ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ກອງພັນໃຫຍ່ 11 ຄົບຮອບ 45 ປີ ຢ່າງຄືກຄື້ນ


     ໃນວັນທີ 16 ທັນວາ 2020 ນີ້, ກອງພັນໃຫຍ່ 11 ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ ຄົບຮອບ 45 ປີ (16 ທັນວາ
1975-16 ທັນວາ 2020) ຂຶ້ນຢ່າງຄືກຄື້ນ ແລະ ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນ
ສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີການນໍາພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ຕາງ
ໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາວິທະຍາຄານ, ກົມນ້ອຍ, ໂຮງຮຽນ, ໂຮງໝໍ, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ກອງພົນ, ກອງ
ພັນໃຫຍ່, ກອງພັນ, ອະດີດການນໍາກອງພັນໃຫຍ່ 11, ພະນັກງານປະຕິວັດອາວຸໂສ-ບໍານານ, ນັກຮົບແຂ່ງຂັນພ້ອມດ້ວຍພະນັກງານ-ນັກຮົບ ແລະ ແຂກ
ທີ່ຖືກເຊີນເຂົ້າຮ່ວມ.

     ສະຫາຍ ພັນເອກ ພອນວິໄຊ ສີວົງຊໍາ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່11 ໄດ້ກ່າວປາໄສຕໍ່ພິທີໂຮມຊຸມນຸມວ່າ: ກ່ອນຫນ້ານີ້
45 ປີ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງການປະຕິວັດ, ກໍຄືການປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່
ເຂັ້ມແຂງຂຶ້ນເປັນກ້າວໆນັ້ນ, ກອງພັນໃຫຍ່11 ຈຶ່ງໄດ້ປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ່ 16 ທັນວາ 1975 ທີ່ ບ້ານໜອງທາເໜືອ, ເມືອງຈັນ
ທະບູລີ, ນະຄອນຫຼວງວຽງຈັນ ໂດຍແມ່ນ ສະຫາຍ ພົນໂທ ສີພອນ ຜາລີຂັນ ເປັນຜູ້ປະກາດສ້າງຕັ້ງ, ເຊິ່ງຕົ້ນກໍາເນີດແມ່ນມາຈາກກຸ່ມ 901 ທີ່ ເຂົ້າມາປະ
ສົມຢູ່ວຽງຈັນ, ເວລານັ້ນເອີ້ນຊື່ວ່າກອງພັນໃຫຍ່ 201 ເຊິ່ງເປັນ ກອງພັນໃຫຍ່ ທໍາອິດຂອງກອງທັບປະຊາຊົນລາວ, ມີ ສະຫາຍ ຄໍາຈັນ ໄຊສົງຄາມ ເປັນ
ຫົວໜ້າ, ສະຫາຍ ຈໍາປາ ໄຊພະສຸກ ເປັນຮອງ, ມາຮອດ ວັນທີ 12 ກຸມພາ 1984 ກະຊວງປ້ອງກັນປະເທດ ຈຶ່ງໄດ້ຕົກລົງປ່ຽນຊື່ຈາກ ກອງພັນໃຫຍ່ 201
