ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດກິດຈະກຳແຂ່ງຂັນກີລາເປຕັງມິດຕະພາບ

     ວັນທີ 15 ສິງຫາ 2017, ຢູ່ທີ່ເດີ່ນກີລາເປຕັງຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກິດຈະກຳແຂ່ງຂັນກີລາເປຕັງມິດຕະພາບ ລະຫວ່າງຫ້ອງວ່າ
ການກະຊວງປ້ອງກັນປະເທດ ກັບ ກົມໃຫຍ່ການເມືອງກອງທັບ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ວິໄລ ຫ້ຼາຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ພົນຕີ ຄຳສີ ວົງຄຳຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ມີບັນດາຄະນະນຳ ແລະ ນັກກີ
ລາທັງສອງພາກສ່ວນເຂົ້າຮ່ວມ.


ພົນໂທ ວິໄລ ຫ້ຼາຄຳຟອງ ເຂົ້າຮ່ວມກິດຈະກຳແຂ່ງຂັນກີລາເປຕັງມິດຕະພາບ

     ການຈັດການແຂ່ງຂັນກີລາເປຕັງມິດຕະພາບໃນຄັ້ງນີ້ ກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນປະ ຫວັດສາດຂອງຊາດ, ກໍຄືວັນເຊັນສົນທິສັນຍາ
ມິດຕະພາບການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ ໃຫ້ມີບັນຍາກາດຟົດ
ຟື້ນມ່ວນຊື່ນ, ເຕັມໄປດ້ວຍຄວາມໝາຍຄວາມສຳຄັນກິດຈະກຳແຂ່ງຂັນກີລາເປຕັງມິດຕະພາບ ທັງສອງພາກສ່ວນມີນັກກີລາເຂົ້າ ຮ່ວມຈຳນວນ 10 ທິມ.

     ຜົນການແຂ່ງຂັນທິມຄະນະນຳແມ່ນທິມຈາກກົມໃຫຍ່ການເມືອງກອງທັບເປັນຝ່າຍຊະນະທິມຄະນະນຳຫ້ອງວ່າການກະຊວງປ້ອງກັນປະເທດ, ທິມແມ່
ຍິງຫ້ອງວ່າການກະຊວງປ້ອງກັນປະເທດຊະນະທິມແມ່ຍິງກົມໃຫຍ່ການເມືອງກອງທັບ, ທິມຊາວໜຸ່ມຫ້ອງວ່າການກະຊວງປ້ອງກັນປະເທດຊະນະທິມຊາວ
ໜຸ່ມກົມໃຫຍ່ການເມືອງ, ທິມຄະນະຫ້ອງການກົມໃຫຍ່ການເມືອງຊະນະທິມຄະນະນຳຫ້ອງການເມືອງຫ້ອງວ່າການກະຊວງປ້ອງກັນປະເທດ, ທິມຄະນະຫ້ອງ
ການເມືອງກົມໃຫຍ່ການເມືອງຊະນະທິມຫ້ອງການບໍລິຫານຫ້ອງວ່າການກະຊວງປ້ອງກັນປະເທດ.