ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດສ້າງຕັ້ງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ


ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານພິທີປະກາດສ້າງຕັ້ງ ແລະ ການແຕ່ງຕັ້ງຄະນະກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ

     ກະຊວງປ້ອງກັນປະເທດໄດ້ຈັດຕັ້ງພິທີປະກາດສ້າງຕັ້ງ ແລະ ການແຕ່ງຕັ້ງຄະນະກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ ຂຶ້ນຢ່າງເປັນທາງການໃນຕອນ
ເຊົ້າຂອງວັນທີ 16 ກໍລະກົດ 2019 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການ
ກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາກົມ
ກອງອ້ອມຂ້າງກະຊວງ, ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານດໍາລັດຂອງນາຍົກ
ລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 19/ນຍ ລົງວັນທີ 30 ມັງກອນ 2019 ວ່າດ້ວຍການອານຸຍາດໃຫ້ສ້າງຕັ້ງກອງບັນຊາການທະຫານອາກາດກອງທັບປະຊາ
ຊົນລາວອັກສອນຫຍໍ້ ກບອ ຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຮອບດ້ານຂອງກະຊວງປ້ອງກັນປະເທດ. ຈາກນັ້ນ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະ
ພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 183/ນຍ ລົງວັນທີ 25/06/2019 ວ່າດ້ວຍການແຕ່ງ
ຕັ້ງຜູ້ບັນຊາການທະຫານອາກາດກອງທັບປະຊາຊົນລາວ ໂດຍໄດ້ແຕ່ງຕັ້ງ ສະຫາຍ ພັນເອກ ຄໍາເຫຼັກ ແສງພະຈັນ ເປັນຜູ້ບັນຊາການທະຫານອາກາດກອງທັບປະຊາຊົນ
ລາວ. ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີສະບັບເລກທີ 182/ນຍ ລົງວັນທີ 25/06/2019 ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງ ໂດຍໄດ້ຕົກລົງແຕ່ງຕັ້ງ ສະຫາຍ
ພົນຈັດຕະວາ ພູຫຼວງ ບົວພະຈັນ ເປັນຫົວໜ້າການເມືອງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ ແລະຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດເລກທີ
1690/ກປທ ລົງວັນທີ 07/05/2019 ວ່າດ້ວຍການແຕ່ງຕັ້ງຄະນະບັນຊາກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ ໂດຍໄດ້ແຕ່ງຕັ້ງ ສະຫາຍ ພັນເອກ ຄໍາ
ຫຼ້າ ສິມມະວົງ ເປັນຮອງຮັບຜິດຊອບວຽກງານການເມືອງ ທັງເປັນຫົວໜ້າຫ້ອງການເມືອງ, ສະຫາຍ ພັນເອກ ພັນທະມິດ ວໍລະບຸດ ເປັນຮອງຮັບຜິດຊອບວຽກງານອົບຮົມ
ການບິນ ທັງເປັນຫົວໜ້າຫ້ອງອົບຮົມການບິນ,ສະຫາຍ ພັນໂທ ບຸນດອມ ບຸບຜາລິວັນ ເປັນຮອງຮັບ ຜິດຊອບວຽກງານເສນາທິການ ທັງເປັນຫົວໜ້າຫ້ອງເສນາທິການ,
ສະຫາຍ ພັນໂທ ທອງພັນ ບຸນສະຫວັດ ເປັນຮອງຮັບຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າຫ້ອງພະລາທິການ ແລະ ສະຫາຍ ພັນໂທ ສອນທອງ ແກ້ວຈັນດາ
ເປັນຮອງຮັບຜິດຊອບວຽກງານເຕັກນິກ ທັງເປັນຫົວໜ້າຫ້ອງເຕັກນິກກອງບັນຊາການທະ ຫານອາກາດກອງທັບປະຊາຊົນລາວ.

     ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມໂດຍຍົກໃຫ້ເຫັນຄວາມສໍາຄັນຂອງການປະກາດສ້າງຕັ້ງກອງ
ບັນຊາການທະຫານອາກາດກອງທັບປະຊາຊົນລາວແມ່ນເປັນຂີດໝາຍອັນດີແຫ່ງການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບຂອງກອງທັບປະຊາ
ຊົນລາວເວົ້າລວມ, ເວົ້າສະເພາະແມ່ນເຫຼົ່າຮົບທະຫານອາກາດ ເພື່ອກ້າວສູ່ລະບຽບແບບແຜນ ແລະ ທັນສະໄໝ ຮັບປະກັນເຮັດສໍາເລັດໜ້າທີ່ການເມືອງຂອງເຫຼົ່າຮົບໃນ
ສະເພາະໜ້າ ແລະ ຍາວນານ.

     ປັດຈຸບັນ ພັກ-ລັດຖະບານ ກໍຄືກະຊວງປ້ອງກັນປະເທດ ໄດ້ປະກອບພາຫະນະ-ເຕັກນິກການທະຫານທີ່ທັນສະໄໝຈໍານວນໜຶ່ງໃຫ້ບັນດາເຫຼົ່າຮົບວິຊາສະເພາະໄດ້ຄຸ້ມ
ຄອງນໍາໃຊ້ ແລະ ເຄື່ອນໄຫວໜ້າທີ່ການເມືອງ ຂອງຕົນ, ໃນນັ້ນທະຫານອາກາດກໍແມ່ນເຫຼົ່າຮົບໜຶ່ງທີ່ໄດ້ຮັບການປະກອບພາຫະນະ-ເຕັກນິກທີ່ທັນສະໄໝ ສະນັ້ນຈຶ່ງມີ
ຄວາມຈໍາເປັນຕ້ອງໄດ້ປັບປຸງຄືນລະບົບການຈັດຕັ້ງ ແລະ ປະກອບບຸກຄະລາກອນໃຫ້ເປັນລະບົບຄົບຊຸດສາມາດຮັບປະກັນໃນການຄຸ້ມຄອງນໍາໃຊ້ພາຫະນະເຕັກນິກທີ່ປະ
ກອບໃຫ້ເກີດປະໂຫຍດສູງສຸດ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງຕ້ອງກໍາແໜ້ນທີ່ຕັ້ງ,
ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຈັດຕັ້ງເຄື່ອນໄຫວໃຫ້ຖືກຕ້ອງ, ເອົາໃຈໃສ່ຊີ້ນໍາ ແລະ ປະສານກັບຂະແໜງການທີ່ກ່ຽວຂ້ອງໃນການຄົ້ນຄວ້າປະກອບບຸກ
ຄະລາກອນ, ພາຫະນະ-ເຕັກນິກ ແລະ ອາວຸດຍຸດໂທປະກອນໃຫ້ຄົບຖ້ວນຕາມຫຼັກການປະກອບຂອງກອງທັບ, ຕັ້ງໜ້າປັບປຸງກໍສ້າງກົມກອງໃຫ້ເຂັ້ມແຂງ ໜັກແໜ້ນ ແລະ
ເພີ່ມທະວີພົວພັນຮ່ວມມືກັບບັນດາປະເທດ ເພື່ອນມິດຍຸດທະສາດ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ບົດຮຽນ ແລະ ປະສົບການອັນດີມາໝູນໃຊ້ເຂົ້າໃນ
ການ ພັດທະນາກົມກອງ, ເຫຼົ່າຮົບ ກໍຄືກອງທັບໃຫ້ນັບມື້ທັນສະໄໝ.