ມາເປັນ ກອງພັນໃຫຍ່ທະຫານຮາບ ທີ 11 ໂດຍແມ່ນສະຫາຍ ເມກສຸວັນ ນ້ອຍຜິວພັນເປັນຫົວໜ້າ, ສະຫາຍ ຄໍາຜອງ ດາວົງສອນ ເປັນຮອງເສນາທິການ,
ສະຫາຍ ບຸນເລີດ ເປັນຮອງການເມືອງ, ສະຫາຍ ຄຸນເກດ ອຸບປະພັນ ເປັນຮອງຮັບຜິດຊອບພະລາທິການ, ມາຮອດ ວັນທີ 14 ກຸມພາ ປີ 2019 ຈິ່ງມີຂໍ້
ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ປ່ຽນຊື່ຈາກ ກອງພັນໃຫຍ່ທະຫານຮາບທີ 11 ມາເປັນ ກອງພັນໃຫຍ່ທະຫານຮາບ-ຍານເກາະທີ 11 ມາ
ເຖິງປັດຈຸບັນ ປະກອບມີ 2 ກອງພັນນ້ອຍທະຫານຮາບຍານເກາະຄື: ກອງພັນນ້ອຍທີ 1 ແລະ ກອງພັນນ້ອຍ 705, ມີ 1 ກອງພັນນ້ອຍ 586 ເປັນກອງ
ພັນຕອບໂຕ້ເຄື່ອນທີ່ໄວ, ມີ 01 ກອງພັນທະຫານຮາບ 743 ແລະ ຍັງມີ 5 ກອງຮ້ອຍເອກະລາດ ຂຶ້ນກັບຄື: ກອງຮ້ອຍສືບຂ່າວ, ສື່ສານ, ຊ່າງແສງ, ປ້ອງ
ກັນອາກາດ ແລະ ກອງຮ້ອຍປືນໃຫຍ່, ພ້ອມນັ້ນຍັງ ມີ 01 ໝວດເຄມີ, 01 ໝວດປ້ອງກັນທີ່ຕັ້ງ ແລະ ໂຮງຫມໍ 10ຕຽງ...ຜ່ານການເຄື່ອນໄຫວ ແລະ
ເຮັດສໍາເລັດຫນ້າທີ່ຕະຫຼອດ 45 ປີ ຜ່ານມາກົມກອງໄດ້ເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກົມກອງ ຈໍານວນ 4.330 ຄັ້ງ, ດັບສູນສັດຕູໄດ້ 2.354
ບັກ,ຈາກຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ, ເຮັດໃຫ້ມີຫຼາຍກົມກອງລວມໝູ່ ແລະ ບຸກຄົນ,ນາຍ ແລະ ພົນທະຫານກອງພັນໃຫຍ່ 11 ຈຶ່ງໄດ້ຮັບ
ການຍ້ອງຍໍສັນລະເສີນຈາກການນໍາພັກ-ລັດ ກໍຄື ກະຊວງປ້ອງກັນປະເທດຄື: ມີ 02 ກອງພັນ ແລະ 05 ກອງຮ້ອຍໄດ້ຮັບນາມມະຍົດເປັນ ກົມກອງວິລະ
ຊົນແຫ່ງຊາດ ແລະ ບຸກຄົນ 6 ສະຫາຍ ໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ, 25 ສະຫາຍ ໄດ້ຮັບນາມມະຍົດເປັນນັກຮົບແຂ່ງຂັນ, ໄດ້ຮັບທຸງວິລະ
ຊົນ 07 ຜືນ, ທຸງມູນເຊື້ອ 10 ຜືນ, ຫຼຽນໄຊອິດສະຫຼະຊັ້ນ I, ຊັ້ນ II, ຊັ້ນ III 125 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ I, ຊັ້ນ II, ຊັ້ນ Ill 1.072 ໜ່ວຍ, ຫຼຽນ
ໄຊພິລະອາດຫານຊັ້ນ I, ຊັ້ນ II, ຊັ້ນ III 1.520 ໜ່ວຍ, ຫຼຽນກາແຮງງານຈໍານວນ 2.211 ໜ່ວຍ, ຫຼຽນກາລະນຶກ 50 ປີ, 60 ປີແລະ 70 ປີ ຂອງກອງ
ທັບ 2.000 ກວ່າໜ່ວຍ ແລະ ໃບຍ້ອງຍໍປະເພດຕ່າງໆ ຈໍານວນ 14.154 ໃບຢ່າງສົມກຽດ.

