ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຕ່ງຕັ້ງປ່ຽນແທນເພີ່ມເຕີມຄະນະໜ່ວຍພັກໂຮງພິມກອງທັບ

     ພິທີປະກາດການບົ່ງຕົວແຕ່ງຕັ້ງປ່ຽນແທນ-ເພີ່ມເຕີມ ຄະນະໜ່ວຍພັກໂຮງພິມກອງທັບໄດ້ຈັດຂຶ້ນໃນວັນທີ 17 ພຶດສະພາ 2017 ໂດຍການເຂົ້າຮ່ວມ
ຂອງສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມຈັດຕັ້ງພັກ, ກົມໃຫຍ່ການເມືອງກອງທັບມີ
ຄະນະພັກ-ຄະນະບັນຊາ, ພະນັກງານ-ສະມາຊິກພັກສົມບູນ-ສຳຮອງ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.


ພົນຈັດຕະວາ ວໍລະສານ ວິລັດດາວົງ ເຂົ້າຮ່ວມແຕ່ງຕັ້ງປ່ຽນແທນເພີ່ມເຕີມຄະນະໜ່ວຍພັກໂຮງພິມກອງທັບ

     ສະຫາຍ ພັນໂທ ຫວນຫາ ພົນເດຊາ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈຳ
ພັກກົມໃຫຍ່ການເມືອງກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນ-ເພີ່ມເຕີມ ຄະນະພັກໜ່ວຍພັກໂຮງພິມກອງທັບ, ຄະນະປະຈຳພັກກົມໃຫຍ່ການ
ເມືອງກອງທັບ ຕົກລົງແຕ່ງຕັ້ງສະຫາຍ ພັນໂທ ອຳພອນ ລິນອຸໄທ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ພູແກ້ວ ກຳພອຍເພັດ ເປັນກຳມະການກວດກາ
ປ້ອງກັນ ແລະ ສະຫາຍ ພັນໂທ ນາງ ຈຳປາ ສິດທະພອນ ເປັນກຳມະການການຄັງ, ການປັບປຸງໜ່ວຍພັກຂອງໂຮງພິມຄັ້ງນີ້ແມ່ນເປັນການປັບປຸງກົງຈັກການ
ນຳພາ-ບັນຊາຂອງໜ່ວຍພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກໆດ້ານ ທັງນີ້ເພື່ອແນໃສ່ຍົກສູງພາລະບົດບາດຂອງໜ່ວຍພັກດັ່ງກ່າວ ໃຫ້ນັບມື້ສູງ
ຂຶ້ນກວ່າເກົ່າ.

     ໃນໂອກາດນີ້ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກຄັ້ງນີ້ ເປັນເຈົ້າການໃນການພັດທະນາຕົນເອງ ແລະ
ເປັນແບບຢ່າງນຳໜ້າໃນທຸກດ້ານເພື່ອສົມຄູ່ກັບໜ້າທີ່ ແລະ ຄວາມໄວ້ເນື້ອເຊື່ອໝັ້ນໄວ້ວາງໃຈຂອງຄະນະພັກ-ຄະນະບັນຊາກໍຄືຂັ້ນເທິງທີ່ມີຕໍ່ພວກຕົນ,
ພ້ອມນີ້ກໍເປັນການມອບໝາຍຄວາມຮັບຜິດຊອບອັນໃໝ່ໃຫ້ແຕ່ລະສະຫາຍຂຶ້ນຕື່ມພ້ອມກັນຍົກສູງຄວາມຮັບຜິດຊອບມີແບບແຜນວິທີ່ເຮັດວຽກວິທີ
ນຳພາແບບວິທະຍາສາດປະດິດສ້າງສະດຸ້ງໄວຕໍ່ສະພາບການ ແລະ ເຊື່ອໝັ້ນວ່າບັນດາສະຫາຍຈະສືບຕໍ່ບຸກບືນສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກເຂັ້ມ
ແຂງ-ຮູ້ນຳພາຮອບດ້ານໃນຕໍ່ໜ້າ.