ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຈັດຂຶ້ນຢ່າງສົມກຽດ

.

     ພິທີຊາປະນະກິດສົບຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 16 ພຶດສະພາ 2020 ນີ້, ຢູ່ທີ່ເດີ່ນພະທາດຫຼວງ ນະຄອນ
ຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍບັນ
ດາການນຳ, ອະດີດການນຳຂັ້ນສູງ, ບັນດາທ່ານລັດຖະມົນຕີ, ເຈົ້າແຂວງ, ທູຕານຸທູດ, ອົງການຈັດຕັ້ງສາກົນປະຈຳ ສປປ ລາວ, ຕະຫຼອດຮອດ ພະນັກງານສະມາຊິກພັກ,
ພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ຄອບຄົວລູກຫຼານ ແລະ ຍາດຕິພີ່ນ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.

     ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ປະທານຄະນະກຳມະການຮັບຜິດຊອບງານຊາປະນະກິດສົບ
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຂຶ້ນກ່າວສະດຸດີຜ່ານປະຫວັດຫຍໍ້ແຫ່ງການກຳເນີດ ແລະ ເຄື່ອນໄຫວປະຕິວັດຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວ
ບຸນພັນ. ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກໍາມະການສູນກາງພັກ ສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງພັກ ສະ
ໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານ
ສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນ ຕີ, ອະດີດລັດຖະ
ມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າ
ໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ອະດີດຄະນະກຳມະການແກ້ໄຂຄວາມຂັດແຍ່ງວຽກງານຊາຍແດນ ລາວ-ໄທ
ເກີດເມື່ອວັນທີ 1 ພຶດສະພາ 1928 ທີ່ບ້ານຫ້ວຍກະລືມ, ເມືອງວຽງໄຊ, ແຂວງຫົວພັນ, ມີອ້າຍເອື້ອຍນ້ອງຮ່ວມກັນ 3 ຄົນ. ຍ້ອນເຫັນໄດ້ຄວາມໂຫດຮ້າຍປ່າເຖື່ອນ
ຂອງພວກຈັກກະພັດລ່າເມືອງຂຶ້ນ ທີ່ກະທຳໂທດກຳ ແລະ ກົດຂີ່ຂູດຮີດປະຊາຊົນລາວບັນດາເຜົ່າ ແລະ ເພື່ອຊອກຫາຫົນທາງແຫ່ງແສງສະຫວ່າງ, ສະນັ້ນສະຫາຍຈຶ່ງຕັດ
ສິນໃຈສະໝັກເຂົ້າເປັນທະຫານອາສາສະໝັກດ້ວຍໄວອາຍຸພຽງ 19 ປີ ຈາກນັ້ນສະຫາຍຈຶ່ງນັບມື້ນັບເຕີບໃຫຍ່ໃນແປວໄຟແຫ່ງການປະຕິວັດຊາດປະຊາທິປະໄຕ, ຈາກ
ພົນທະຫານກາຍມາເປັນນາຍທະຫານຂັ້ນສູງ ແລະ ໄດ້ຮັບວຽກງານສຳຄັນຂອງຊາດ, ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນຜູ້ນຳຮຸ່ນທຳອິດຂອງພັກ ແລະ
ລັດເຮົາ, ໄດ້ອຸທິດຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ຊາດຕ້ານຈັກກະພັດທັງແບບເກົ່າ ແລະ ໃໝ່, ສະຫາຍແມ່ນນັກຮົບປະຕິວັດຜູ້ອົງອາດເກັ່ງກ້າສາມາດ ແລະ ມີນ້ຳ
ໃຈເສຍສະຫຼະອັນສູງສົ່ງ ເປັນໜຶ່ງໃນບັນດານາຍທະຫານນຳພາ-ບັນຊາ, ທີ່ດີເດັ່ນ ແລະ ເປັນທີ່ເຄົາຮົບຮັກຂອງກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ. ເປັນພະ
ນັກງານການນຳທີ່ມີແບບແຜນນຳພາທີ່ດີ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຍຶດໝັ້ນອຸດົມການອັນສູງສົ່ງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດ. ດ້ວຍຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍທີ່ໄດ້ອຸດທິດໃຫ້ແກ່ປະເທດຊາດໃນຕະຫຼອດໄລຍະທີ່ຜ່ານມາ.

     ສະຫາຍຈຶ່ງໄດ້ຮັບການປະດັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍປະເພດຕ່າງໆ ຈາກພາຍໃນ ແລະ ຕ່າງປະເທດຢ່າງສົມກຽດ. ການສູນເສຍຂອງສະຫາຍໃນຄັ້ງນີ້
ເປັນການສູນເສຍອະດີດການນຳທີ່ມີຜົນງານປະສົບການ ແລະ ບົດຮຽນຕົວຈິງໄປອີກຜູ້ໜຶ່ງ, ຢ່າງໃດກໍຕາມພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າຈະສືບຕໍ
ເອົາບົດຮຽນອັນລ່ຳຄ່າຂອງສະຫາຍມາໝູນໃຊ້ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໂດຍການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດຕາມຄວາມມຸ້ງປາດຖະໜາຂອງສະຫາຍ ເຊິ່ງເປັນອຸດົມການອັນດຽວຂອງພັກ ແນໃສ່ເພື່ອພັດທະນາປະເທດຊາດໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.