ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວສ-ປສ ການທະຫານ ​ເຂົ້າ​ອວຍພອນທູດປ້ອງກັນຊາດ ສສ ຫວຽດນາມ


     ວັນທີ 13 ທັນວາ 2019 ນີ້ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ​ເຂົ້າ​ອວຍ
ພອນ​ທູດ​ປ້ອງ​ກັນຊາ​ດ ສສ ຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 75 ປີ ( 22/12/1944-2/12/2019 ) ໂດຍໃຫ້ກຽດຕ້ອນ
ຮັບຂອງ ສະຫາຍ ພັນເອກ ຕ່າວວັນ ຖ້າຍ ຫົວໜ້າ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະໃຫ້ການຕ້ອນຮັບ.

     ໃນໂອກາດນີ້ ສະຫາຍ ຫົວໜ້າ ກົມ ວສ-ປສ ການທະຫານ ກໍໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານພາຍໃນກົມກອງອວຍພອນມາຍັງກອງທັບປະຊາຊົນ
ຫວຽດນາມ ທີ່ໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງຕະຫຼອດໄລຍະ 75 ປີ ຜ່ານມາ, ອວຍພອນການນຳ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ທີ່ໄດ້ທຸມເທເຫື່ອແຮງເພື່ອ
ສ້າງກອງທັບຂອງຕົນ ໃຫ້ເຕີບໃຫຍ່ເຂັ້ມແຂງທັງປະລິມານ ແລະ ຄຸນນະພາບ, ອວຍພອນສາຍ ພົວພັນການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ແລະ ບັນດາອົງການ
ກົມກອງທີ່ມີການພົວພັນຮ່ວມມືກັບ ກົມ ວສ-ປສ ການທະຫານ ໂດຍຜ່ານຫ້ອງການທີ່ປຶກສາທູດປ້ອງກັນຊາດ ທີ່ຍາມໃດກໍມີການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ
ແລະກັນໄດ້ດີຕະຫຼອດມາ.

     ພ້ອມນີ້ ສະຫາຍ ຫົວໜ້າ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ຍັງໄດ້ສະແດງຄວາມຂອບອົກຂອບໃຈ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ເພີ່ມທະ
ວີການພົວພັນຮ່ວມມືຮອບດ້ານ ແລະ ເສີມສ້າງສາຍພົວພັນໃນຕໍ່ໜ້າກໍຄືຍາວນານໃຫ້ໝັ້ນຄົງທະນົງແກ່ນ.