
ພິທີເຊັນບົດບັນທຶກຊ່ວຍຈຳເນື້ອໃນຂອງກອງປະຊຸມ 
    ໜ່ວຍງານຮ່ວມມືດ້ານເຕັກນິກການທະຫານ ລາວ-ຣັດເຊຍ ຄັ້ງທີ IV 

    ພິທີເຊັນບົດບັນທຶກຊ່ວຍຈຳເນື້ອໃນຂອງກອງປະຊຸມໜ່ວຍງານຮ່ວມມືດ້ານເຕັກນິກການທະຫານ ລາວ-ຣັດເຊຍຄັ້ງທີ IV ຢູ່ທີ່ກະຊວງປ້ອງກັນປະເທດ
     ໃນຕອນແລງຂອງວັນທີ 14 ມີນາ 2019 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີເຊັນບົດບັນທຶກຊ່ວຍຈຳເນື້ອໃນຂອງກອງປະຊຸມໜ່ວຍງານຮ່ວມມືດ້ານເຕັກ
  ນິກການທະຫານ  ລາວ-ຣັດເຊຍ ຄັ້ງທີ IV ຂຶ້ນໂດຍຝ່າຍລາວນຳໂດຍ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ ພ້ອມ
  ດ້ວຍຄະນະ, ຝ່າຍ ສ ຣັດເຊຍ ນຳໂດຍ ທ່ານ ບຸກາກົບ ເຊຍຣເກອິນໂນແກນຢຽບວິດ ຫົວໜ້າກົມຮ່ວມມືດ້ານເຕັກນິກການທະຫານກັບຕ່າງປະເທດ (ກົມ1), ອົງການ
  ຮ່ວມມືດ້ານເຕັກນິກການທະຫານ ສ ຣັດເຊຍ ພ້ອມດ້ວຍຄະນະເຂົ້າຮ່ວມ.
     ໃນພິທີເຊັນບົດບັນທຶກຊ່ວຍຈຳເນື້ອໃນຂອງກອງປະຊຸມໜ່ວຍງານຮ່ວມມືດ້ານເຕັກນິກການທະຫານລາວ-ຣັດເຊຍ ຄັ້ງທີ IV ຄັ້ງນີ້ ທັງສອງຝ່າຍໄດ້ພ້ອມກັນສະຫຼຸບ
  ໝາກຜົນການຮ່ວມມືດ້ານເຕັກນິກການທະຫານ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ໃນໄລຍະລະຫວ່າງກອງປະຊຸມ ຄັ້ງທີ III ທີ່ຜ່ານມາ, ໄດ້ດໍາເນີນການແລກປ່ຽນ
  ຄວາມຄິດເຫັນໃນທຸກບັນຫາຂອງການພົວພັນຮ່ວມມືໃນຂົງເຂດວຽກງານເຕັກນິກການທະຫານ, ໄດ້ປຶກສາຫາລືບັນຫາທີ່ມີຢູ່ ແລະ ການຮ່ວມມືດ້ານເຕັກນິກການທະ
  ຫານ  ລະຫວ່າງ ລາວ-ຣັດເຊຍ  ໃນຕໍ່ໜ້າ. ພ້ອມທັງສະຫຼຸບຄືນຜົນການເຮັດວຽກ ແລະ ເອກະພາບເນື້ອໃນບົດບັນທຶກກອງປະຊຸມ ຄັ້ງທີ IV ເຂົ້າໃນຮ່າງບົດບັນທຶກຊ່ວຍຈຳ
  ຮ່ວມກັນໄດ້ສຳເລັດ ແລະ ພ້ອມກັນລົງນາມໃນບົດບັນທຶກ  ເພຶ່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ຖືກຕ້ອງຕາມເນື້ອໃນທີ່ໄດ້ລົງນາມຮ່ວມກັນ.