ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຫົວໜ້າການທະຫານກອງບັນຊາການທະຫານແຂວງອັດຕະປືຜູ້ໃໝ່


ພົນຕີ ປອ ທອງລອຍ ສີລິວົງ ເຂົ້າຮ່ວມພິທີປະກາດແຕ່ງຕັ້ງຫົວໜ້າການທະຫານກອງບັນຊາການທະຫານແຂວງອັດຕະປືຜູ້ໃໝ່

     ໃນວັນທີ 12 ມີນາ 2019 ນີ້, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປະກາດແຕ່ງຕັ້ງ ສະຫາຍ ພັນໂທ ບຸນຈັນ ສີຫາວົງ ຫົວໜ້າການທະຫານກອງພັນ
ໃຫຍ່ 502 ( ກອງພົນທີ 5 ) ເປັນຫົວໜ້າການທະຫານຂອງກອງບັນຊາການທະຫານແຂວງອັດຕະປືຜູ້ໃໝ່, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ປອ ທອງລອຍ
ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ຄະນະພັກ-ຄະນະ
ບັນຊາກົມກອງອ້ອມຂ້າງ, ແຂກຖືກເຊີນ ພ້ອມດ້ວຍຫົວໜ້າພະແນກ, ຮອງຫົວໜ້າພະແນກເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ເລກທີ
3875/ກປທ ລົງວັນທີ 16 ຕຸລາ 2018 ວ່າດ້ວຍການອະນຸຍາດໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງອັດຕະປືພັກການ ເພື່ອກຽມຮັບເບ້ຍບຳນານ ອີງຕາມ
ກົດໝາຍຂອງນາຍທະຫານ ໝວດ 3 ມາດຕາ 14 ຂໍ້ 3 ວ່າດ້ວຍອາຍຸການກະສຽນຮັບເບ້ຍບຳນານຂອງນາຍທະຫານ, ອີງຕາມການຄົ້ນຄວ້າເຫັນດີເປັນເອກະພາບຂອງ
ຄະນະປະຈຳພັກກະຊວງປ້ອງກັນປະເທດຄັ້ງວັນທີ 20 ກັນຍາ 2018. ອີງຕາມການສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຕົກລົງອະນຸຍາດໃຫ້
ສະຫາຍ ພົນຈັດຕະວາ ກັນໄຍ ໄຊຍະສິດ ຫົວໜ້າການທະຫານກອງບັນຊາການທະຫານແຂວງອັດຕະປືພັກການ ເພື່ອຮັບເບ້ຍບຳນານ ແລະ ຜ່ານດຳລັດຂອງນາຍົກລັດຖະ
ມົນຕີແຫ່ງ ສປປ ລາວ ເລກທີ10/ນຍ ລົງວັນທີ 21 ມັງ ກອນ 2019 ວ່າດ້ວຍການແຕ່ງຕັ້ງຫົວໜ້າການທະຫານກອງບັນຊາການທະຫານແຂວງອັດຕະປື. ອີງຕາມຄວາມ
ຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂອງກະຊວງປ້ອງກັນປະເທດ, ອີງຕາມກົດໝາຍວ່າດ້ວຍນາຍທະຫານຂອງກອງທັບປະຊາຊົນລາວ ສະບັບເລກທີ07/ຄຈສພ ລົງ
ວັນທີ 15 ມັງກອນ 2019 ນາຍົກລັດຖະມົນຕີອອກດຳລັດແຕ່ງຕັ້ງ ສະຫາຍ ພັນໂທ ບຸນຈັນ ສີຫາວົງ ເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່ 502 ( ກອງ
ພົນທີ 5 ) ເປັນຫົວໜ້າການທະຫານກອງບັນຊາການທະຫານແຂວງອັດຕະປື.

     ໃນໂອກາດນີ້, ສະຫາຍ ພົນຕີ ທອງລອຍ ສີລິວົງ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານຂອງສະຫາຍຫົວໜ້າກອງບັນຊາການທະຫານ
ແຂວງອັດຕະປືຜູ້ເກົ່າ ແລະ ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປືກ
ແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອທີ່ດີງາມຂອງຕົນ, ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປັບປຸງກໍ່ສ້າງກອງບັນຊາການທະຫານແຂວງ
ອັດຕະປືໃຫ້ມີໃບໜ້າໃໝ່ ແລະ ມີຄວາມໜັກແໜ້ນເຂັ້ັ້ມແຂງເປັນກ້າວໆ.