ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປາຖະກະຖາ 2 ວັນປະຫວັດສາດຂອງຊາດ
ແລະ 2 ວັນປະຫວັດສາດສຳຄັນຂອງສາກົນ


ພັນເອກ ວິຊຽນ ສີສະອາດ ເປັນປະທານພິທີປາຖະກະຖາ 2 ວັນປະຫວັດສາດຂອງຊາດ ແລະ  2 ວັນປະຫວັດສາດສຳຄັນຂອງສາກົນ

     ຕອນເຊົ້າຂອງວັນທີ 18 ພຶດສະພາ 2017 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດພິ ທີປາຖະກະຖາ 2 ວັນປະຫວັດສາດຂອງຊາດ:
ວັນວິລະກຳແຫກຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງແນວລາວຮັກຊາດ, ວັນຜ່າວົງປິດລ້ອມສັດຕູຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງ
ຂວາງ, ວັນໄຊຊະນະໂຊວຽດເໜືອຟາດສິດເຢຍລະມັນໃນສົງຄາມໂລກຄັ້ງທີ II ແລະ ວັນເກີດຂອງປະທານ ໂຮ່ຈີມິນ  ໂດຍພາຍໃຕ້ການເປັນປະທານຂອງ
ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມວິທະຍາສາດ-ປະ ຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ, ພະແນກການ ພ້ອມດ້ວຍພະນັກງານ
ນັກຮົບພາຍໃນກົມເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.


ພັນໂທ ອຳພອນ ພົມມາລາ ເລົ່າຄືນວັນໄຊຊະນະຂອງ ໂຊຫວຽດ ເໝືອຟາດຊິດ ເຢຍລະມັນ ໃນຄົງຄາມໂລກຄັ້ງທີ II

     ໂອກາດນີ້ ພັນໂທ ອຳພອນ ພົມມາລາ ຫົວໜ້າຫ້ອງການເມືອງກົມວິທະຍາສາດ-ປະຫວັດສາດ ການທະຫານ ກໍໄດ້ເລົ່າຄືນວັນໄຊຊະນະຂອງໂຊຫວຽດ
ເໝືອ ຟາດຊິດເຢຍລະມັນໃນຄົງຄາມໂລກຄັ້ງທີ II ເຊິ່ງໄດ້ຍົກໃຫ້ເຫັນເຖີງສາຍເຫດທີ່ພາໃຫ້ເກີດສົງຄາມໂລກຄັ້ງທີ II ການບຸກໂຈມຕີລ້າງຜານຂອງພວກ
ຟາດສິດ, ມະຫາ ສົງຄາມປ້ອງກັນປິຕິພູມຂອງກອງທັບ ແລະ ປະຊາຊົນໂຊວຽດຜົນເສຍຫາຍຈາກສົງຄາມ, ຄວາມໝາຍປະ ຫວັດສາດ ແລະ ຜົນສະທ້ອນ
ຂອງໄຊຊະນະຟາດສິດຕໍ່ຊາວໂລກ ແລະ ການສະໜັບສະໜູນຊ່ວຍເຫຼືອຂອງອະ ດີດສະຫະພາບໂຊວຽດຕໍ່ ສປປ ລາວ.


ພັນໂທ ອູເທບ ພົມມະເທບ ເລົ່າຄືນວັນລະນຶກວັນເກີດຂອງປະທານ ໂຮ່ຈີມິນ

     ພ້ອມດຽວກັນ ພັນໂທ ອູເທບ ພົມມະເທບ ຮອງພະແນກການເມືອງ ກໍໄດ້ເລົ່າຄືນລະນຶກວັນເກີດຂອງປະທານ ໂຮ່ຈີມິນ ເຫັນໄດ້ເຖີງຊີວິດ ແລະ ການ
ເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ ໃນແຕ່ລະປີນັບແຕ່ຄັ້ງໄວເຍົາ ທ່ານເປັນຜູ້ນຳທີ່ສະຫຼາດສະຫຼຽວ, ມີຄວາມພາກພຽນໃນການ ຮໍ່າຮຽນ ແລະ
ມັກຊອກຄົ້ນຫາຄວາມຮູ້ທີ່ໃໝ່ ສະນັ້ນ ເພີ່ນຈຶ່ງຫັນມາຢຶດຖືລັດທິມາກ-ເລນິນ ເປັນເຂັມທິດເຍືອງທາງໃຫ້ແກ່ການປົດປ່ອຍຊາດ ປະທານ ໂຮ່ຈີມິນ ແມ່ນ
ນັກປະຕິວັດຜູ້ອົງອາດກ້າຫານ, ຜູ້ມີນ້ຳໃຈໂອບເອື້ອອາລີທີ່ກວ້າງໃຫຍ່ໄພສານໃນຊ່ວງຊີວິດທີ່ບໍລິສຸດຜຸດຜ່ອງ ແລະ ເຕັມໄປດ້ວຍຄຸນສົມບັດສິນທຳປະຕິ
ວັດ ເຊິ່ງເພິ່ນໄດ້ປະໄວ້ນັ້ນ ໄດ້ເປັນແບບຢ່າງອັນໃສແຈ້ງໃຫ້ຄົນຮຸ່ນຫຼັງສືບທອດພາລະກິດປະຕິວັດຕະຫຼອດໄປ.


ພັນເອກ ວິຊຽນ ສີສະອາດ ຫວນຄືນເຖີງວັນວິລະກຳແຫກຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ
ແລະ ແນວລາວຮັກຊາດ ແລະ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ

     ຕອນທ້າຍ ພັນເອກ ວິຊຽນ ສີສະອາດ ຍັງໄດ້ຫວນຄືນເຖີງວັນວິລະກຳແຫກຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ
ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖີງສະພາບການ ແລະ ການເຄື່ອນໄຫວປະຕິວັດຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດໃນໄລຍະປີ 1957-1959, ແຜນ
ການແຫກອອກຈາກຄຸກ, ການກະກຽມແຫກອອກຈາກຄຸກໂພນເຄັງຂອງບັນດາຜູ້ນຳ ແລະ ສາເຫດການແຫກຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳໄປສູ່
ເຂດທີ່ໝັ້ນປະຕິວັດຢ່າງປອດໄພ; ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ກ່ຽວກັບສະພາບການຖືກປິດລ້ອມຂອງພັນທີ 2
ໃນໄລຍະຜ່ານມາ, ການຜ່າວົງປິດລ້ອມຂອງກອງພັນທີ 2 ວັນທີ 18/5-2/6/1959 ແລະ ຄວາມໝາຍສຳຄັນ ແລະ ປັດໄຈພື້ນຖານການຜ່າວົງປິດລ້ອມ
ຂອງກອງພັນທີ 2 ເຫັນໄດ້ເຖີງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນ
ຕໍ່ການນາບຂູ່, ຫຼອກລວງຂອງສັດຕູ, ນ້ຳໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າ
ໃຫ້ແກ່ຂະບວນຫານປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດອາເມລິກາ ແລະ ລູກແຫຼ່ງຕີນມື. ພ້ອມດຽວກັນນັ້ນກໍ່ເຮັດໃຫ້ກຳລັງປະຕິວັດ, ໂດຍສະເພາະ
ແມ່ນກຳລັງປະກອບອາວຸດປະຊາຊົນລາວ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ.