ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນດາບໍລິສັດມອບເງິນຊ່ວຍເຫຼືອຊື້ລົດຊີ້ງ

     ວັນທີ 16 ຕຸລາ ນີ້, ບໍລິສັດວົງວິໄລ ຈະເລີນກໍ່ສ້າງ, ບໍລິສັດອຸດສາຫະກຳແຮ່ທາດຄົບວົງຈອນ, ບໍລິສັດ ຊີວີຈີນ-ໄທ, ບໍລິສັດຈະເລີນພັດທະນາກຣຸບອິນເວັສເມັນຈໍາ
ກັດ, ບໍລິສັດໄລວັນກໍ່ສ້າງ-ຂົວທາງຈຳກັດ, ບໍລິສັດລາວເທບຈະເລີນປະກັນໄພ, ບໍລິສັດ HVK ຈໍາກັດ, ບໍລິສັດ LA ອອນລາຍ ແລະ ທ່ານ ອຸໄລ ສິດໄຊຍະວົງ ໄດ້ນໍາເອົາ
ເງິນສົດຈຳນວນ 76 ລ້ານກີບ, ມາມອບໃຫ້ກະຊວງປ້ອງກັນປະເທດ, ເພື່ອເປັນການປະກອບສ່ວນຊື້ລົດຊີ້ງໃຫ້ທະຫານທີ່ປະຕິບັດໜ້າທີ່ຢູ່ຂອບເຂດທຸລະກັນດານເຂດພາກ
ເໜືອ, ໂດຍການກ່າວຮັບຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ.


ພົນໂທ ວິໄລ ຫຼ້າຄໍາຟອງ ກ່າວຮັບບັນດາບໍລິສັດມອບເງິນຊ່ວຍເຫຼືອຊື້ລົດຊີ້ງ

     ໂອກາດນີ້, ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຂອບອົກຂອບໃຈນຳບັນດາບໍລິສັດດັ່ງ ກ່າວທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ໂດຍໄດ້ມອບວັດຖຸປັດໃຈດັ່ງກ່າວໃຫ້ແກ່ກອງທັບພວກເຮົາໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າໃນຕ່ໍໜ້າຈະໄດ້ຮັບການອຸປະຖຳຈາກບໍລິສັດຕ່າງໆ
ນີ້ຕື່ມອີກ, ພ້ອມທັງສັນຍາວ່າຈະນຳເອົາເງິນຈຳນວນດັ່ງກ່າວນີ້ໄປນຳໃຊ້ເຂົ້າໃນການຊື້ລົດຊີ້ງໃຫ້ອ້າຍນ້ອງທ່ີປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ ເພື່ອຮັບໃຊ້ການເຄື່ອນໄຫວ
ປະຕິບັດໜ້າທີ່ວຽກງານໃຫ້ເກີດປະໂຫຍດສູງສຸດ.