ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ​ປະຈຳ​ປີ 2020


ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈໍາປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021 ຂອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນ
ໃນວັນທີ 17 ກຸມພາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງ
ກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ມີຄະນະພັກ-ຄະນະບັນຊາບັນດາກົມ, ກອງ, ຫ້ອງການ ແລະ ພະນັກງານ ນາຍທະຫານ ທົ່ວອົງການ
ກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພັນເອກ ສົມພົງ ແພງປັນຍາ ຫົວໜ້າ ຫ້ອງການກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງ
ປະຕິບັດວຽກງານຮອບດ້ານໃນໄລຍະ 1 ປີ ຜ່ານມາ, ເຊິ່ງຄະນະພັກ ກໍຄືກົມໃຫຍ່ການເມືອງກອງທັບ ໄດ້ເອົາໃຈໃສ່ປັບປຸງພາຍໃນອົງການ ກົມໃຫຍ່ການ
ເມືອງກອງທັບໃນທຸກດ້ານໃນນີ້, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ດ້ວຍວິທີການທາງກົງ
ແລະ ທາງອ້ອມ, ຈັດຕັ້ງເຊື່ອມຊຶມບັນດາມະຕິຕ່າງໆ ເປັນຕົ້ນແມ່ນ: 3 ມະຕິຂອງກົມການເມືອງສູນກາງພັກ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອບັນດາວັນ
ປະຫວັດສາດ ສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ຂອງສາກົນ, ເປີດ-ປິດ ຂະບວນການແຂ່ງຂັນກີລາສະໝັກຫຼິ້ນປະຈໍາປີ ແລະ ຈັດຕັ້ງແຂ່ງຂັນນັກ
ຮ້ອງສຽງດີທົ່ວ ກມທ; ຊີ້ນໍາກະກຽມເນື້ອໃນໃສ່ຮ່າງບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ,
ອອກມະຕິຕົກລົງຮັບຮອງເອົາມະຫາຊົນຜູ້ກ້າວໜ້າເຂົ້າພັກ ຈໍານວນ 62 ສະຫາຍ, ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ 88 ສະຫາຍ, ເປີດຮຽນເອກະ
ສານ ສະໜັບສະໜູນ 35 ສະຫາຍ ແລະ ກົດລະບຽບພັກ 42 ສະຫາຍ, ຍົກຍ້າຍຮ່ວມຊີວິດພັກໄປກອງໃໝ່ 88 ສະຫາຍ, ເຂົ້າມາ 41 ສະຫາຍ, ບົ່ງຕົວ
ແຕ່ງຕັ້ງ-ປ່ຽນແທນ 2 ຄະນະໜ່ວຍພັກ, ພະນັກງານໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນ 255 ສະຫາຍ, ປັບປຸງການຈັດຕັ້ງຂັ້ນກົມ 1 ກົມ, ຮອງກົມ 5
ກົມ, ຫົວໜ້າກອງ 5 ສະຫາຍ, ຮອງກອງ 8 ກອງ, ຫົວໜ້າພະແນກ 18 ສະຫາຍ, ຍົກຍ້າຍໄປຮັບໜ້າທີ່ໃໝ່ 123 ສະຫາຍ, ກຽມ ເຂົ້າຮັບເບ້ຍບໍານານ
17 ສະຫາຍ, ເຂົ້າຮັບບໍານານ 23 ສະຫາຍ, ພະນັກງານໄປຮຽນກໍ່ສ້າງ, ບໍາລຸງ ແລະ ເຝິກອົບຮົມຢູ່ພາຍໃນ ແລະ ຕ່າງປະເທດປະຈໍາປີ 2020 ຈໍານວນ
225 ສະຫາຍ, ອະນຸມັດສ້າງຄອບຄົວໃໝ່ໃຫ້ນາຍທະຫານຈໍານວນ 72 ຄູ່, ນໍາສະເໜີຂັ້ນເທິງ ເພື່ອຂໍຈົດປະຫວັດສ້າງຄອບຄົວໃຫ້ພະນັກງານນາຍທະ
ຫານ ຈໍານວນ 9 ສະຫາຍ, ໄປ ຢ້ຽມຢາມພະນັກງານທີ່ເຈັບເປັນນອນປິ່ນປົວຢູ່ໂຮງໝໍ 7 ຄັ້ງ; ລົງເຄື່ອນໄຫວຊຸກຍູ້ກວດກາຂະບວນການກໍ່ສ້າງໜ່ວຍພັກ
ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກອງປອດໃສ, ປອດໄພ, ປອດຄະດີທົ່ວ ກມທ; ຊຸກຍູ້ການຈັດຕັ້ງຂະບວນການກີລາ, ສິລະປະ-ວັນນະຄະດີປະຈໍາປີ
ຂອງອົງການ ໃຫ້ມີບັນຍາກາດຟົດຟື້ນ, ຍູ້ຂະບວນການອົງການຈັດຕັ້ງແມ່ຍິງ, ຊາວໜຸ່ມທົ່ວອົງການກົມໃຫຍ່ ແລະ ສະຫຼຸບຖອດຖອນບົດຮຽນວຽກງານ
ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງ ສະຫະພັນແມ່ຍິງ ແລະ ຂໍ້ແຂ່ງຂັນ 4 ບຸກຂອງ ຊາວໜຸ່ມທົ່ວ ກົມໃຫຍ່ການເມືອງກອງທັບ.

