ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ອຸປະກອນ​ປືນ​ໃຫ່ຍ​ໃຫ້​ກົມ​ປືນ​ໃຫ່ຍໜ້າດິນ


ພິທີມອບ-ຮັບຜະລິດຕະພັນ

     ໃນວັນທີ 13 ສິງຫາ 2021 ນີ້, ຢູ່ທີ່ຫ້ອງປະຊຸມກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການ ກອງທັບ ໄດ້ຈັດພິທີມອບ-ຮັບຜະລິດຕະພັນຮັບໃຊ້ວິຊາ
ສະເພາະປືນໃຫຍ່ໜ້າດິນໃຫ້ກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການ ຈາກການຄົ້ນຄວ້າຂອງ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກອງທັບ
ໂດຍການກ່າວມອບຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກອງທັບ ແລະ ກ່າວຮັບໂດຍ
ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ, ຫ້ອງການ, ກົມກອງ, ພະແນກການ
ທີ່ກ່ຽວຂ້ອງທັງສອງກົມເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ກ່າວ່າ: ການຄົ້ນຄວ້າວິທະຍາສາດ-ເຕັກໂນໂລຊີການທະຫານ, ແມ່ນວຽກງານໜຶ່ງທີ່ຄະນະພັກ-ຄະນະບັນ
ຊາ, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເອົາໃຈໃສ່ ແລະ ຖືສຳຄັນນັບແຕ່ຂັ້ນຕອນຂອງການຄົ້ນຄວ້າ, ການອອກແບບຈົນເຖິງຂັ້ນຕອນຂອງ
ການທົດລອງ ແມ່ນໄດ້ຮັບການຕິດຕາມຢ່າງໃກ້ສິດຈາກຄະນະພັກ-ຄະນະບັນຊາຢ່າງລະອຽດ. ຕະຫຼອດໄລຍະທີ່ຜ່ານມາ ກົມກອງສາມາດຄົ້ນຄ້ວາໄດ້ຫຼາຍ
ຫົວບົດວິທະຍາສາດ ສາມາດຜະລິດວັດຖຸຕົວແບບ ແລະ ໄດ້ຜ່ານການທົດລອງ ໃນພາກສະໜາມມາແລ້ວຈຳນວນຫຼາຍປະເພດ ແລະ ມີຫຼາຍໂຄງການຄົ້ນ
ຄ້ວາໄດ້ຮັບການຍ້ອງຍໍຈາກພັກ-ລັດກໍຄື ກະຊວງປ້ອງກັນປະເທດ. ສຳລັບການຜະລິດຊຸດລູກປືນຫັດແອບປະເພດຍິງໂຄ້ງ ແລະ ຍິງຊື່ໃຫ້ແກ່ ກົມປືນໃຫຍ່
ໜ້າດິນ ເພື່ອເປັນການປັບປຸງຮູບແບບຂອງຊຸດລູກປືນຫັດແອບຄືນໃໝ່ ເພື່ອເພີ່ມສະມັດຕະພາບອາວຸດທີ່ທັນສະໄໝໃຫ້ແທດເໝາະກັບຄວາມຕ້ອງການ
ຂອງເຫຼົ່າຮົບປືນໃຫ່ຍໜ້າດິນຈາກລະບົບການຍິງແບບເອເລັກ ໂຕນິກມາເປັນການຍິງແບບແມັກການິກ ເຊິ່ງມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນ
ການນຳໃຊ້. ໂດຍນຳໃຊ້ງົບປະມານທັງໝົດຈຳນວນ 196.840.000 ກີບ. ທັງນີ້ກໍເພື່ອເປັນການນຳໃຊ້ເຂົ້າໃນການຮຽນ-ການສອນ ແລະ ການອົບຮົມ-
ຫັດແອບໃນອານະຄົດຂອງເຫຼົ່າຮົບປືນໃຫຍ່ໜ້າດິນໃຫ້ມີຄວາມທັນສະໄໝ ຍິ່ງໆຂຶ້ນ.

     ພ້ອມນີ້ ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງທີ່ຍາມໃດກໍໃຫ້ຄວາມເປັນຫ່ວງເປັນໄຍ ແລະ ໃຫ້ຄວາມ
ໝາຍຄວາມສຳຄັນແກ່ເຫຼົ່າຮົບປືນໃຫຍ່ໜ້າດິນຕະຫຼອດມາ ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາອຸປະກອນຜະລິດຕະພັນທີ່ ກົມວິທະຍາສາດ-ປະ
ຫັວດສາດການ ທະຫານ ມາມອບໃຫ້ໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ໃນ
ເຫຼົ່າຮົບປືນໃຫຍ່ໜ້າດິນ ໄດ້ມີຄວາມຊຳນິຊຳນານນຳໃຊ້ຢ່າງຄ່ອງແຄ້ວ ທາງດ້ານປະລິມານ ແລະ ຄຸນນະພາບໃນການພັດທະນາກອງທັບ ໃຫ້ມີຄວາມເຕີບ
ໃຫຍ່ເຂັ້ມແຂງ ແລະ ທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/08/2021