ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ເປີດກອງປະຊຸມສະຫຼຸບ
ວຽກງານຮອບດ້ານປະຈຳປີ 2018 ແລະ ຍ້ອງຍໍຜົນງານ 5 ປີ

     ໃນວັນທີ 15 ກຸມພາ 2019 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນ ບົດຮຽນວຽກງານຮອບດ້ານປະຈຳປີ 2018 ແລະ ວາງທິດທາງ
ແຜນການປະຈຳປີ 2019 ໂດຍການເປັນປະທານຂອງ ທ່ານ ພົນຕີ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ການເມືອງທັບ, ມີຄະນະປະຈຳ ແລະ ກຳມະການຄະນະພັກກົມໃຫຍ່ ແລະ ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.


ພົນຕີ ປອ ທອງລອຍ ສີລິວົງ ປະດັບຫຼຽນໄຊອິດສະຫຼະໃຫ້ບັນດາກົມກອງ ແລະ ບຸກຄົນ

     ພັນເອກ ອິນກອງ ວຽງດາວົງ ກຳມະການຄະນະປະຈຳພັກກົມໃຫຍ່, ຫົວໜ້າຫ້ອງການກົມໃຫຍ່ການເມືອງງກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່ອນໄຫວ
ວຽກງານຮອບດ້ານປະຈຳປີ 2018 ທົ່ວອົງການກົມໃຫຍ່ການເມືອງກອງທັບ, ເຊິ່ງໄດ້ຍົກໃຫ້ເຫັນບົດບາດການນຳພາຂອງຄະນະນຳກົມໃຫຍ່ການເມືອງກອງທັບ ໂດຍສະ
ເພາະແມ່ນການເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃນທົ່ວກົມໃຫຍ່ການເມືອງກອງທັບຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ໂດຍ
ສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV, ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດ; ສ້າງແຜນການ,
ເອກະສານຕ່າງໆໃຫ້ແກ່ການລົງເຄື່ອນໄຫວເກັບກໍາສະພາບການເມືອງ-ແນວຄິດຂອງນາຍ ແລະ ພົນທະຫານໃນທົ່ວກອງທັບ, ເອກະສານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ກ່ຽວກັບການແຕ່ງຕັ້ງຄະນະຄົ້ນຄວ້າໂຄງປະກອບການຈັດຕັ້ງ, ທີ່ຕັ້ງພາລະບົດບາດ, ໂຄງການຫຼັກສູດການຮຽນ-ການສອນຂອງໂຮງຮຽນທິດສະດີການເມືອງກອງ
ທັບ, ຊີ້ນໍາ-ສະຫຼຸບການຈັດຕັ້ງເຊື່ອມຊຶມມະຕິ 5, ມະຕິ 6 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ, ວຽກງານສຶກສາອົບຮົມການເມືອງ, ແນວຄິດປະຈໍາປີ 2018
ແລະ ພິທີງານແຂ່ງຂັນສິລະປະສະໝັກຫຼິ້ນຄັ້ງທີ V ທົ່ວກອງທັບ; ສໍາເລັດເປີດບັ້ນເຝິກອົບຮົມວຽກງານປາຖະກະຖາ-ເຜີຍແຜ່ມູນເຊື້ອກອງທັບໃຫ້ພະນັກງານການເມືອງບັນ
ດາກົມກອງທົ່ວກອງທັບ, ສົມທົບກັບວິຊາການກອງທັບປະຊາຊົນຫວຽດນາມເຄື່ອນໄຫວຖ່າຍທໍາຮູບເງົາມູນເຊື້ອກອງທັບ 70 ປີ ພ້ອມນັ້ນ ກໍໄດ້ຊີ້ນໍາບັນດາອົງການສື່
ມວນຊົນໃນກອງທັບ, ນອກນີ້ຍັງໄດ້ຈັດຕັ້ງເຝິກອົບຮົມກວດສອບເລຂາ, ຮອງເລຂາຮາກຖານພັກໃນກອງທັບໄດ້ 04 ຊຸດ ເຊິ່ງມີນັກກວດສອບເຂົ້າຮ່ວມທັງໝົດ 275 ສະ
ຫາຍ, ໄດ້ປັບປຸງບູລະນະການຈັດຕັ້ງພັກທີ່ມີການປ່ຽນແປງດ້ານບຸກຄະລາກອນໄດ້ 11 ຄະນະພັກ, ທົ່ວອົງຄະນະພັກກະຊວງມີ 45 ຄະນພັກ, ມີ 266 ຄະນະພັກຮາກຖານ,
ມີ 1.423 ໜ່ວຍພັກ, ດ້ານຄຸນນະພາບຄະນະພັກຮາກຖານແຂງຮອບດ້ານ 147 ຄະນະ, ແຂງ 88 ຄະນະ, ກາງ 06 ຄະນະ, ບໍ່ໄດ້ແບ່ງປະເພດ 25 ຄະນະ, ໜ່ວຍພັກແຂງ
ຮອບດ້ານ 886 ໜ່ວຍພັກ, ແຂງ 425 ໜ່ວຍພັກ, ກາງ 50 ໜ່ວຍພັກ, ອ່ອນ 01 ໜ່ວຍພັກ, ບໍ່ໄດ້ແບ່ງປະເພດ 61 ໜ່ວຍພັກ; ສະມາຊິກພັກແຂງຮອບດ້ານ 17.950
ສະຫາຍ, ແຂງ 8.488 ສະຫາຍ, ກາງ 1.117 ສະຫາຍ, ຮາກຖານພັກສໍາເລັດກອງປະ ຊຸມຂັ້ນຂອງຕົນໄດ້ແລ້ວ 1.168 ຮາກຖານ, ສໍາເລັດກອງປະຊຸມຄົ້ນຄວ້າຜ່ານຍ້ອງ
ຍໍ 05 ປີໃຫ້ບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນໄດ້ 55 ກົມກອງ, ເປັນເຈົ້າການປະສານງານຈັດຕັ້ງພະນັກງານລົງຢ້ຽມຢາມບັນດາສູນ ແລະ ງານພົບປະພະນັກງານ
ປະຕິວັດອາວຸໂສ, ບໍານານໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ.

     ໂອກາດດຽວກັນນີ້ ກໍໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ 8 ກົມກອງ ແລະ 23 ສະຫາຍ, ຫຼຽນໄຊອິດສະຫຼະຊັ້ນ III ໃຫ້ 6 ກົມກອງ ແລະ 51 ສະຫາຍ, ຫຼຽນໄຊ
ແຮງງານ II ຈຳນວນ 2 ກົມກອງ ແລະ 183 ສະຫາຍ, ຫຼຽນໄຊແຮງງານ III ຈຳນວນ 10 ກົມກອງ ແລະ 363 ສະຫາຍ, ຫຼຽນກາແຮງງານ ຈຳນວນ 399 ສະຫາຍ, ໃບ
ຍ້ອງຍໍລັດຖະບານ ຈຳນວນ 153 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ II ລວມໝູ່ 6 ກົມກອງ, ບຸກຄົນ 62 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ III ລວມໝູ່ 2 ກົມ
ກອງ, ບຸກຄົນ 104 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບໃຫ້ 138 ສະຫາຍ.