     ເພື່ອຍ້ອງຍໍສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງຄະນະພັກ-ຄະນະບັນຊາ, ນາຍ ແລະພົນທະຫານ ກອງພັນໃຫຍ່ 11 ທີ່ມີຜົນງານດີເດັ່ນໃນ
ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄືການປັບປຸງກໍ່ສ້າງ ແລະ ພັດທະນາຄ້າຍຄູກົມກອງໃຫ້ມີແບບແຜນທັນສະໄໝ, ໜັກແໜ້ນ
ທາງດ້ານສິລະປະຍຸດ-ຍຸດທະວິທີການທະຫານ ໃນຕະຫຼອດໄລຍະ 45 ປີຜ່ານມາ, ກະຊວງປ້ອງກັນປະເທດ ຕົກລົງປະດັບ ຫຼຽນໄຊພິລະອາດຫານຊັ້ນ II ໃຫ້
ກອງພັນໃຫຍ່ 11 ແລະ ບັນດາພະແນກການ, ກົມກອງທີ່ຂຶ້ນກັບຈໍານວນ 11 ກົມກອງ, ປະດັບຫຼຽນ ໄຊພິລະອາດຫານ ຊັ້ນ Ill ໃຫ້ຫົວໜ່ວຍກົມກອງ
ແລະ ບຸກຄົນທີ່ມີຜົນງານດີເດັ່ນປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸ ແລະຊັບສິນເຂົ້າໃນການປັບປຸງກໍ່ສ້າງໃຫ້ ກອງພັນ ໃຫຍ່ 11 ຈໍານວນ 2 ກົມກອງ
ແລະ ບຸກຄົນ 10 ສະຫາຍ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນຄວາມສາມັກຄີອັນສະໜິດສະ
ໜົມ ແລະ ຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພະນັກງານ-ນັກຮົບ ໃນທົ່ວກອງພັນໃຫຍ່11 ໃນຊຸມປີຜ່ານມາທີ່ໄດ້ພ້ອມ
ພຽງຮຽງໜ້າກັນຕັ້ງໜ້າປະຕິບັດໜ້າທີ່ວຽກງານ, ສາມາດຍາດໄດ້ຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ, ດັ່ງນັ້ນເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ
ຂອງໜ້າທີ່ການເມືອງ ຂອງກອງທັບໃນໄລຍະໃໝ່ ແລະ ເສີມຂະຫຍາຍຜົນງານ, ວິລະກໍາ ແລະ ມູນເຊື້ອອັນດີງາມຂອງກົມກອງ, ຍັງໄດ້ຮຽກຮ້ອງໃຫ້ຄະນະ
ພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ທົ່ວກອງພັນໃຫຍ່ 11 ຈົ່ງພ້ອມກັນເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ,
ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງ ອົງຄະນະພັກ ກະຊວງປ້ອງກັນປະເທດ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງວາງອອກ ໃຫ້ເປັນຂະບວນ
ການຟົດຟື້ນ, ກວ້າງຂວາງ ແລະ ມີໝາກຜົນຕົວຈິງ, ຕ້ອງຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນ
ລະບຽບຮຽບຮ້ອຍ, ຕ້ອງເຊີດຊູສະຕິລະວັງຕົວກຽມພ້ອມປະຕິບັດໜ້າທີ່ສູ້ຮົບ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາ
ທິປະໄຕໄວ້ໃຫ້ໝັ້ນຄົງ, ຕັ້ງໜ້າຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ, ປັບປຸງສ້າງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວ
ປວງຊົນຮອບດ້ານຢູ່ຮາກຖານໃຫ້ເຂັ້ມແຂງ, ຕັ້ງໜ້າປັບປຸງກໍາລັງໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານໂດຍຖືເອົາການຄຸ້ມຄອງບັນຊາໃຫ້ມີຄຸນນະພາບ, ສູມ
ທຸກເງື່ອນໄຂຄວາມສາມາດປະຕິບັດວຽກງານພະລາທິການຮັບປະກັນການເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອປັບປຸງຊີວິດ
ການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທໍາໃຫ້ນັບມື້ນັບດີຂຶ້ນ.