ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີ​ເປີດ​ຊຸດ​ຝຶກ​ອົບຮົມ​ວິຊາ​ສະ​ເພາະ ວຽກງານ ຂໍ້​ມູນ-ຂ່າວສານ
​ໃຫ້​ພະນັກງານ​ກອງທັບ​ປະຊາຊົນ​ລາວ


     ຕອນ​ເຊົ້າ​ຂອງ​ວັນ​ທີ 16 ກັນຍາ 2019 ຜ່ານ​ມາ​ນີ້ ຢູ່​ທີ່ ຮ່າ​ໂນ້ຍ ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ສສ ຫວຽດນາມ ​ໄດ້​ຈັງ​ຕັ້ງ​ພິທີ​ເປີດ​ຊຸດ​ຝຶກ​ອົບຮົມ​ວຽກງານ ຂໍ້​
ມູນ-ຂ່າວສານ ​ໃຫ້​ພະນັກງານ ຂໍ້​ມູນ-ຂ່າວສານ ກອງທັບ​ປະຊາຊົນ​ລາວ ​ເປັນກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ ​ແລະ ມີ​ຄຳ​ເຫັນ​ໃນ​ພິທີ ​ໂດຍ​ແມ່ນ​ສະຫາຍ ພົນ​ຈັດຕະວາ ຫວຽນ
ຊວນ ​ງິ ຄະນະ​ພັກ​ການ​ທະຫານ​ສູນ​ກາງ​, ຮອງ​ຫົວໜ້າ ຫ້ອງວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດກອງທັບ​ປະຊາຊົນ​ຫວຽດນາມ.

     ໃນ​ພິທີ​ສະຫາຍ ພົນ​ຈັດຕະວາ ຫວຽນ ຊວນ ​ງິ ​ໄດ້​ເນັ້ນຢ​້ຳວ່າ: ການ​ພົວພັນ​ຂອງ​ສອງ​ປະ​ເທດ ຫວຽດນາມ-ລາວ ​ແມ່ນ​ການ​ພົວພັນ​ພິ​ເສດ, ຕະຫຼອດ​ໄລຍະ​ຜ່ານ​ມາ
ການ​ພົວພັນ​ມິດຕະພາບ ​ແລະ ຄວາມ​ຮ່ວມ​ມື​ຮອບດ້ານ ຫວຽດນາມ-ລາວ ​​ແມ່ນ​ນັບ​ມື​ນັບ​ມີ​ການ​ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລີກ, ​ແທດ​ເຖິງ​ຕົວ​ຈິງ ​ແລະ ມີ​ປະສິດທິພາບ.
​ເຊິ່ງທັງໝົດນັ້ນ ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່ຫຼວງມາ​ໃຫ້​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ.

     ໃນນັ້ນການພົວພັນປ້ອງກັນຊາດລະຫວ່າງສອງປະເທດນັ້ນ ກໍ່ນັບມື້ນັບມີທ່າຂະຫຍາຍຕົວ ແໜ້ນແກ່ນ ແລະ ມີປະສິດທິພາບ, ເຊິ່ງປະກອບສ່ວນຮັກສາໄດ້ຄວາມສະ
ຫງົບ ທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງ​ດ້ານສັງຄົມຂອງແຕ່ລະປະເທດ, ເປັນການຍົກສູງບົດບາດຄວາມ ເຊື່ອຖືຂອງທັງສອງກອງທັບ ຫວຽດນາມ
ແລະ ລາວ. ການຝຶກອົບຮົມວິຊາສະເພາະວຽກງານ ຂໍ້ມູນ-ຂ່າວສານ, ໃຫ້ພະນັກງານກອງທັບປະຊາຊົນລາວ ​ໃນ​ເທື່ອ​ນີ້ແມ່ນວຽກງານໜຶ່ງຂອງບັນດາເນື້ອໃນ ຕົວຈິງທີ່
ນອນຢູ່ໃນອານຸສັນຍາກ່ຽວກັບການຮ່ວມືປ້ອງກັນຊາດ ສອງຝ່າຍໃນໄລຍະ 2015-2019 ນີ້, ​ເປັນ​ແຜນການ​ຮ່ວມ​ມື​ລະຫວ່າງສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ປີ 2019
​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ການ​ຮ່ວມ​ມື​ລະຫວ່າງ​ຫ້ອງ​ວ່າການກະຊວງ​ປ້ອງ​ກັນປະ​ເທດ​ຂອງ​ສອງ​ປະ​ເທດ.

     ໃນ​ໄລຍະ​​ເວລາ​ຝຶກ​ອົບຮົມ​ນີ້, ບັນດາ​ສະຫາຍ​ວິຊາ​ການ​ຈາກ​ກອງທັບ​ປະຊາຊົນ​ລາວ​ຈະ​ໄດ້​ຄົ້ນຄວ້າ​ບັນດາ​ບັນຫາ​ທີ່​ເປັນ​ພຶ້ນຖານ​ຕໍ່ກັບ​ສູນ ຂໍ​້ມູນ​-ຂ່າວສານ ( ​ເປັນ​ພາກ
ສ່ວນໜຶ່ງທີ່​ສຳຄັນ​ຂອງ​ລັດຖະບານ ). ດັ່ງ​ນັ້ນ ວຽກງານ​ຄຸ້ມ​ຄອງ, ບັນຊາ​ສູນ​ຂໍ້​ມູນ-ຂ່າ​ສານ ບັນນາທິການ, ​ແກ້​ໄຂ້​ຂໍ້​ມູນ-ຂ່າວສານ ​ແລະ ອື່ນໆ. ນອກຈາກ​ນີ້ ​ໃນ​ໄລຍະ
​ຝຶກ​ອົບຮົມ​ບັນດາ​ສະຫາຍ​ພະນັກງານ​ກອງທັບ​ປະຊາຊົນ​ ຍັງ​ຈະ​ໄດ້​ຄົ້ນຄວ້າ​ແລກປ່ຽນບົດຮຽນຕົວ​ຈິງບາງ​ອົງການ, ກົມ​ກອງ​ຢູ່​ໃນ ​ແລະ ນອກ​ກອງທັບ​ປະຊາຊົນ​ຫວຽດນາມ
​ພ້ອມ​ທັງຢ້ຽມຢາມ​ສະຖານ​ທີ່​ທາງ​ປະຫວັດສາດ, ວັດທະນະທຳ, ທັງໝົດນີ້ ຈະ​ຊ່ວຍ​ໃຫ້​ພະນັກງານ​ທີ່​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ຍົກ​ສູງ​ລະດັບ, ຄວາມ​ສຳ​ນິສຳ​ນານ​ວິຊາ​ສະ​ເພາະ
ພ້ອມ​ນັ້ນ ກໍ່ຈະ​ເປັນ​ການ​ເພີ່ມ​ຄວາມ​ຮັບ​ຮູ້​ຕໍ່ກັບປະ​ເທດ, ປະຊາຊົນ ​ແລະ ກອງທັບ​ປະຊາຊົນ​ຫວຽດນາມຫຼາຍກວ່າ​ເກ​ົ່າ.