ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນຳ ພັກ-ລັດ ຂັ້ນ​ສູງ​ວາງ​ພວງມາລາ​ໄຫວ້​ອາ​ໄລ ສະຫາຍ ຄຳໝັ້ນ ສູນວິເລີດ


ການນຳ ພັກ-ລັດ ​ແລະ ຄະນະ​ນຳ ກະຊວງ​ປ້ອງ​ກັນ​ປະ​ເທດ ວາງ​ພວງມາ​ລ​າໄຫວ້​ອາ​​ໄລສະຫາຍ ຄຳໜັ້ນ ສູນ​ວິ​ເລີດ

     ພາຍຫຼັງທີ່ ສະຫາຍ ຄຳໜັ້ນ ສູນ​ວິ​ເລີດ ອະດີດກຳມະການສຳຮອງສູນກາງພັກ ສະໄໝທີ IV,  ກຳມະການສູນກາງພັກສະໄໝທີ V, VI, VII, VIII,
IX ແລະ ສະໄໝທີ X, ອະດີດເລຂາພັກແຂວງເຈົ້າ ແຂວງຜົ້ງສາລີ, ເຈົ້າແຂວງ ບໍ່ແກ້ວ ແລະ ລັດຖະມົນຕີ ກະຊວງພາຍໃນ ໄດ້ມໍລະນະກຳໃນວັນທີ 14
ກັນຍາ 2020 ນີ້, ດ້ວຍພະຍາດກະທັນຫັນ, ເຊິ່ງປັດຈຸບັນສົບຂອງເພິ່ນໄດ້ຕັ້ງບຳເພັນກຸສົນຢູ່ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນ
ປະເທດ ເປັນເວລາ 6 ວັນແຕ່ວັນທີ 14-19 ກັນຍາ 2020 ນີ້.

     ດັ່ງນັ້ນ, ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີທີ່ ສະຫາຍ ອຸທິດໃຫ້ແກ່ປະເທດຊາດຕະຫຼອດໄລຍະທີ່ຜ່ານມາ,
ພັກ-ລັດ, ຄະນະບໍລິຫານງານສູນກາງພັກ ນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ
ສປປ ລາວ ແລະ ການນຳກະຊວງປ້ອງກັນປະເທດ ນຳໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະ
ມົນຕີ ກະຊວງປ້ອງກັນປະເທດ ໄດ້ເຂົ້າວາງພວງມາລາ ເພື່ອໄຫວ້ອາໄລເຖິງ ສະຫາຍ ຄຳໝັ້ນ ສູນວິເລີດ ໃນຕອນເຊົ້າຂອງ ວັນທີ 16 ກັນຍາ 2020 ນີ້,
ນອກຈາກນັ້ນ, ຍັງມີການຈັດຕັ້ງຈາກອົງການຈັດຕັ້ງພັກ, ບັນດາກະຊວງ, ອົງການ, ການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ, ບໍລິ
ສັດ, ຫ້າງຮ້ານຕະຫຼອດຮອດນິຕິບຸກຄົນຕ່າງ ກໍໄດ້ເຂົ້າວາງ ພວງມາລາເພື່ອໄຫວ້ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ຄຳໝັ້ນ ສູນວິ
ເລີດ ເຊິ່ງ ສະຫາຍ ແມ່ນການນຳພັກ-ລັດ ແລະ ນັກປະຕິວັດອາວຸໂສ ຜູ້ໜຶ່ງທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້
ຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫຼອດໄລຍະທີ່ຜ່ານມາ, ເຊິ່ງການຈາກໄປໂດຍບໍ່ມີວັນກັບຄືນມາຂອງ ສະ
ຫາຍ ຄຳໝັ້ນ ສູນວິເລີດ ເປັນການສູນເສຍການນຳ, ພະນັກງານປະຕິວັດອາວຸໂສ ຜູ້ທີ່ມີບົດຮຽນປະສົບການທີ່ສະຫຼາດຄ່ອງແຄ້ວ ໃນການຊີ້ນຳ-ນຳພາ
ໄປອີກທ່ານໜຶ່ງ, ແຕ່ແນວໃດກໍຕາມຜົນງານ ແລະ ຄຸນງາມຄວາມດີທີ່ ສະຫາຍ ໄດ້ອຸທິດໃຫ້ແກ່ປະເທດຊາດ ຍັງກາຍເປັນບົດຮຽນແວ່ນແຍງອັນໃສແຈ້ງ
ໃຫ້ແກ່ຄົນຮຸ່ນຫຼັງທີ່ຈະໄດ້ສືບທອດ ແລະ ເສີມຂະຫຍາຍໃນອະນາຄົດ.