     ນອກນັ້ນ, ກໍໄດ້ສຸມໃສ່ແຜນງານຮັບປະກັນຊີວິດການເປັນຢູ່, ຍູ້ແຮງຂະບວນການຜະລິດ, ການສ້າງລາຍຮັບ, ປັບປຸງຂະຫຍາຍການຜະລິດ (ການປູກ-
ການລ້ຽງ) ແລະ ວຽກງານບໍລິການຕ່າງໆ ທີ່ເປັນທ່າແຮງຂອງບັນດາກົມກອງ, ເອົາໃຈໃສ່ຄຸ້ມຄອງຊັບສິນ-ທີ່ດິນ, ຄຸ້ມຄອງບັນດາໂຄງການກໍ່ສ້າງອາຄານ
ສະຖານທີ່ໃຫ້ດໍາເນີນໄປຕາມແຜນການ. ປັດຈຸບັນ ກົມໃຫຍ່ການເມືອງກອງທັບ ມີງົວທັງຫມົດ 133 ໂຕ, ຂາຍອອກ 40 ໂຕ ເປັນເງິນ 100.800.000
ກີບ. ຈາກນັ້ນກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ ເພື່ອເຮັດໃຫ້ແຕ່ລະເນື້ອໃນຄົບຖ້ວນສົມບູນ.

     ໂອກາດດັ່ງກ່າວ, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນເອົາ
ໃຈໃສ່ກໍາແໜ້ນສະພາບການເມືອງ-ແນວຄິດ ຂອງພະນັກງານ-ນັກຮົບ, ການເຄື່ອນໄຫວຂອງບັນດາກົມກອງເປັນປົກກະຕິ; ການສຶກສາອົບຮົມການ ເມືອງ-
ນໍາພາແນວຄິດຕ້ອງ ມີການຖອດຖອນບົດຮຽນ, ເຮັດຢ່າງເນື່ອງນິດລຽນຕິດ ແລະ ແທດເໝາະກັບສະພາບການ, ໜ້າທີ່ ແລະ ຄວາມເປັນຈິງຂອງກົມກອງ
ໄປຄຽງຄູ່ກັບການນໍາເອົາມູນເຊື້ອອັນດີງາມຂອງກົມກອງ ມາສຶກສາອົບຮົມພະນັກ ງານ-ນັກຮົບ ແນໃສ່ເພື່ອສະກັດກັ້ນ-ແກ້ໄຂປາກົດການຫຍໍ້ທໍ້ທີ່ ຈະເກີດ
ຂຶ້ນໃຫ້ທັນການ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງສອດຄ່ອງ, ເພີ່ມທະວີການນໍາພາຂອງພັກ ເຂົ້າໃນທຸກຂົງເຂດວຽກງານ, ເພີ່ມທະວີຄວາມສາມັກຄີ
ເປັນປຶກແຜ່ນແໜ້ນໜາ ໂດຍປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕິດຕາມ-ກວດກາ ແລະ ມີການສະຫຼຸບລາຍງານລະຫວ່າງຂັ້ນລຸ່ມກັບຂັ້ນເທິງເປັນ
ປົກກະຕິ, ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ໄດ້ດີກວ່າເກົ່າ, ການບໍາລຸງ-ກໍ່ສ້າງພະນັກງານຕ້ອງໃຫ້ສົມຄູ່ກັບວຽກງານ ເພື່ອເຮັດໃຫ້ພະນັກງານມີທັງຄວາມຮູ້
ຄວາມສາມາດດ້ານວິຊາສະເພາະ, ມີຄຸນທາດການເມືອງໜັກແໜ້ນ ແລະ ສໍາເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້.