ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ໂອ້ລົມນັກສຶກສາວຽກງານກວດກາຊຸດທີ 9

     ໃນວັນທີ 16 ຕຸລາ 2017 ນີ້, ທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງວິທະຍາ
ຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ພົບປະໂອ້ລົມນັກສືກສາບຳລຸງວຽກງານກວດກາຊຸດທີ 9 ສົກປີ 2017-2018 ເນື່ອງໃນໂອກາດສຳເລັດການ
ສືກສາຮ່ຳຮຽນ ໂດຍມີຄະນະ ວປກ, ຄະນະຫ້ອງ ພ້ອມດ້ວຍນັກສືກສາລະບົບດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.


ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ພົບປະໂອ້ລົມນັກສືກສາບຳລຸງວຽກງານກວດກາຊຸດທີ 9

     ການພົບປະໂອ້ລົມໃນຄັ້ງນີ້ ທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ກ່ອນອື່ນທ່ານກໍໄດ້ຕາງໜ້າໃຫ້ຄະນະນຳ ວປກ ກ່າວສະແດງຄວາມຍ້ອງຍໍຊົມ
ເຊີຍ, ພ້ອມຕີລາຄາຕໍ່ຜົນງານທີ່ສາມາດຍາດມາໄດ້ຕະຫຼອດໄລຍະ 45 ວັນທີ່ຜ່ານມາ, ເຊິ່ງຫຼາຍໆສະຫາຍໄດ້ເປັນເຈົ້າການໃນການເຝິກຝົນຫຼໍ່ຫຼອມ-ຄົ້ນ
ຄວ້າຮ່ຳຮຽນດ້ວຍຕົນເອງ, ຕັ້ງໜ້້າເຂົ້າໃນການປະຕິບັດຂໍ້ກຳນົດກົດລະບຽບຂອງ ວປກ ແລະ ປະກອບສ່ວນວຽກງານຕ່າງໆສຳເລັດຜົນເປັນຢ່າງດີ ນອກ
ຈາກນີ້ທ່ານກໍໄດ້ແນະນຳຊີ້ທິດເຍືອງທາງໃຫ້ແຕ່ລະສະຫາຍກ່ອນກັບຄືນສູ່ກົມກອງຂອງຕົນ, ເພື່ອນຳໄປຄົ້ນຄວ້າຜັນຂະຫຍາຍເຮັດໃຫ້ວຽກງານກວດກາ
ຢູ່ອົງການ, ກົມກອງມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ກາຍເປັນພາຫະນະທີ່ສັກສິດຂອງພັກ-ລັດ, ເອົາໃຈໃສ່ເຄື່ອນໄຫວກຳແໜ້ນກ່ຽວກັບສະພາບການ
ຢ່າງຮອບດ້ານທີ່ພົວພັນເຖິງພັກ, ພະນັກງານ ຫຼື ສະພາບການທີ່ມີການກະທົບໂດຍກົງໃນການເຄື່ອນໄຫວວຽກງານດັ່ງກ່າວຢູ່ບັນດາກົມກອງຂອງແຕ່ລະ
ສະຫາຍ.

     ຢາກເຮັດສຳເລັດໜ້າທີ່ດັ່ງກ່າວນັ້ນໃຫ້ສືບຕໍ່ໃນການຄົ້ນຄວ້າ-ຮ່ຳຮຽນ ເພື່ອຍົກລະດັບຄວາມຮູ້ກັບພຶດຕິກຳຕົວຈິງໄປພ້ອມໆກັນ. ໂດຍເນັ້ນໃສ່ການ
ກວດກາດ້ວຍຄວາມຮັບຜິດຊອບສູງຕາມພາລະບົດບາດໃຫ້ຊັດເຈນ, ໂປ່ງໃສ ແລະ ຍຸດຕິທຳ ສ້າງໃຫ້ໄດ້ຄວາມສາມັກຄີ, ຄວາມເປັນເອກະພາບ ໂດຍສະ
ເພາະກໍ່ແມ່ນຢູ່ໃນອົງ ການກວດກາຂອງຕົນໃຫ້ແໜ້ນແຟ້ນ. ການກວດກາຕ້ອງຢູ່ພາຍໄຕ້ການຊີ້ນຳ-ນຳພາຂອງຄະນະພັກ-ຄະນະບັນຊາ. ວຽກງານກວດກາ
ຕ້ອງໄດ້ປະສານກົມກຽວກັບຫຼາຍໆອົງການຈັດຕັ້ງ, ທັງສ້າງໃຫ້ໄດ້ອະນຸກຳມະການ ແລະ ຕາໜ່າງກວດກາໃຫ້ຮັບຮູ້, ເຂົ້າໃຈເຖິງພາລະບົດບາດໜ້າທີ່ໃນ
ການເຄື່ອນໄຫວໜ້າທີ່ວຽກງານຂອງຕົນ, ໃຫ້ປະສົບຜົນສຳເລັດ ແລະ ປາກົດຜົນເປັນຈິງ.