜອງ
ແນວພັນໃຫ້ ເພື່ອເຮັດໃຫ້ອ່າງນໍ້າປອດອຸດົມສົມບູນໄປດ້ວຍແຫຼ່ງອາຫານ ເພື່ອສະໜອງຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ໃນຕໍ່ໜ້າ.