ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົງຊຸກຍູ້​ຂະ​ບວນການ​ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019


     ໃນວັນທີ11 ຕຸລາ ນີ້, ຄະນະກວດກາການນຳພາ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ຂອງກົມໃຫຍ່ ເສນາທິການ ກອງທັບ ນຳໂດຍ ສະ
ຫາຍ ພົນຈັດຕະວາ ໄພລັດ ພິມມະສັກ, ກຳມະການ ຄະນະພັກ ກົມໃຫຍ່, ຫົວໜ້າ ກົມປ້ອງກັນອາກາດ ພ້ອມດ້ວຍ ຄະນະລົງກວດກາ ແລະ ຊີ້ນຳບາງວຽກງານຈຸດສຸມ
​ແນ່​ໃສ່​ເພື່ອກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ເຊິ່ງມີຄະນະພັກ-ຄະນະຫ້ອງພະນັກ ງານ, ສະມາຊິກພັກເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພັນໂທ ໄຊພອນ ສອນມະນີ ຮອງເລຂາ ໜ່ວຍພັກ, ຮອງຫົວໜ້າ ຫ້ອງການເມືອງກົມໃຫຍ່ເສນາທິການ ກອງທັບ ໄດ້ຂຶ້ນລາຍງານ ແລະ ສະຫຼຸບ
ຕີລາຄາຄືນການນຳພາ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ປະຈຳປີ 2019 ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງຍົກໃຫ້ເຫັນຜົນງານໃນການເຄື່ອນໄຫວເປັນ
ຕົ້ນແມ່ນ ໄດ້ຈັດຕັ້ງເຊື່ອມຊຶມມະຕິ 7 ສະໄໝທີ X ສຳເລັດ, ຊີ້ນຳ-ນຳພາ ຕິດຕາມ, ກວດກາ, ກະກຽມດຳເນີນກອງປະຊຸມໃຫຍ່, ຮາກຖານພັກສຳເລັດ 21 ຮາກຖານ, ຄະ
ນະພັກຮາກຖານສຳເລັດ 32 ຄະນະ ແລະ ໜ່ວຍພັກເອກະລາດ 23 ໜ່ວຍພັກຂຶ້ນກັບ ຄະນະພັກຮາກຖານ ຄົ້ນຄວ້ານຳສະເໜີ ຄະນະພັກຂັ້ນເທິງຂະຫຍາຍມະຫາຊົນກ້າວ
ໜ້າເຂົ້າພັກ 330 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນໄດ້ 205 ສະຫາຍ, ນອກນີ້ຍັງໄດ້ມີການເຄື່ອນໄຫວຄຸ້ມຄອງ-ປ້ອງກັນພັກ​ໃຫ້ໄດ້ດີ, ​ເຮັດ​ໃຫ້ພາຍໃນ
ມີຄວາມປອດໃສເຂັ້ມແຂງ ໜັກແໜ້ນ, ພ້ອມນີ້ ຄະນະໜ່ວຍຍັງໄດ້ກຳແໜ້ນແນວທາງຂອງພັກ ໃນການສ້າງພະນັກງານນຳພາ-ບັນຊາ, ພະນັກງານຄຸ້ມຄອງ ແລະ ພະນັກ
ງານວິຊາສະເພາະ ແລະ ຮັກສາພະນັກງານໄດ້ 3 ຮຸ່ນຢ່າງຕໍ່ເນື່ອງ, ໃນ 1 ປີ ຜ່ານມາ ຄະນະໜ່ວຍພັກໄດ້ຄົ້ນຄວ້ານຳສະເໜີ ກົມພະນັກງານ ກົມໃຫຍ່ ການເມືອງ ກອງທັບ
ໂດຍຜ່ານສະພາ ແລະ ຄະນະປະຈຳພັກກົມໃຫຍ່ເສນາທິການ ກອງທັບ ເຊິ່ງມີພະນັກງານໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ທັງໝົດ 218 ສະຫາຍ ໄດ້ຮັບການເລື່ອນຊັ້ນ
ນັບແຕ່ຂັ້ນ ຮ້ອຍຕີ ເຖິງຂັ້ນ ນາຍພົນ ຈຳນວນ 784 ສະຫາຍ, ໄປຄົ້ນຄວ້າຕໍ່, ທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງປະເທດ ຈຳນວນ 51 ສະຫາຍ, ກວດກາບັນຊີເງິນ
ເດືອນ, ອຸປະໂພກເປັນປົກກະຕິ, ເດັ່ນກວ່າໝູ່ ແມ່ນການເກັບກຳຊີວະປະຫວັດ ນາຍ ແລະ ພົນທະຫານທົ່ວກົມໃຫຍ່ເສນາທິການ ກອງທັບ ​ເຮັດໃຫ້ການກຽມພ້ອມສູ້ຮົບສຳ
ເລັດ 100%, ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາໜ່ວຍພັກຫ້ອງ ການເມືອງ ມີສະມາຊິກພັກທັງໝົດ 40 ສະຫາຍ, ສະມາຊິກພັກແຂງ 34 ສະຫາຍ, ກາງ 5 ສະ
ຫາຍ ບໍ່ໄດ້ແບ່ງປະເພດ 2 ສະຫາຍ ຍ້ອນຂະຫຍາຍໃໝ່, ຈາກຜົນງານດັ່ງກ່າວກົມກອງ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 95% ແລະ ສາ
ມາດຮັກສາໄດ້ ນາມມະຍົດ ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 9 ສະໄໝ ຕິດຕໍ່ກັນຢ່າງສົມກຽດ. ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ
ຂອງ ສະຫາຍ ພົນຈັດຕະວາ ໄພລັດ ພິມມະສັກ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດັ່ງກ່າວ ທີ່ບັນດາ ສະຫາຍ ຍາດມາໄດ້ ແລະ ພ້ອມທັງ
ເນັ້ນໜັກຫຼາຍບັນຫາສຳຄັນເປັນຕົ້ນ ແມ່ນຕ້ອງເຮັດວຽກງານ ການເມືອງ-ນຳພາແນວຄິດຢ່າງຕໍ່ເນື່ອງ, ເຮັດໃຫ້ນາຍ ແລະ ພົນທະຫານ ມີແນວຄິດຫຼັກໝັ້ນຊົນຊັ້ນປະຕິ
ວັດ, ເຊີດຊູບົດບາດການນຳພາຂອງພັກ ໃຫ້ສູງເດັ່ນຂຶ້ນ, ຖືເອົາການສ້າງກອງ 3 ປອດ, ຍູ້ແຮງການສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງວັດທະນະທຳ-ນັກ
ຮົບວັດທະນະທຳ ໃຫ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ.

     ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ມາໃນວັນທີ 15 ຕຸລານີ້, ຄະນະກວດກາຂອງກົມໃຫຍ່ເສນາທິການ ກອງທັບຍັງໄດ້ສືບຕໍ່ເຄື່ອນໄຫວ ລົງກວດກາຢູ່ກົມອົບຮົມ ກົມໃຫຍ່
ເສນາທິການກອງທັບ ເຊິ່ງນຳໂດຍສະຫາຍ ພັນເອກ ຄຳຕາ ວົງວັນດີ ກຳມະການ ຄະນະພັກກົມໃຫຍ່ ຫົວໜ້າ ກົມໂຮງຮຽນຕື່ມອີກ.