ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊ້ອມທົດລອງຍິງລູກປືນແທ້ ຄັ້ງທີ 2 ເພື່ອສະແດງໃນມື້ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ


     ວັນທີ 16 ມັງກອນ 2022 ນີ້, ທີ່ສະໜາມຫັດແອບວິທະຍາຄານກົມມະດໍາ, ໄດ້ຈັດຕັ້ງຊ້ອມທົດລອງຍິງລູກປືນແທ້ ຄັ້ງທີ 2 ເພື່ອຮັບປະກັນການສະ
ເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ບັນລຸຜົນສໍາເລັດ ອັນຈົບງາມ ໂດຍການເຂົ້າຮ່ວມສັງເກດການຂອງສະຫາຍ ພົນເອກ ຈັນ
ສະໝອນ ຈັນຍາລາດ ຮອງນາຍົກລັກຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳ ກົມໃຫຍ່ເສ
ນາທິການ ກອງທັບ, ຄະນະຊີ້ນຳບັ້ນຊ້ອມຮົບ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

     ການຊ້ອມຮົບໃນຄັ້ງນີ້ ເລີ່ມຕົ້ນດ້ວຍເຫຼົ່າຮົບຕີພິເສດ ເຮັດໜ້າທີ່ປິດລັບແຊມກາຍດັບສູນເປົ້າໝາຍ; ເຫຼົ່າຮົບສືບຂ່າວ ຊີງຕົວປະກັນ ຢູ່ລົດເມທ່ອງ
ທ່ຽວ; ກອງບັນຊາການທະຫານອາກາດ ນຳໃຊ້ Z-9 ຄຸມກັນທາງອາກາດ ຊີງໂຕປະກັນ, ໃຊ້ຍົນ Yak-130 ຍິງຖະຫຼົ່ມເປົ້າໝາຍໜ້າດິນ, ຍົນ MI-17 ຍິງ
ຖະຫຼົ່ມເປົ້າໝາຍໜ້າດິນ ແລະ ນໍາໃຊ້ຍົນ MI-17 ສົ່ງກຳລັງມ້າບິນ 110 ຊ່ວຍໜູນ ຢູ່ທິດສຳຄັນ; ເຫຼົ່າຮົບປ້ອງກັນອາກາດ ຍິງທຳລາຍເປົ້າໝາຍທາງອາ
ກາດ; ເຫຼົ່າຮົບປືນໃຫຍ່ໜ້າດິນ ຍິງກຽມ ແລະ ຍິງຍົກຍ້າຍ, ເຫຼົ່າຮົບຊ່າງແສງ ໄດ້ປະຕິບັດສົ່ງໂບກ ຝ່າບິນ ແລະ ເປີດທາງໄຂ; ກອງພັນໃຫຍ່ 11 ສົມທົບ
ເຫຼົ່າຮົບ ລົດຕັງ ເຮັດໜ້າທີ່ສົ່ງກຳລັງມ້າບິນ ຍິງສົມທົບກຳລັງໄຟ ຂຶ້ນເທິງ, ມ້າບິນ 110 ສົມທົບເຫຼັກໄຫຼ(ລຕ) ປະຕິບັດຕີສັດຕູ ແລະ ສົ່ງກຳລັງ ມ້າບິນ
110 ລົງເດີ່ນຊ່ວຍໜູນ ຢູ່ທິດບຸກຕີ ສຳຄັນ; ເຫຼົ່າຮົບເຄມີ ເຮັດໜ້າທີ່ລົບລ້າງທາດເຄມີ ໃຫ້ພາຫະນະສູ້ຮົບທີ່ຖືກທາດພິດ; ເຫຼົ່າຮົບສື່ສານ ເຮັດໜ້າທີ່ຮັບ
ປະກັນຕິດຕໍ່ສື່ສານ ຕະຫຼອດໄລຍະການປະຕິບັດສູ້ຮົບ.

     ພາຍຫຼັງການຊ້ອມທົດລອງສໍາເລັດ, ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງ
ທັບ ຕາງໜ້າກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງ ຄວາມຊົມເຊີຍຕໍ່ຄະນະຊີ້ນໍາ ບັ້ນຊ້ອມຮົບ, ພະນັກງານ-ນັກຮົບບັນ ດາເຫຼົ່າຮົບ
ທີ່ເຂົ້າຮ່ວມການເຝິກຊ້ອມ ໄດ້ທຸ້ມເທສຸດຄວາມສາມາດເຝິກຊ້ອມນັບແຕ່ການລາຍງານ ຈົນກ້າວໄປເຖິງການສະແດງຕົວຈິງ ແຕ່ລະພາກສ່ວນສາມາດ ປະ
ຕິບັດໄດ້ດີ, ແຕ່ລະບາດກ້າວຖືກຕ້ອງຕາມເນື້ອໃນແຜນການຫັດແອບ, ຈັງຫວະຕ່າງໆ ແຕ່ລະພາກສ່ວນສະແດງຄ້າຍຄືກັບການກະກຽມສູ້ຮົບຕົວຈິງ, ແຕ່
ລະສະຫາຍມີຄວາມເຂັ້ມແຂງ ເຮັດຖືກຕ້ອງຕາມຈັງຫວະບາດກ້າວຕາມສະຖານະການຕົວຈິງ ເຖິງຈະມີຄວາມຫຍຸ້ງຍາກດ້ານ ຕ່າງໆ ແຕ່ພະນັກງານ-ນັກຮົບ
ທຸກ ສະຫາຍ ມີຈິດໃຈອົດທົນຜ່ານຜ່າ ແລະ ເຮັດສໍາເລັດໜ້າທີ່ຂອງຕົນ.

     ສະຫາຍ ພົນໂທ ທອງລອຍ ສີລິວົງ ກ່າວວ່າ: ກ່ອນຮອດມື້ສະເຫຼີມສະຫຼອງ ແຕ່ລະເຫຼົ່າຮົບ ຕ້ອງຫັດແອບ ໃຫ້ໜັກກວ່າເກົ່າ, ເຂັ້ມແຂງກວ່າເກົ່າຊ້ອມ
ໃຫ້ຄືກັບການຕໍ່ສູ້ຕົວຈິງ, ຜູ້ບັນຊາອອກຄຳສັ່ງແຕ່ລະເນື້ອໃນແຕ່ລະບາດກ້າວ ຕ້ອງເຂັ້ມແຂງຊັດເຈນ, ເນື້ອໃນຕ່າງໆຕ້ອງໃຫ້ມັນຕໍ່ເນື່ອງ, ການນຳໃຊ້ອາ
ວຸດຕ້ອງວ່ອງໄວ ຄ່ອງແຄ້ວ ແລະ ຮັບປະກັນຄວາມປອດໄພ ທັງນີ້ກໍເພື່ອເຮັດໃຫ້ການສະແດງ ໃນມື້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບ
ຮອບ 73 ປີ ເຕັມໄປດ້ວຍບັນຍາກາດຄຶກຄື້ນ, ມີເນື້ອໃນທີ່ເລິກເຊິ່ງ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/01/2022