ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບຈັດຕັ້ງສ່ອງແສງວຽກງານຮອບດ້ານປະຈຳເດືອນ 8 ປີ 2018

     ກອງປະຊຸມສ່ອງແສງວຽກງານຮອບດ້ານຂອງກົມໃຫ່ຍເສນາທິການກອງທັບປະຈໍາເດືອນ 8 ປີ 2018 ໄດ້ຈັດຕັ້ງຂຶ້ນໃນວັນທີ 10 ກັນຍາ 2018,
ຢູ່ທີ່ສະໂມສອນຂອງໂຮງຮຽນ 307 ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ພອນໃຈ ພັນທະວົງ ກຳມະການຄະນະພັກ ກົມໃຫຍ່ເສນາທິການ ຫົວ
ໜ້າກົມກົດລັບ ມີຕາງໜ້າຄະນະພັກ-ຄະນະບັນຊາຈາກບັນດາຫົວໜ່ວຍກົມກອງທີ່ຂຶ້ນກັບກົມໃຫຍ່ເສນາທິການ ຈໍານວນ 40 ກົມກອງເຂົ້າຮ່ວມ.


ພົນຈັດຕະວາ ພອນໃຈ ພັນທະວົງ ເປັນປະທານກອງປະຊຸມ
ສ່ອງແສງວຽກງານຮອບດ້ານຂອງກົມໃຫ່ຍເສນາທິການກອງທັບປະຈໍາເດືອນ 8 ປີ 2018

     ກອງປະຊຸມໄດ້ຮັບຟັງການລາຍງານສະພາບການ ແລະ ວຽກງານທີ່ພົ້ນເດັ່ນທີ່ກົມໃຫຍ່ເສນາທິການຍາດມາໄດ້ຢູ່ພາຍໃນເດືອນ 8 ທີ່ຜ່ານມາຍົກໃຫ້
ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ເປັນຜົນກະທົບ ແລະ ເປັນສິ່ງທ້າທາຍຕໍ່ການເຄື່ອນໄຫວວຽກງານ, ເປັນການຊ່ວຍເຫຼືອກອບກູ້ໄພພິບັດໃນ
ເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກຢູ່ແຂວງອັດຕະປື, ການຊ່ວຍເຫຼືອປະຊາຊົນຈາກໄພນໍ້າຖ້ວມຢູ່ບັນດາແຂວງຕ່າງໆໃນຂອບເຂດທົ່ວປະເທດ ການ
ຈັດຕັ້ງເຄື່ອນໄຫວສ້າງຂະບວນການຕ່າງໆເພື່ອຕ້ອນຮັບວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 70 ປີ ແລະ ວຽກງານອື່ນໆ ພ້ອມທັງວາງທິດທາງ
ແຜນການວຽກງານສືບຕໍ່ປະຕິບັດໃນ ເດືອນ 9 ປີ 2018.

     ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມແຕ່ລະກົມກອງໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມຫຼາຍບັນຫາ ເພື່ອເປັນການຖອດຖອນແລກປ່ຽນ
ບົດຮຽນເຊີ່ງກັນ ແລະ ກັນ. ຈາກນັ້ນ ທ່ານ ພົນຈັດຕະວາ ພອນໃຈ ພັນທະວົງ ກໍໄດ້ເໜັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງຈົ່ງເອົາໃຈໃສ່ຍົກ
ສູງພາລະບົດບາດໃນການຊີ້ນໍາ-ນໍາພາກົມກອງຂອງຕົນເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ ແລະ ສືບຕໍ່ຊຸກຍູ້ສ້າງຂະບວນການຕ່າງໆເພື່ອຂໍ່ານັບ
ຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ມີບັນຍາກາດຟົດຟື້ນ.