ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງ ປະທານຮອງ, ປະທານ ແລະ ກໍາມະການ
ຄະນະກໍາມະການ ປກຊ-ປກສ ແຂວງ ບໍລິຄໍາໄຊ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ໃນວັນທີ 17 ມີນາ ນີ້ີ, ຢູ່ທີ່ຫ້ອງວ່າການປົກຄອງ ແຂວງ ບໍລິຄໍາໄຊ ໄດ້ມີພິທີປະກາດການແຕ່ງຕັ້ງ ປະທານ, ຮອງປະທານ ແລະ ກໍາມະການ ຄະນະກໍາ
ມະການ ປກຊ-ປກສ ແຂວງ ບໍລິຄໍາໄຊ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມ ການເມືອງສູນ
ກາງພັກ, ຮອງ ປະທານຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ເຂົ້າຮ່ວມມີ ສະ
ຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າ ແຂວງໆ ບໍລິຄໍາໄຊ ປະທານ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບ ແຂວງ ບໍລິຄໍາໄຊ, ມີສະຫາຍ ພົນຕີ ສະຫວ່າງໄຊ ສິນນະວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງການ ປກຊ-ປກສ ສູນກາງ,
ມີຄະນະນໍາຂອງແຂວງ ບໍລິຄໍາໄຊ, ຄະນະນໍາສອງກອງບັນຊາການທະຫານ ແລະ ຕໍາຫຼວດແຂວງ, ຄະນະກໍາມະການ ປກຊ-ປກສ ແຂວງ ບໍລິຄໍາໄຊ ພ້ອມ
ດ້ວຍພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຕີ ປອ ສະຫວ່າງໄຊ ສິນນະວົງ ໄດ້ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ບໍລິຄໍາໄຊ, ອີງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ, ອີງຕາມມະຕິຕົກລົງຂອງ ກົມການເມືອງ
ສູນກາງພັກ ສະບັບເລກທີ 031/ກມສພ ລົງ ວັນທີ 03 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ, ອີງຕາມໜັງສືສະເໜີຂອງ ຄະນະຈັດຕັ້ງ
ສູນກາງພັກ ສະບັບເລກທີ 23/ຄຈສພ ລົງວັນທີ 5 ກຸມພາ 2021. ຄະນະເລຂາທິການສູນກາງພັກຕົກລົງແຕ່ງຕັ້ງ ສະຫາຍ ກອງແກ້ວ ໄຊສົງຄາມ ເປັນປະ
ທານຄະນະກໍາມະການ ປກຊ-ປກສ ແຂວງ ບໍລິຄໍາໄຊ, ສະຫາຍ ສຸວັນນີ ໄຊຊະນະ ເປັນຮອງປະທານ, ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ເປັນຮອງ
ປະທານ ທັງເປັນຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ແຂວງ ບໍລິຄໍາໄຊ, ສະຫາຍ ວັນວິໄລ ແດນພູຫຼວງ, ສະຫາຍ ບຸນສົງ ເພັດຈະເລີນ, ສະຫາຍ
ພັນເອກ ກົງຈັນ ໄຊປັນຍາ, ສະຫາຍ ພັນເອກ ແສງທອງ ດວງວິໄລ, ສະຫາຍ ພັນເອກ ຄໍາແດງ ແພງພົງພັນ ແລະ ສະຫາຍ ພັນເອກ ດວງສີ ພັນທະວົງ ເປັນ
ກໍາມະການຄະນະກໍາມະການ ປກຊ-ປກສ ແຂວງບໍລິຄໍາໄຊ.

     ໃນໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງ ສະຫາຍໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນ
ຂອງການຂອງການແຕ່ງຕັ້ງຄະນະກໍາມະການ ປກຊ-ປກສ ແຂວງ ບໍລິຄໍາໄຊ ທັງແມ່ນຄວາມຈໍາເປັນພາວະວິໄສ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ
ການເມືອງ ໃນໄລຍະໃໝ່ ເພື່ອເປັນເສນາທິການ ດ້ານວຽກງານປກຊ-ປກສ ໃຫ້ແກ່ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ແນໃສ່
ຮັບປະກັນໃຫ້ ແຂວງ ບໍລິຄໍາໄຊ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນຢູ່ທາງທໍາມາຫາກິນພັດທະນາຊີວິດການ
ເປັນຢູ່ດີຂຶ້ນເປັນກ້າວໆ.

     ສະຫາຍ ໄດ້ເນັ້ນໃຫ້ບັນດາ ສະຫາຍ ໃນຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຈົ່ງກໍາແໜ້ນທີ່ຕັ້ງ, ພາລະບົດບາດ, ໜ້າທີ່ ແລະ
ຄວາມຮັບຜິດຊອບຂອງຕົນ ພ້ອມທັງຈັດຕັ້ງເຄື່ອນໄຫວຢ່າງຖືກຕ້ອງ, ສຸມທຸກສະຕິປັນຍາ, ເຫື່ອແຮງເຂົ້າໃນການຊີ້ນໍາ-ນໍາພາ ກໍາລັງປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບແຂວງ ປະຕິບັດໜ້າທີ່ຕາມແນວທາງຂອງພັກວາງອອກ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີ, ປັບປຸງແບບແຜນວິທີເຮັດວຽກ
ຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະບຸກຄົນຮັບຜິດຊອບຢ່າງຖືກຕ້ອງ ແລະ ເຄັ່ງຄັດໄປພ້ອມໆກັບການສະຫຼຸບຖອດຖອນບົດຮຽນ
ແລະ ປະສານສົມທົບແໜ້ນກັບໜ່ວຍງານກ່ຽວຂ້ອງ ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທີງມອບໝາຍໃຫ້ ໂດຍສະເພາະແມ່ນຮັບປະກັນໃຫ້
ແຂວງ ມີຄວາມສະຫງົບ ແລະ ມີການພັດທະນາທີ່ຕັ້ງໜ້າ ແລະ ເຂັ້ມແຂງ.